ເກົາຫຼີໃຕ້ເຕືອນ ເກົາຫຼີເໜືອ ໃຫ້ຢຸດເຊົາ ທຳການເກາະຜິດ ໃນເຂດຊາຍແດນ

ພາບ ທະຫານເກົາຫຼີໃຕ້ ເຂົ້າຮ່ວມໃນການເຝິກແອບ ຕໍ່ຕ້ານ ການກໍ່ການຮ້າຍ ໃນນະຄອນຫລວງໂຊລ, ວັນທີ 18 ສິງຫາ 2014.

ເກົາຫຼີ​ໃຕ້ ​ໄດ້​ເຕືອນ​ເກົາຫຼີ​ເໜືອ​ ໃຫ້​ຢຸດ​ການ​ເກາະ​ຜິດ​ທີ່​ພາ​ໃຫ້
​ມີ​ການ​ຕໍ່ສູ້​ກັນແບບເລັກໆນ້ອຍໆ ໃນ​ເຂດ​ຊາຍ​ແດນລະຫວ່າງ
ກັນ​ນັ້ນ.

ທ່ານ Kim Min-seok ​ໂຄສົກກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ
ໃຕ້ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ເກົາຫຼີ​ໃຕ້​ໄດ້​ເຕືອນ​ລັດຖະບານ​ພຽງ​
ຢາງ ​ໃຫ້​ຢຸດໂດຍ​ທັນ​ທີ “ການ​ເກາະ​ຜິດ​ທາງ​ທະຫານ​ແບບ​
ປະໝາດ​ນີ້.”

ທ່ານ Kim Min-seok ກ່າວ​ວ່າ “ທະຫານ​ຂອງ​ພວກ​ເຮົາ​
ກຳລັງ​ເອົາ​ໃຈ​ໃສ່​ຢ່າງ​ໃກ້ຊິດ ​ຕໍ່​ພຶດຕິ​ກຳ​ຕ່າງໆ​ທາງ​ດ້ານ​
ທະຫານ​ຂອງ​ເກົາຫຼີ​ເໜືອ ​ໃນ​ທຸກໆ​ດ້ານ. ພວກ​ເຮົາ​ກຳລັງກະກຽມຢ່າງ​ຖີ່​ຖ້ວນ​ເຊັ່ນ​ກັນ
ສຳລັບການເກາະ​ຜິດ​ຕ່າງໆ​ຕື່ມ​ອີກ​ຈາກ​ທະຫານ​ເກົາຫຼີ​ເໜືອ. ພວກ​ເຮົາ​ເຕືອນເກົາຫຼີ
ເໜືອ​ຢ່າງເຄ່ງ​ຂຶມ ໃຫ້​ຢຸດໂດຍ​ທັນທີ ການ​ເກາະ​ຜິດ​ທາງ​ທະຫານແບບ​ປະໝາດໃດໆ​ຕື່ມອີກ ຊຶ່ງ​ຈະ​ເພີ້​ມຄວາມ​ເຄັ່ງ​ຕຶງ​ຂຶ້ນ ​ແລະໃຫ້​ຢຸດພຶດຕິ​ກຳຕ່າງໆ ທີ່​ເປັນ​ການລະ​ເມີດ​
ຕໍ່​ຂໍ້​ຕົກລົງ​ສະຫງົບ​ເສິກ​ນັ້ນ​ເສຍ.”

​ເຫດການ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ຊາຍ​ແດນ​ຫວ່າງ​ໄວໆ​ມາ​ນີ້ ສາມາດ​ສ້າງ​ຄວາມ​ເສຍ​ຫາຍໃຫ້
ແກ່ ການ​ພົບ​ປະ​ເຈລະຈາ​ລະດັບ​ສູງ​ທີ່ໄດ້ວາງ​ແຜນ​ໄວ້​ລະຫວ່າງ​ສອງ​ເກົາຫຼີ​. ການ​ຕັດສິນ
ໃຈ​ທີ່​ຈະ​ໄຂການ​ໂອ້​ລົມ​ສົນທະນາ​ກັນ ​ໄດ້​ມີ​ຂຶ້ນ​ໃນ​ລະຫວ່າງ​ການໄປຢ້ຽມຢາມ​ເກົາຫຼີ​ໃຕ້ ​ໂດຍ​ບໍ່​ໄດ້ບອກໃຫ້​ຮູ້ລ່ວງ​ໜ້າ ​ ຂອງ​ຄະນະ​ຜູ້​ແທນລະດັບ​ສູງ​ຂອງ​ເກົາຫຼີ​ເໜືອ​ ​ເມື່ອ​ຕົ້ນ​ເດືອນ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫຼີ​ໃຕ້ ກ່າວ​ວ່າ ພວກ​ທະຫານ​ຍາມ​ຊາຍ​ແດນ​ຈາກ​ສອງ​ເກົາຫຼີ​ ໄດ້​ຍິງ​
ປືນ​ໃສ່​ກັນ​ໃນ​ວັນ​ອາທິດ​ຜ່ານ​ມາ ​ແຕ່​ບໍ່​ມີ​ລາຍ​ງານ​ ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ ຜູ້​ບາດ​ເຈັບ
​ຫຼື​ລົ້ມ​ຕາຍ​.

​ໃນ​ຕົ້ນ​ເດືອນ​ນີ້ ທະຫານ​ຈາກ​ທັງ​ສອງ​ຝ່າຍກໍ​ໄດ້​ຍິງ​ປືນ​ໃສ່​ກັນ ຫຼັງຈາກ​ພວກ​ນັກ​ເຄື່ອນ​ໄຫວ​ເກົາຫຼີ​ໃຕ້ ​ປ່ອຍລູກ​ໂປ່​ງທີ່​ບັນຈຸໃບ​ປິວ​ໂຄສະ​ນາ​ຊວນ​ເຊື່ອ​ຕໍ່ຕ້ານ​ພຽງ​ຢາງ ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ.

ວີດີໂອ ກ່ຽວກັບ ການເກນທະຫານເຂົ້າຮັບໃຊ້ ໃນກອງທັບເກົາຫລີໃຕ້:

Your browser doesn’t support HTML5

South Korea Confronts Violence Within Military Ranks