ເກົາຫລີໃຕ້ ໄດ້ວາງມາດຕະການລົງໂທດໃໝ່ ຕາມລຳພັງ ຕໍ່
ເກົາຫຼີເໜືອໃນການຕອບໂຕ້ຕໍ່ການທົດລອງນິວເຄລຍ ແລະ
ລູກສອນໄຟຂີປະນາວຸດເທື່ອຫລ້າສຸດ ຂອງອຳນາດການປົກ
ຄອງດັ່ງກ່າວ.
ພາຍໃຕ້ການລົງໂທດ ທີ່ໄດ້ປະກາດໃນວັນອັງຄານມື້ນີ້ ໂຊລ
ມີບັນຊີດຳ ຊາວເກົາຫຼີເໜືອ 40 ຄົ ແລະ 30 ອົງການຈັດຕັ້ງ
ທີ່ພົວພັນໃນໂຄງການພັດທະນາ ອາວຸດນິວເຄລຍຂອງເກົາ
ຫລີເໜືອ ຊຶ່ງຈະຫ້າມເຂົາເຈົ້າ ບໍ່ໃຫ້ພົວພັນດ້ານການເງິນ ຢູ່
ໃນເກົາຫລີໃຕ້.
ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ລົງຄະແນນສຽງ ຜ່ານມະຕິ ລະຫວ່າງກອງປະຊຸມທີ່ ສຳນັກງານໃຫຍ່ ສະຫະປະຊາດ ວັນທີ 2 ມີນາ 2016.
ການລົງໂທດນີ້ ຍັງຫ້າມບໍ່ໃຫ້ກຳປັ່ນໃດໆ ທີ່ຈອດຢູ່ທ່າກຳປັ່ນເກົາຫລີເໜືອໃນລະຫວ່າງ
180 ມື້ກ່ອນນັ້ນ ເຂົ້າມາໃນເກົາຫລີໃຕ້.
ເກົາຫລີໃຕ້ ຍັງຈະຊຸກຍູ້ບໍ່ໃຫ້ປະຊາຊົນຂອງຕົນ ຫລີກຫລ່ຽງການກິນອາຫານ ຢູ່ຮ້ານອາ
ຫານເກົາຫລີເໜືອ ເວລາເດີນທາງອອກນອກປະເທດ. ພຽງຢາງເປັນເຈົ້າຂອງ ແລະບໍລິ
ຫານຮ້ານອາຫານຫຼາຍຮ້ອຍແຫ່ງຢູ່ໃນໂລກໂດຍນຳເອົາເງິນສົດມາໃຫ້ແກ່ລັດຖະບານທີ່
ເປັນແຫລ່ງລາຍໄດ້ທາງເງິນຕາເງິນທີ່ສຳຄັນນັ້ນ.
ຜູ້ຍິງຄົນໜຶ່ງຢ່າງຜ່ານກະດານໄຟຟ້າ ທີ່ສູນກາງຮັບມືກັບການກໍ່ການຮ້າຍ ຂອງຕຳຫລວດແຫ່ງຊາດ ທີ່ນະຄອນໂຊລ ເກົາຫລີໃຕ້.