ໃນຂະນະທີ່ລັດຖະບານຂອງເກົາຫຼີໃຕ້ ມີຄວາມສໍາພັນອັນເລິກເຊິ່ງທາງດ້ານເສດຖະກິດ ແລະຄວາມໝັ້ນຄົງກັບສະຫະລັດ, ບັນດານັກຊ່ຽວຊານຊໍ້າພັດກໍາລັງເຕືອນວ່າ ຄວາມສໍາພັນອັນຍາວນານລະຫວ່າງລັດຖະບານໂຊລກັບຈີນ ມີທ່າອ່ຽງຄືວ່າກໍາລັງຈະໄດ້ຮັບຜົນກະທົບ.
ຫຼັກຖານໃນຂັ້ນຕົ້ນຂອງຄວາມເຄັ່ງຕຶງທີ່ອາດຈະເກີດຂຶ້ນໄດ້ ແມ່ນເຫັນໄດ້ຢ່າງແຈ່ມແຈ້ງ ຈາກລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ທ່ານຫວັງ ຢີ, ເຊິ່ງໄດ້ຕ້ອງຕິກ່ຽວກັບຂອບເຂດນະໂຍບາຍໃໝ່ທາງດ້ານເສດຖະກິດ ຂອງປະ ທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຢ່າງຮຸນແຮງ, ໂດຍການກໍ່ຕັ້ງຂອບເສດຖະກິດໃໝ່ ໃນພູມິພາກຂຶ້ນ ເຊິ່ງລວມມີເກົາຫຼີໃຕ້ ແຕ່ບໍ່ມີຈີນ.
“ເມື່ອໄວໆມານີ້ ສະຫະລັດໄດ້ສະເໜີໃຫ້ພິຈາລະນາໃນອັນທີ່ຮ້ອງວ່າ ຂອບເສດ ຖະກິດແຫ່ງອິນໂດ-ປາຊີຟິກຫຼື IPEF, ແລະໄດ້ກ່າວອ້າງວ່າ ເພື່ອສ້າງລະບຽບ ການໃໝ່ທີ່ເປີດກວ້າງ, ແລະເສລີ ລວມເອົາທຸກພັກຝ່າຍ,” ທ່ານ ຫວັງ ກ່າວໃນມື້ວັນຈັນແລ້ວນີ້ ໃນລະຫວ່າງການເດີນທາງໄປຢ້ຽມຢາມປະເທດຟີຈິ, ເຊິ່ງເປັນການ ຢ້ຽມຢາມນຶ່ງໃນ 8 ປະເທດເກາະດອນ ຂົງເຂດມະຫາສະມຸດປາຊີຟິກ ໂດຍໄດ້ແນເປົ້າໝາຍໃສ່ການຮັກສາຂໍ້ຕົກລົງທາງດ້ານການຄ້າໃນວົງກວ້າງ ແລະຄວາມໝັ້ນຄົງຕ່າງໆ.
“ຖ້າສະຫະລັດຫາກມີເຈດຕະນາທີ່ຈະບໍ່ລວມເອົາຈີນເຂົ້າຮ່ວມເປັນສະມາຊິກ ເຊິ່ງເປັນຕະຫຼາດທີ່ໃຫຍ່ທີ່ສຸດຢູ່ໃນພູມິພາກແຫ່ງນີ້ ແລະອື່ນໆ, ແລ້ວມັນຈະ ລວມກັນໄດ້ແນວໄດ້? ແທ້ຈິງແລ້ວ ສິ່ງທີ່ສະຫະລັດ ກໍາລັງດໍາເນີນການຢູ່ນີ້ ແມ່ນເປັນການຜັກດັນໃຫ້ປະເທດຕ່າງໆເຂົ້າສູ່ຂອບມາດຕະຖານ ແລະກົດລະ ບຽບຂອງຕົນເອງ,” ທ່ານ ຫວັງ ກ່າວເພີ້ມເຕີມ. ທ່ານ ໄບເດັນ ເລີ້ມດໍາເນີນງານກ່ຽວກັບ IPEF ເມື່ອວັນທີ 23 ພຶດສະພາ ໃນປະເທດຍີປຸ່ນ, ເຊິ່ງເປັນປະເທດທີສອງໃນການເດີນທາງຢ້ຽມຢາມເອເຊຍຄັ້ງທໍາອິດຂອງທ່ານ ລຸນຫຼັງທີ່ໄດ້ໄປຢ້ຽມຢາມປະເທດເກົາຫຼີໃຕ້.
ແມ່ຍິງຄົນນຶ່ງຍ່າງຜ່ານປ້ານຜ້າທີ່ມີຄໍາຂັວນ ຍິນດີຕ້ອນຮັບການຢ້ຽມຢາມຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ໃກ້ກັບສະຖານທູດສະຫະລັດ ໃນນຄອນຫຼວງໂຊລ, ເມື່ອວັນທີ 21 ພຶດສະພາ 2022.
ປະທານປະເທດທີ່ໄດ້ຮັບເລືອກຕັ້ງໃໝ່ຂອງເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢລ ໄດ້ປະກາດວ່າ ທ່ານຈະເຂົ້າຮ່ວມກຸ່ມ IPEF ໃນລະຫວ່າງການປະຊຸມສຸດຍອດກັບທ່ານໄບເດັນ ທີ່ໄດ້ຈັດຂຶ້ນເມື່ອວັນທີ 21 ພຶດສະພາ ໃນນະຄອນຫຼວງໂຊລ. ໃນການຖະແຫຼງຂ່າວລຸນຫຼັງການປະຊຸມສຸດຍອດດັ່ງກ່າວ, ທ່ານ ໂຢລ ກ່າວວ່າ ການມີສ່ວນຮ່ວມໃນການດໍາເນີນງານກັບ IPEF ຂອງລັດຖະບານໂຊລ ຖືເປັນ “ບາດກ້າວທໍາອິດ” ໄປສູ່ການສ້າງ “ລະບຽບບົນພື້ນຖານຂອງອິນໂດ-ປາຊີຟິກ” ຮ່ວມກັບວໍຊິງຕັນ.
ໂດຍປະກອບດ້ວຍ 13 ປະເທດ, ເຊິ່ງສ່ວນໃຫຍ່ແມ່ນຢູ່ໃນພູມິພາກອິນໂດ-ປາຊີຟິກ ແລະເອເຊຍຕາເວັນອອກ, ຄິດເປັນ 40 ເປີເຊັນຂອງຜະລິດຕະພັນລວມພາຍໃນປະເທດທົ່ວໂລກ, ກຸ່ມ IPEF ແມ່ນສ່ວນນຶ່ງຂອງຂໍ້ລິເລີ້ມທີ່ນໍາໂດຍສະ ຫະລັດ ເພື່ອສ້າງຕ່ອງໂສ້ສະໜອງອຸບປະທານທີ່ປັບຕົວໄດ້ບົນພື້ນຖານການຄ້າທີ່ຍຸຕິທໍາ, ອີງຕາມການລາຍງານຂອງປະເທດສະມາຊິກຕ່າງໆ.
ໃນລະຫວ່າງການປະຊຸມສຸດຍອດກັບທ່ານ ໄບເດັນ, ທ່ານ ໂຢລ ຍັງໄດ້ໃຫ້ຄວາມສົນໃຈທີ່ຈະເຂົ້າຮ່ວມກຸ່ມຄວດ ນໍາອີກດ້ວຍ, ອັນເປັນກຸ່ມພັນທະມິດທາງດ້ານຄວາມໝັ້ນຄົງທີ່ບໍ່ເປັນທາງການ ໂດຍປະກອບມີ ສະຫະລັດ, ຍີ່ປຸ່ນ, ອິນເດຍ ແລະອອສເຕຣເລຍ, ເຊິ່ງທ່ານ ໄບເດັນ ກໍສະແດງຄວາມຍິນດີຕ້ອນຮັບ.