ເກົາຫຼີໃຕ້ ວ່າ ເຮືອບິນ ບໍ່ມີຄົນຂັບ ທີ່ຕົກນັ້ນ ມາຈາກ ເກົາຫຼີເໜືອ (ວີດີໂອ)

ຊາກເຮືອບິນບໍ່ມີຄົນຂັບ ທີ່ພົບເຫັນ ຕົກຢູ່ເທິງເກາະ Baengnyeong ໃກ້ໆເຂດນ່ານນ້ຳ ທີ່ມີການຂັດແຍ້ງກັນ ໃນທະເລເຫລືອງ (31 ມີນາ 2014)

ເກົາຫຼີ​ໃຕ້​ກ່າວ​ວ່າ ຕົນ​ໄດ້​ຢືນຢັນ​ວ່າ ​ເຮືອບິນບໍ່​ມີ​ຄົນ​ຂັບທີ່ສ້າງ
ຂຶ້ນແບບບໍ່ຄ່ອຍປານີດປານໃດ​ 3 ລຳ ທີ່ໄດ້ພົບເຫັນ​ຕົກລົງ​ໃນ​
ດິນ​ແດນຂອງ​ຕົນ ຫວ່າງ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້ ແມ່ນມີ​ກຳ
​ເນີ​ດມາ​ຈາກ​ເກົາຫຼີ​ເໜືອ.

ທ່ານ Kim Min-seok ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ
​ໃຕ້ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ແລະ​ເກົາຫຼີ​ໃຕ້ ​ໄດ້​ລົງ
ຄວາມເຫັນ ໂດຍໃຊ້​ຂໍ້​ມູນ GPS ຂອງ​ເຮືອບິນ​ເຫຼົ່າ​ນີ້ ​ຊຶ່ງທ່ານ​
ໃຫ້​ຄຳ​ຊີ້​ແຈງຕື່ມ​ວ່າ:

“ຫຼັງ​ຈາກ​ວິ​ເຄາະ​ເບິ່ງ​ ທາງ​ບິນ​ຂອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ 3 ລຳ​ນີ້
​ແລ້ວ ​ໄດ້​ມີ​ການ​ຢືນຢັນ​ວ່າ ​ເຮືອບິນ​ທັງ 3 ລຳ​ ແມ່ນ​ໄດ້​ຖືກ​ວາງ​ລາຍການ​ ໃຫ້ບິນ​ຂຶ້ນ ​ຈາກ​ເກົາຫຼີ​ເໜືອ ​ແລະ​ກຳນົດ​ຈະ​ບິນ​ກັບ​ຄືນ​ ໄປ​ຍັງ​ເກົາຫຼີ​ເໜືອ ຊຶ່ງ​ເປັນ​ຫຼັກ​ຖານ​ທາງ​ດ້ານ​ວິທະ ຍາສາດ​ຢ່າງ​ຈະ​ແຈ້ງ​ທີ່​ພິສູດ​ໃຫ້​ເຫັນ​ວ່າ ເກົາຫຼີ​ເໜືອ​ໄດ້​ສົ່ງ​ພວກ​ເຮືອບິນບໍ່ມີ​ຄົນ​ຂັບ​ເຫຼົ່າ​ນີ້.”

ທ່ານ Kim ກ່າວ​ຕື່ມ​ວ່າ ການ​ສົ່ງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ເຫລົ່າ​ນີ້ ​ເປັນ "ການ​ເກາະ​ຜິດ​ທາງທະ ຫານ​ຢ່າງ​ຈະ​ແຈ້ງ” ທີ່​ເປັນການ​ລະ​ເມີດ​ ຕໍ່​ຂໍ້​ຕົກລົງ​ສະຫງົບເສິກ ​ແລະ​ຫ້າມ​ຮຸກ​ຮານ​ຊຶ່ງ​ກັນ​ແລະ​ກັນ​ລະຫວ່າງ​ສອງ​ປະ​ເທດ.

​ເຮືອບິນ​ດັ່ງກ່າວ ​ໄດ້​ຖືກ​ພົບ​ເຫັນ​ ຫຼັງ​ຈາກ​ເກີດ​ອຸບັດ​ເຫດ​ຕົກລົງ​ ໃນ​ສະຖານທີ່ 3 ​ແຫ່ງຕ່າງ​ ກັນ ​ໃກ້ໆ​ກັບ​ຊາຍ​ແດນ​ ລະຫວ່າງ​ເກົາຫຼີ​ເໜືອແລະ​ໃຕ້​ ໃນ​ທ້າຍ​ເດືອນ​ມີນາ ​ແລະ​ຕົ້ນ​ເດືອນ​ເມສາ​ຜ່ານ​ມາ​ນີ້.

ເຮືອບິນ​ບໍ່​ມີ​ຄົນ​ຂັບ​ລຳ​ນຶ່ງ ​ໄດ້​ຖືກ​ພົບ​ເຫັນ​ພ້ອມຮູບ​ພາບ​ ຂອງ​ສະຖານທີ່​ສຳຄັນຕ່າງໆ​ຂອງ​ລັດຖະບານຮວມທັງ​ທຳນຽບສີຟ້າ​ຫຼື Blue House ຂອງປະທານາທິບໍດີ​ເກົາຫຼີ​ໃຕ້​ນຳ.

​ພຽງ​ຢ້າງ​ໄດ້​ປະຕິ​ເສດ​ຢ່າງ​ໜັກ​ແໜ້ນ​ວ່າ ຕົນ​ບໍ່​ໄດ້​ສົ່ງ​ພວກ​ເຮືອບິນ​ເຫຼົ່າ​ນີ້ ​ແຕ່​ກ່າວ​ວ່າ ລັດ ຖະບານ​ໂຊ​ລ ​ເປັນ​ຜູ້​ປັ້ນ​ແຕ່ງ​ເລື້ອງ​ນີ້​ຂຶ້ນ​ມາ ​ເພື່ອ​ເຮັດ​ໃຫ້​ເກົາຫຼີ​ເໜືອ​ເປັນ​ຄົນ​ບໍ່​ດີນັ້ນ.

Your browser doesn’t support HTML5

KOREAS DRONE VOSOT