ເກົາຫຼີໃຕ້ ສະເໜີຈະທຳ ການເຈລະຈາ ກັບເກົາຫຼີເໜືອ ໃນທຸກໆເລື່ອງ

ແຜນທີ່ ເກົາຫຼີເໜືອ ແລະ ເກົາຫຼີໃຕ້

ເຈົ້າໜ້າ​ທີ່​ອາວຸ​ໂສຄົນ​ໜຶ່ງຂອງເກົາຫຼີ​ໃຕ້ ​ໄດ້ສະ​ເໜີ​ທີ່​ຈະ​ຈັດ
ການ​ເຈລະຈາ​ລະດັບ​ລັດຖະມົນຕີ ກັບ​ເກົາຫຼີ​ເໜືອ ​ເພື່ອ​ປຶກສາ
​ຫາລື​ເລື້ອງ “ຄວາມ​ກັງ​ວັນໃດໆ​ທີ່​ທັງ​ສອງ​ຝ່າຍ​ມີ​ນຳ​ກັນ”
ລວມທັງ ການ​ເຕົ້າ​ໂຮມຄືນ​ໃໝ່ ບັນດາຄອບຄົວ​ທີ່​ໄດ້​ຖືກ​
ແບ່ງ​ແຍກ ​ໂດຍສົງ​ຄາມເກົາຫຼີນັ້ນ.

ທ່ານ Ryo Kihl-jae ລັດຖະມົນຕີປອງ​ດອງຊາດ​ເກົາຫຼີໃຕ້
ຮັບຜິດຊອບ​ກິດຈະການ​ກ່ຽວ​ກັບເກົາຫຼີ​ເໜືອ ຖະ​ແຫລ​ງຕໍ່​
ກອງ​ປະຊຸມ​ນັກ​ຂ່າວ​ ​ໃນ​ວັນ​ຈັນ​ມື້​ນີ້ ວ່າ ​ຕົນໄດ້ຍື່ນ​ຂໍ້​ສະ​ເໜີ
​ຢ່າງ​ເປັນ​ທາງ​ການ ໄປ​ຍັງພຽງ​ຢາງ​ແລ້ວ. ທ່ານ​ກ່າວວ່າ ທ່ານ​
ພ້ອມ​ທີ່​ຈະ​ປຶກສາ​ຫາ​ລື ບັນຫາ​ໃດໆກໍ​ໄດ້ ທີ່​ທັງ​ສອງ​ຝ່າ​ຍມີ​
ຄວາມ​ກັງ​ວົນ​ນຳ​ກັນ.

ຖ້າ​ຫາກເກົາຫລີ​ເໜືອຕົກລົງ​ຕໍ່​ຂໍ້​ສະ​ເໜີດັ່ງກ່າວ ການ​ເຈລະຈາກໍ​ຈະ​ມີ ຂຶ້ນ​ໃນເດືອນໜ້າ​ນີ້ ກັບທ່ານ Kim Yang Gon ​ຄູ່​ຕຳ​ແໜ່​ງຂອງທ່ານ Ryo ຢູ່​ທີ່​ພຽງ​ຢາງ.

ພວກຫລົບໜີອອກມາຈາກເກົາຫຼີເໜືອ ຕຽມທີ່ຈະປ່ອຍປຸມເປົ້າ ທີ່ມີໃບປິວ ປະນາມຜູ້ນຳເກົາຫຼີເໜືອ Kim Jong Un ແລະນະໂຍບາຍຕ່າງໆ ຂອງລັດຖະບານທ່ານ ຢູ່ເມືອງ Paju ໃນເກົາຫຼີໃຕ້ ໃກ້ໆກັບຊາຍແດນ ເກົາຫຼີເໜືອ, ວັນທີ 10 ຕຸລາ 2014.

ທ່ານ Ryo ​ເວົ້າວ່າ “ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຮົາ​ບໍ່ມີ​
ເລື້ອງ​ໃດ​ໜຶ່ງທີ່​ຈະລົມ​ກັນ ໂດຍ​ສະ​ເພາະ ​ແຕ່​ຈຸດ​ຢືນ​
ຂອງ​ພວກ​ເຮົາ ​ແມ່ນ​ເພື່ອ​ປຶກສາ​ຫາລືທຸກໆ​ເລື້ອງ​ທີ່ ​
ເກົາຫຼີ​ໃຕ້ ​ແລະ ເກົາຫຼີເໜືອ ມີ​ຄວາມ​ສົນ​ໃຈ​ນຳກັນ.”

ທັງ​ສອງ​ປະ​ເທດໄດ້​ຕົກລົງ​ ທີ່​ຈະ​ຈັດ​ກອງ​ປະຊຸມ​ລະດັບ​ສູງ
ລະຫວ່າງ​ກັນ​ຂຶ້ນ ທີ່ໄດ້ກຳນົດໄວ້ ເມື່ອ​ສອງເດືອນ​ຜ່ານ​ມາ
ຫຼັງຈາກຜູ້​ແທນ​ລະດັບ​ສູງ​ ທີ່​ມີ​ອຳນາດຈາກ​ເກົາຫຼີ​ເໜືອ
ຄະນະໜຶ່ງ ​ເດີນທາງໄປ​ຢ້ຽມຢາມ​ນະຄອນຫລວງໂຊລ ​
ແບບ​ບໍ່​ໄດ້​ປະກາດ​ລ່ວງ​ໜ້າ ​ໃນ​ເດືອນ​ຕຸລາ. ແຕ່ເກົາຫຼີ​ເໜືອ​
ໄດ້​ຍົກເລີກ​ການ​ປະຊຸມ​ ໃນ​ເວລາ​ຕໍ່​ມາ ຍ້ອນເກີດ​ຄວາມ​ໂມ​ໂຫ​ ​ທີ່ບັນດາ​ນັກ​ເຄື່ອນ​ໄຫວ​ຢູ່​ໃນ​ເກົາຫຼີໃຕ້ ໄດ້ປ່ອຍໃບ​ປິວຕໍ່ຕ້ານ​ພຽງຢາງ​ ​ເຂົ້າໄປ​ຍັງເກົາຫຼີ​ເໜືອ.