ປະທານາທິບໍດີ Park Geun-hye ແຫ່ງເກົາຫຼີໃຕ້ໄດ້ໃຫ້
ຄຳໝັ້ນສັນຍາທີ່ຈະກູ້ເຮືອຂ້າມຟາກ Sewol ຂຶ້ນມາ ໂດຍ
ຕົກລົງເຫັນດີນຳ ຄຳຂໍຮ້ອງທີ່ສຳຄັນຂອງພວກຄອບຄົວ
ຂອງພວກທີ່ເສຍຊີວິດໄປ 304 ຄົນເວລາເຮືອລຳດັ່ງກ່າວ
ຫຼົ້ມໃນປີແລ້ວນີ້.
ຖ້ອຍຄຳເຫຼົ່ານີ້ຂອງປະທານາທິບໍດີ ມີຂຶ້ນຢູ່ໃນຄຳປາໄສ
ໃນວັນພະຫັດ ມື້ນີ້ ເພື່ອເປັນຂີດໝາຍວັນຄົບຮອບໜຶ່ງປີ
ທີ່ເຮືອຂ້າມຟາກ Sewol ທີ່ບັນຈຸຄົນໂດຍສານເກີນກຳໜົດ
ຫຼົ້ມລົງໃນທະເລ ລະຫວ່າງການອວ່າຍຫົວເຮືອຕາມປົກກະ
ຕິ ຢູ່ນອກຝັ່ງທະເລທາງທິດຕາເວັນຕົກສຽງໃຕ້ຂອງປະເທດ
ນັ້ນ.
ຄອບຄົວ ພວກເຄາະຮ້າຍ ເຮືອຫຼົ້ມ ໄວ້ອາໄລ ຄົບຮອບ ນຶ່ງປີ
ເຮືອລຳນີ້ ທີ່ບັນຈຸຄົນໂດຍສານ ຊຶ່ງສ່ວນຫຼາຍເປັນພວກນັກຮຽນມັດທະຍົມ ຍັງຈົມປີ້ນ
ຂວ້ຳຢູ່ພື້ນທະເລໃນບ່ອນດຽວກັນກັບບ່ອນທີ່ມັນຂວ້ຳລົງນັ້ນ ອັນເປັນຄວາມຊົງຈຳອັນ
ໜຶ່ງຂອງໄພຫາຍະນະທາງທະເລຄັ້ງຮ້າຍ ແຮງທີ່ສຸດຂອງປະເທດ.
ປະທານາທິບໍດີກ່າວວ່າ “ຂ້າພະເຈົ້າຄຶດວ່າ ໃນປັດຈຸບັນນີ້ ມັນສົມຄວນແກ່ເວລາ
ແລ້ວທີ່ພວກເຮົາຈະກະກຽມກູ້ເຮືອລຳນີ້ຂຶ້ນມາ” “ພວກເຮົາຈະ ດຳເນີນທຸກໆວິ
ທີການທີ່ຈຳເປັນໃນທັນທີ ທີ່ວ່າເຮືອລຳນີ້ສາມາດຍົກຂຶ້ນ ມາໄດ້ ໃນເວລາອັນ
ໄວເທົ່າທີ່ຈະເປັນໄປໄດ້.”
ປະທານາທິບໍດີ Park ຍັງໃຫ້ຄຳໝັ້ນສັນຍາເຊັ່ນກັນວ່າ ຈະຊອກຫາສົບຂອງພວກຄົນໂດຍສານ 9 ຄົນທີ່ຍັງຫາຍສາບສູນຢູ່ໃນເວລານີ້ເຊັ່ນກັນ.
ໃນເຊົ້າວັນພະຫັດມື້ນີ້ ໃນລະຫວ່າງການຢ້ຽມຢາມສະຖານທີ່ໄວ້ອາໄລ ນັ້ນສະມາຊິກ
ຫຼາຍໆຄົນຂອງຄອບຄົວພວກທີ່ເສຍຊີວິດໄປນັ້ນບໍ່ຍອມພົບປະກັບປະທານາທິບໍດີຈົນ
ກວ່າທ່ານນາງໄດ້ຮັບປາກທີ່ຈະກູ້ເອົາເຮືອລຳນີ້ຂຶ້ນມາ.
ລັດຖະບານໄດ້ປະເຊີນກັບຄວາມກົດດັນຢ່າງສະໝ່ຳສະເໝີມາ ເພື່ອໃຫ້ກູ້ເຮືອຂ້າມຟາກ ທີ່ໜັກ 6825 ໂຕນຂຶ້ນມາຈາກທ້ອງທະເລເພື່ອຊ່່ອຍ ປິດເລື້ອງຄວາມເປັນຫ່ວງຂອງພວກທີ່ໄດ້ຮັບເຄາະຮ້າຍ ແລະສາມາດ ລະບຸໄດ້ຢ່າງແນ່ນອນກ່ຽວກັບສາຍເຫດແທ້ໆຂອງອຸບັດເຫດເຮືອລຳນີ້.
Your browser doesn’t support HTML5
SOKOR Ferry Anniversary