ປະທານາທິບໍດີເກົາຫລີໃຕ້ ກ່າວຄຳປາໄສ ຕໍ່ລັດຖະສະພາສະຫະລັດ ໃນວັນພະຫັດນີ້

  • ວີໂອເອ

ປະທານາທິບໍດີເກົາຫລີໃຕ້ ທ່ານ ຢູນ ຊຸກ ຢອລ ຖ່າຍຮູບ ກັບ ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ຢູ່ທີ່ ລະບຽງທິດເໜືອຂອງທຳນຽບຂາວ ໃນ ວໍຊິງຕັນ ກ່ອນງານລ້ຽງອາຫານຄໍ່າເປັນທາງການ ໃນວັນທີ 26 ເມສາ 2023

ປະທານາທິບໍດີເກົາຫຼີໃຕ້ ທ່ານ ຢູນ ຊຸກ ຢອລ (Yoon Suk Yeol) ຈະກ່າວຄຳປາໄສຕໍ່ກອງປະຊຸມຄົບ​ຄະ​ນະຂອງລັດຖະສະພາ ໃນວັນພະຫັດມື້ນີ້ ໃນຂະນະທີ່ທ່ານສິ້ນສຸດການຢ້ຽມຢາມສະຫະລັດ ຢ່າງເປັນທາງການ ເຊິ່ງເປັນການຢ້ຽມຢາມ​ເນື່ອງ​ໃນ​ໂອ​ກາດ​ວັນຄົບຮອບ 70 ປີແຫ່ງການພົວພັນ ລະຫວ່າງສະຫະລັດ ແລະ ເກົາຫຼີໃຕ້.

ປະທານາທິບໍດີ​ເກົາຫຼີ​ໃຕ້ 6 ທ່ານ​ກ່ອນ​ໜ້າ​ນີ້ໄດ້​ກ່າວ​ປາ​ໄສ​ຕໍ່​ລັດຖະສະພາເຊັ່ນກັນ.

ທ່ານ ຢຸນ ໄດ້ພົບປະກັບປະທານາທິບໍດີ ໂຈ ໄບເດັນ ໃນວັນພຸດນີ້ ເພື່ອປຶກສາຫາລື ກ່ຽວກັບໄພຂົ່ມຄູ່ທີ່ເກີດຈາກເກົາຫຼີເໜືອ ທີ່ກ້າແຂງຂື້ນເລື້ອຍໆ, ວິທີການທີ່ທັງສອງປະເທດສາມາດຮ່ວມມືກັນທາງດ້ານເສດຖະກິດ ແລະວິທີຕອບໂຕ້ຈີນທີ່ມີອິດ​ທິ​ພົນຫຼາຍຂຶ້ນ ທ່າມກາງບັນຫາອື່ນໆ.

ອີງຕາມເວັບໄຊຂອງທຳນຽບຂາວ ((https://www.whitehouse.gov/briefing-room/statements-releases/2023/04/26/washington-declaration-2/)), ກ່ອນ​ການ​ເຈລະຈາ, ທັງສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ວໍ​ຊິງ​ຕັນ, ເຊິ່ງ ສາ​ທາ​ລະ​ນະ​ລັດ​ເກົາຫຼີຕົກລົງ​ທີ່​ຈະ​ບໍ່​ດຳ​ເນີນ​ໂຄງການ​ອາວຸດ​ນິວ​ເຄລຍຂອງ​ຕົນ ​ເພື່ອ​ແລກກັບ​ບົດບາດການ​ຕັດສິນ​ໃຈ​ທີ່​ຫຼາຍຂື້ນ​ໃນ​ການ​ວາງ​ແຜນສຸກເສີນຂອງສະຫະລັດ ໃນກໍລະນີ​ເກີດ​ການ​ໂຈມ​ຕີ​ດ້ວຍ​ນິວ​ເຄລຍ ຈາກເກົາຫລີ​ເໜືອ, ​ແລະ​ວໍ​ຊິງ​ຕັນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ ການມີໜ້າ​ແບບແຂງແກ່ນຫຼາຍຂື້ນຂອງ​ສະຫະລັດ​ໃນ​ຂົງ​ເຂດນີ້.

ງານລ້ຽງອາຫານຄໍ່າ​ຢ່າງ​ເປັນທາງການ ຢູ່ທີ່ທຳນຽບຂາວໃນຕອນແລງຂອງວັນພຸດວານນີ້ ໄດ້ມີບັນດາບຸກຄົນທີ່ມີຊື່ສຽງຈາກຮອລລີວູດ (Hollywood), ນັກທຸລະກິດ ແລະນັກການເມືອງ ເດີນ​ທາງ​ມາວໍຊິງຕັນ ເພື່ອ​ເຂົ້າຮ່ວມສະເຫຼີມສະຫຼອງ.

ໂອກາດ​ດັ່ງກ່າວແມ່ນ​ເປັນ​ພຽງ​ງານ​ລ້ຽງອາຫານຄໍ່າທາງການ ​ຄັ້ງ​ທີ​ສອງ​ ທີ່ເກີດຂື້ນໃນລະຫວ່າງ​ລັດຖະບານ​ຂອງ​ທ່ານ ໄບເດັນ, ​ເຊິ່ງຄັ້ງ​ທຳ​ອິດ ແມ່ນງານລ້ຽງສຳລັບຕ້ອນ​ຮັບປະທານາທິບໍດີຝຣັ່ງ ທ່ານເອມມານຸຍແອລ ມາກຣົງ .

ໃນວັນອັງຄານທີ່ຜ່ານມານີ້, ທ່ານໄບເດັນ, ພ້ອມດ້ວຍ ທ່ານຢູນ ແລະ ພັນລະຍາຂອງພວກທ່ານ ໄດ້ເດີນທາງໄປຢ້ຽມຢາມອະນຸສອນ​ສ​ະ​ຖານສົງຄາມເກົາຫຼີ ທີ່ ​ສະ​ໜາມ​ຫຼວງ​ແຫ່ງ​ຊາດ ໃນວໍຊິງຕັນ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ