ການຖົກຖຽງກັນດ້ານການຄ້າທີ່ກຳລັງໂພ່ໂຕຂຶ້ນມາ ອາດເຮັດໃຫ້ມີການແບ່ງແຍກຢູ່
ໃນສະຫະລັດ ກ່ຽວກັບພັນທະມິດກອງທັບສະຫະລັດ ຄືເກົາຫຼີໃຕ້ ແຕ່ວ່າບັນດາຜູ້ນຳ
ໃນນະຄອນຫຼວງວໍຊິງຕັນ ແລະໂຊລ ຍັງຮັກສາການບໍ່ເຫັນພ້ອມດ້ານເສດຖະກິດ ທີ່
ຈະບໍ່ເປັນຜົນກະທົບຕໍ່ການດຳເນີນງານຮ່ວມມືດ້ານຄວາມປອດໄພຂອງເຂົາເຈົ້າ ເພື່ອ
ປະເຊີນໜ້າກັບການຂົ່ມຂູ່ດ້ານນິວເຄລຍຂອງເກົາຫຼີເໜືອ.
ກຳປັ່ນບັນທຸກລົນຶ່ງຈອດຢູ່ທ່າເຮືອນເມືອງໄມອາມີ ລັດຟລໍຣິດາ ວັນຈັນທີ 5 ກຸມພາ 2018.
ປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ເຈ-ອິນ ໄດ້ໃຫ້ຄໍາໝັ້ນສັນຍາໃນວັນຈັນວານນີ້
ເພື່ອຢໍ້າຕ້ານສະຫະລັດກ່ຽວກັບນະໂຍບາຍປ້ອງກັນ ຫລັງຈາກກະຊວງການຄ້າສະ
ຫະລັດ ໄດ້ສະເໜີທີ່ຈະຫ້າມການເພີ້ມເກັບພາສີເຂົ້າຂອງເຫລັກສຳລັບ 12 ປະເທດ
ຮວມທັງຈີນ ບຣາຊີລ ແລະເກົາຫຼີໃຕ້ ແລະຍັງຕອບໂຕ້ຕໍ່ ສະຫະລັດ ທີ່ຫວ່າງມໍ່ໆມາ
ນີ້ທີ່ສະຫະລັດໄດ້ເພີ້ມການເກັບພາສີເຂົ້າ ສຳລັບຈັກຊັກເຄື່ອງເກົາຫຼີໃຕ້ຂຶ້ນເຖິງ 50
ເປີເຊັນ.
ພວກເດັກນ້ອຍພາກັນໂບກທຸງຊາດສະຫະລັດ ແລະຮ້ອງສະໜັບສະໜູນ ໃນຂະນະທີປະທານາທິບໍດີ ດໍໂນລ ທຣໍາ ເດີນທາງມາເຖິງນະຄອນຫຼວງປັກກິ່ງ ວັນພຸດ ທີ. 8 ພະຈິກ 2017.
ທ່ານມູນກ່າວວ່າ “ຂ້າພະເຈົ້າຮ້ອງຂໍໃຫ້ລັດຖະບານປະຕິບັດຢ່າງແຂງຂັນ ແລະບໍ່ໃຫ້
ເຮັດແບບບໍ່ມີມາດຕະຖານການປ້ອງກັນທີ່ບໍ່ມີເຫດຜົນ ເຊັນວ່າສົ່ງການຟ້ອງຮ້ອງໄປ
ຫາອົງການຄ້າໂລກ (WTO) ແລະກວດຫາການຝ່າຝືນ ຂອງສະຫະລັດ ເກົາຫຼີໃຕ້
ກ່ຽວກັບການຄ້າເສລີ.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍ່າ ແລະປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ເຈ-ອິນ ຈັບມືກັນ ລະຫວ່າງການຮ່ວມກອງປະຊຸມນັກຂ່າວ.
ຢູ່ໃນລາຍງານເຜິຍແຜ່ໃນວັນສຸກອາທິດແລ້ວນີ້ ກະຊວງການຄ້າສະຫລັດ ໄດ້ໃຫ້ຂໍ້
ສັງເກດກ່ຽວກັບການຫລັ່ງໄຫລຂອງເຫລັກເຂົ້າມາໃນລາຄາຖືກ ແລະການສົ່ງອາລູ
ມີນຽມເຂົ້າມາ ວ່າເປັນການຂົ່ມຂູ່ຕໍ່ຄວາມປອດໄພແຫ່ງຊາດສະຫະລັດ ໂດຍການ
ເຮັດໃຫ້ອຸດສາຫະກຳທີ່ສຳຄັນຂອງສະຫະລັດອ່ອນເພຍລົງ ແລະໄດ້ສະເໜີວ່າ ປະ
ທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ຕິດຕາມເອົາມາດຕະການນຶ່ງ ກ່ຽວກັນ
ການສົ່ງເຫລັກເຂົ້າມາໃນປະເທດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ