ລະບອບປະຊາທິປະໄຕ ທີ່ຍັງເຍົາໄວຂອງເກົາຫຼີໃຕ້ ໄດ້ຖືກທົດສອບ ໂດຍການຟ້ອງ
ຮ້ອງ ປົດອະດີດປະທານາທິບໍດີ Park Geun-hye ອອກຈາກຕຳແໜ່ງ. ບັດນີ້ ການ
ປົກຄອງດ້ວຍຕົວບົດກົດໝາຍ ແມ່ນໄດ້ສະແດງອອກໃຫ້ເຫັນ ໃນຂະນະທີ່ ຜູ້ນຳທີ່
ໜ້າອັບອາຍໄດ້ຖືກດຳເນີນຄະດີ ໃນການຟ້ອງຮ້ອງທາງອາຍາ ທີ່ກ່ຽວພັນກັບການ
ສໍ້ລາດບັງຫຼວງ ອັນເປັນເລື່ອງນອງນັນທີ່ໄດ້ກົດດັນໃຫ້ຜູ້ກ່ຽວ ສະຫລະອຳນາດ.
ປະທານ ຂອງກຸ່ມບໍລິສັດ SK ທ່ານ Chey Tae-Won, ຊ້າຍ, ຮອງປະທານ ບໍລິສັດ Samsung Electronics ທ່ານ Lee Jae-yong, ກາງ, ແລະ ປະທານກຸ່ມບໍລິສັດ Lotte ທ່ານ Shin Dong-Bin ສາບານຕົວ ໃນລະຫວ່າງ ການສອບສວນໃນຂັ້ນຕົ້ນ ເລື່ອງນອງນັນ ທີ່ຄອບງຳ ປະທານາທິບໍດີ Park Geun-hye ຢູ່ສະພາແຫ່ງຊາດ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້.
ມະຕິຂອງສະພາແຫ່ງຊາດ ທີ່ຟ້ອງຮ້ອງປົດທ່ານນາງ Park ອອກຈາກຕຳແໜ່ງ
ເມື່ອເດືອນທັນວາປີກາຍນີ້ ສ່ວນໃຫຍ່ແລ້ວ ແມ່ນອີງຕາມການກ່າວຫາ ວ່າທ່ານນາງ
ໄດ້ສົມຮູ້ຮ່ວມຄິດ ກັບນາງ Choi Soon-sil ເພື່ອນສະນິດ ທີ່ຮູ້ຈັກກັນມາເປັນເວລາ
ຍາວນານ ເພື່ອບີບບັງຄັບໃຫ້ພວກເຈົ້າຂອງບໍລິສັດຍັກໃຫຍ່ຕ່າງໆຂອງເກົາຫຼີໃຕ້
ບໍລິຈາກເງິນຫຼາຍກວ່າ 69 ລ້ານໂດລາ ໃຫ້ແກ່ ສອງມູນນິທິ ທີ່ເຊື່ອຖືບໍ່ໄດ້.
ນາງ Choi Soon-sil, ຜູ້ທີ່ໄດ້ຖືກຄຸມຂັງ ເປັນເພື່ອນສະນິດ ຂອງ ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ທີ່ໜ້າອັບອາຍ, ໄປຮອດສານເພື່ອການສອບຖາມເຖິງບົດບາດ ຂອງນາງ ໃນເລື່ອງນອງນັນດ້ານການເມືອງ ຢູ່ທີ່ຫ້ອງການ ຂອງຄະນະກຳມະການ ອິດສະລະ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 24 ທັນວາ 2016.
ໃນການຢັ້ງຢືນເຫັນພ້ອມກັບການລົງຄະແນນສຽງ ໃນການຟ້ອງຮ້ອງເມື່ອເດືອນ
ມີນາຜ່ານມາ ສານລັດຖະທຳມະນູນ ໄດ້ໃຫ້ຄວາມກະຈ່າງແຈ້ງວ່າ ການຕັດສິນ
ຂອງຕົນນັ້ນ ແມ່ນຢູ່ບົນພື້ນຖານຄວາມຖືກຕ້ອງ ຂອງຂະບວນການນິຕິບັນຍັດ ເພື່ອປົດຫົວໜ້າບໍລິຫານ ແລະ ບໍ່ແມ່ນຄວາມຜິດດ້ານອາຍາ ຫຼື ຄວາມບໍລິສຸດ
ຂອງ ຈຳເລີຍ.
ຜູ້ນຳເກົາຫຼີໃຕ້ ທີ່ຖືກປົດອອກຈາກຕຳແໜ່ງ ທ່ານນາງ Park Geun-hye ໄປຮອດສານນະຄອນຫຼວງໂຊລ ເພື່ອການດຳເນີນຄະດີ, ວັນທີ 25 ພຶດສະພາ 2017.
ທ່ານນາງ Park ແມ່ນ ຜູ້ນຳ ທີ່ໄດ້ຖືກເລືອກທຳອິດ ທີ່ໄດ້ຖືກປົດອອກຈາກ
ຕຳແໜ່ງ ໃນເກົາຫຼີໃຕ້ ນັບຕັ້ງແຕ່ ລະບອບປະຊາທິປະໄຕ ໄດ້ຖືກສ້າງຕັ້ງຂຶ້ນ ໃນ
ປີ 1987 ເປັນຕົ້ນມາ.
ໃນວັນພະຫັດມື້ນີ້ ອະດີດປະທານາທິບໍດີ ໄດ້ກັບຄືນໄປສານໂດຍໃສ່ກັບມື ເປັນ
ມື້ທີສອງ ຂອງການດຳເນີນຄະດີ.