ເກົາຫຼີໃຕ້ ກ່າວວ່າ ການທົດລອງຍິງ ລູກສອນໄຟ ຈາກເຮືອດຳນ້ຳ ຂອງເກົາຫຼີເໜືອ ເປັນເລື້ອງທີ່ຮ້າຍແຮງ

ພາບຜູ້ນຳເກົາຫຼີເໜືອ Kim Jong Un ຢືນຢູ່ເທິງຫໍຄອຍເຮືືອ ດຳນ້ຳ ເວລາໄປກວດກາເບິ່ງກອງທັບເຮືອ ຂອງກອງທັບ ປະຊາຊົນເກົາຫຼີເໜືອ

ເກົາຫຼີ​ໃຕ້ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ການ​ທົດ​ລອງ​
ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຈາກ​ເຮືອ​ດຳ​ນ້ຳ ຂອງ​ເກົາຫຼີ​ເໜືອ​
ນັ້ນ ​ໂດຍ​ເອີ້ນ​ວ່າ ມັນ​ເປັນ​ເລື້ອງ “ທີ່ຮ້າຍ​ແຮງ ແລະ​ພາ​ໃຫ້
ເປັນ​ຫ່ວງ​”
​ແລະ​ຮຽກຮ້ອງ​ໃຫ້​ພຽງ​ຢາງ ​ຢຸດຄວາມ​ພະຍາຍາມ
​ທີ່​ຈະ​ພັດທະນາ​ລູກ​ສອນ​ໄຟ​ດັ່ງກ່າວ​ນັ້ນ.

​ເກົາຫຼີ​ເໜືອ​ໄດ້​ປະກາດ​ໃຫ້​ຮູ້​ໃນ​ວັນ​ເສົາ​ມື້ກ່ອນ​ນີ້​ວ່າ ຕົນ​ໄດ້​ທົດ​
ລອງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຈາກ​ເຮືອ​ດຳ​ນ້ຳ ​ຢ່າງ​ສຳ​ເລັດ​ຜົນ
​ແຕ່​ບໍ່​ໄດ້​ບອກເວລາ​ ວັນ​ທີ ຫຼື​ສະຖານ​ທີ່ບ່ອນທົດ​ລອງ ໃຫ້​ຮູ້​ຢ່າງ
​ແນ່ນອນ ຫຼື​ວ່າ ລູກ​ສອນ​ໄຟ​ດັ່ງກ່າວຍິງ​ໄດ້ໄລຍະ​ໄກ​ປານ​ໃດ.

ບັນດາ​ນັກວິ​ເຄາະ ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ວ່າ ​ເກົາຫຼີ​ເໜືອ​ໄດ້ທຳ​ຄວາມ​ຄືບ​ໜ້າຫຼາຍ​ສ່ຳໃດ​ແທ້ ​ໃນ​ໂຄງການ​ພັດທະນາລູກ​ສອນ​ໄຟ​ທີ່​ຍິງ​ຈາກ​ເຮືອ​ດຳ​ນ້ຳ​ນີ້ ​ໂດຍ​ອ້າງເຖິງ​ກອງ​ເຮືອ​ດຳ​ນ້ຳ​ທີ່​ເກົ່າ​ແກ່​ຂອງ​ປະ​ເທດ​.

ທ່ານ Kim Min-seok ​ໂຄສົກ​ປະຈຳ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີໃຕ້ ກ່າວ​ຕໍ່​ບັນດາ​
ນັກ​ຂ່າວ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້​ວ່າ ມີ​ການ​ເຊື່ອກັນ​ວ່າມັນ​ໃຊ້​ເວລາ 4 ຫາ 5 ປີ​ ເພື່ອ​ພັດ
ທະນາ​ເທັກ​ໂນ​ໂລ​ຈີ​ດັ່ງກ່າວ.

ແຕ່​ວ່າ ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ທ່ານ​ນຶ່ງ​ທີ່​ບໍ່​ບອກ​ຊື່​ໃຫ້​ຮູ້ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ເກົາຫຼີເໜືອ​
ສາມາດ​ພັດທະນາ​ເຮືອ​ດຳ​ນ້ຳ​ທີ່ສາມາດປະຕິບັດ​ງານຢ່າງ​ເຕັມ​ສ່ວນ ໃນ​ການ​ຍິງ​ລູກ​ສອນ​ໄຟ
​ຂີ​ປະ​ນາ​ວຸດ​ນັ້ນໄດ້ ພາຍໃນ​ສອງ​ຫຼື​ສາມ​ປີ.

Your browser doesn’t support HTML5

North Korea Missile