ຣັດເຊຍຊ່ວຍຊີວິດ ລູກເຮືອເກົາຫລີໃຕ້ 89 ຄົນ ພາຍຫລັງເກີດໄຟໄໝ້ເຮືອ

  • ບົວສະຫວັນ

ແຜນທີ່ຣັດເຊຍ ຊຶ່ງຢູ່ໃກ້ບ່ອນທີ່ເຮືອບັນທຸກສິນຄ້າ ເກົາຫລີໃຕ້ຖືກໄຟໄໝ້ ໃນເຊົ້າວັນພະຫົດ ທີ 17 ພະຈິກ 2011

ພວກເຈົ້າໜ້າທີ່ຣັດເຊຍກ່າວວ່າ ລູກເຮືອ 89 ຄົນຂອງເຮືອບັນທຸກສິນຄ້າ ຂອງເກົາຫລີໃຕ້
ລໍາ​ນຶ່ງ ໄດ້ຖືກຊ່ວຍຊີວິດເອົາໄວ້ ພາຍຫລັງໄດ້ເກີດໄຟໄໝ້ເຮືອຂອງພວກເຂົາເຈົ້າ ໃນທະເລ​
ແບຣິງ ນອກຝັ່ງທະເລ ທາງຕາເວັນອອກໄກຂອງຣັດເຊຍ.

ພວກເຈົ້າໜ້າທີ່ຍັງໄດ້ກ່າວອີກວ່າ ເຮືອ Oriental Angel ບໍ່ໄດ້ສົ່ງສັນຍານ​ແຈ້ງໄພອັນ
ຕະລາຍ ຫລື​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ ລຸນຫລັງທີ່ພວກລູກເຮືອບໍ່ສາມາດມອດໄຟ ຢູ່ໃກ້
ແຫລມຈຸກກົດກາ (Chukotka) ໄດ້ ໃນຕອນເຊົ້າໆ ຂອງວັນພະຫັດມື້ນີ້.

ພວກລູກເຮືອໄດ້ພາກັນຂີ່ແພນ້ອຍ ປົບໜີຈາກເຮືອໄຟໄໝ້ດັ່ງກ່າວ ກ່ອນທີ່ ພວກເຂົາເຈົ້າ
ຈະຖືກຊ່ວຍເອົາຊີວິດໄວ້ ໂດຍເຮືອຫລາຍລໍາ ຢູ່ໃກ້ໆ ທີ່ເກີດເຫດ ນັ້ນ.

ອົງການຂ່າວ ອີຕາຣ ທັສ (Itar Tass) ຂອງຣັດເຊຍ ໄດ້ອ້າງຄໍາເວົ້າ ຂອງພວກເຈົ້າໜ້າ
ທີ່ວ່າຫົວໜ້າຂັບເຮືອໄດ້ເສຍຊີວິດ ໃນຂະນະ​ທີ່​ພະຍາຍາມ​ມອດໄຟ.

ພວກເຈົ້າໜ້າທີ່ກ່າວອີກວ່າ ອາກາດທີ່ມີລົມພາຍຸພັດແຮງ ໄດ້ມີຜົນກະທົບຕໍ່ການດໍາເນີນ
ຄວາມພະຍາຍາມ​ເພື່ອມອດໄຟ ຊຶ່ງສາ​ເຫດ​ຂອງ​ໄຟ​ໄໝ້​ຄັ້ງ​ນີ້​ແມ່ນຍັງຕ້ອງໄດ້ຖືກສອບ
ສວນຢູ່.