ເກົາຫຼີໃຕ້ ລາຍງານ ການເສຍຊີວິດ ຍ້ອນເຊື້ອໄວຣັສ MERS ຕື່ມອີກ 3 ຄົນ

ບັນດາພະນັກງານ ໃສ່ເຄື່ອງປ້ອງກັນຕົວ ກຳລັງສີດ ຢາຕໍ່ຕ້ານເຊື້ອພະຍາດ ຊຶ່ງເປັນການລະມັດສະວັງ ຕໍ່ການແຜ່ລະບາດຂອງເຊື້ອໄວຣັສ MERS ຢູ່ທີ່ສູນວັດທະນະທຳ Sejong ໃນນະຄອນຫຼວງ ໂຊລ ປະເທດເກົາຫຼີໃຕ້, ເມື່ອວັນອັງຄານ ທີ 16 ມີຖຸນາ 2015.

ເກົ​າຫຼີ​ໃຕ້ ​ໄດ້ລາຍ​ງານ ກ່ຽວກັບການ​ເສຍ​ຊີວິດຕື່ມອີກສາມ​ຄົນ
ຍ້ອນ​ໂຣກລະບົບຫາຍໃຈອັກເສບຮ້າຍແຮງ ຈາກພາກຕາເວັນ
ອອກກາງ ຫຼື MERS ​ເຊິ່ງ​ໄດ້​ເຮັດ​ໃຫ້​ຈຳນວນ​ຜູ້​ເສຍ​ຊີວິດ ເພີ້ມ
ຂຶ້ນເປັນ 19 ຄົນແລ້ວ ​ໃນ​ການລະບາດ​ຂອງ​ MERS ທີ່ໃຫຍ່
ທີ່ສຸດ ຢູ່​ນອກ​ເຂດ​ພາກຕາ​ເວັນ​ອອກ​ກາງ.

ບັນດາ​ເຈົ້າໜ້າ​ທີ່​ສາທາລະນະສຸກ ໃນ​ນະຄອນຫຼວງ​ໂຊລ ຍັງ​ໄດ້​
ປະກາດ ໃນວັນ​ອັງຄານ​ມື້​ນີ້ ວ່າ​ ພວກ​ເຂົາ​ເຈົ້າ ​ໄດ້ຄົ້ນ​ພົບ 4
ກໍລະນີໃໝ່​ ຂອງ​ຜູ້ຕິດເຊື້ອໄວຣັສ ​ເຊິ່ງໝາຍ​ຄວາມ​ວ່າ ດຽວ​ນີ້​
ຈຳນວນຂອງ​ຜູ້ທີ່​ຕິດ​ເຊື້ອ​ MERS ທັງໝົດ ເພີ້ມຂຶ້ນເປັນ 154 ຄົນ.

ສາມ​ກໍລະນີ​ຫລ້າສຸດຂອງ​ການ​ຕິດ​ເຊື້ອ ​ແມ່ນ​ໄດ້​ເກີດ​ຂຶ້ນ ຢູ່​ທີ່​ສູນ​ການ​ແພດ Samsung ​ເຊິ່ງ​ເປັນ​ນຶ່ງ​ໃນ​ບັນດາ​ໂຮງໝໍ​ ທີ່​ໃຫຍ່​ທີ່​ສຸດ ​ແລະ ມີ​ຊື່​ສຽງ​ໂດ່​ງດັ່ງ​ທີ່​ສຸດ​ ໃນນະຄອນຫຼວງ​ໂຊ​ລ ທີ່​ເປັນຈຸດສູນ​ ໃນການ ລະ​ບາດຂອງ​ເຊື້ອໄວຣັສ MERS ນັ້ນ.

​ໂຮງໝໍດັ່ງກ່າວ​ ​ໄດ້​ປະກາດ​ໃນ​ວັນ​ອາທິດ​ຜ່ານ​ມານີ້ ​ວ່າ ຕົນ​ໄດ້​ງົດ​ທຳ​ການຜ່າຕັດ​ທັງ​ໝົດ ​ທີ່​ບໍ່​ສຸກ​ເສີນ ​ແລະ ບໍ່​ຮັບ​ເອົາ​ຄົນ​ປ່ວຍ​ໃໝ່​ຕື່ມ​ອີກ​ເປັນ​ການ​ຊົ່ວຄາວ ​ແລະ​ບໍ່​ອະນຸຍາດ​ໃຫ້​ຜູ້​ຄົນໄປ​ຢ້ຽມຢາມ​ ​ເຂົ້າ​ໄປ​ໃນ ສະຖານ​ທີ່ແຫ່ງນັ້ນ​ອີກ​ດ້ວຍ.

ບັນ​ດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ການລະບາດ​ແມ່ນສາມ​າດຄວບ​ຄຸມ​ໄວ້​ໄດ້ ໃຫ້ຢູ່ແຕ່​ໃນສະຖານ​ທີ່​ການ​ແພດ​ຕ່າງໆ ​ແລະ ບໍ່​ໄດ້​ແຜ່​ລະບາດ​ໄປ​ຍັງ​ພົນລະ​ເມືອງ​ໂດຍ​ທົ່ວ​ໄປ. ພວກ​ເຂົາ​ເຈົ້າ ຍັງ​ກ່າວ​ອີກວ່າ ​ໂຕ​ເລກຂອງ​ກໍລະນີ​ໃໝ່ ​ແມ່ນ​ກຳລັງຫຼຸດລົງ.

ມີປະຊາຊົນຫຼາຍກວ່າ 5,500 ຄົນ ​ໃນ​ເກົາຫຼີ​ໃຕ້ ​ໄດ້​ຖືກ​ກັກບໍລິ​ເວນ ຫຼັງຈາກ​ພວກກ່ຽວ​ອາດ​ໄດ້​ສຳ​ຜັດ​ ກັບ​ບຸກຄົນຜູ້​ທີ່​ຕິດ​ເຊື້ອ​ໂຣກດັ່ງກ່າວແລ້ວນັ້ນ.

ອີງ​ຕາມ​ອົງການ​ອະນາ​ໄມ​ໂລກແລ້ວ ຍັງ​ບໍ່​ມີ​ການ​ປິ່ນ​ປົວ​ທີ່​ຫາຍ​ຂາດ ​ຫຼືຢາ​ວັກ​ຊີ​ນປ້ອງກັນ
ພະຍາດ​ MERS ເທື່ອ ​ເຊິ່ງມີ​ອັດຕາ​ການ​ເສຍ​ຊີວິດ ປະມານ 35 ​ເປີ​ເຊັນ.

Your browser doesn’t support HTML5

South Korea MERS