ເກົາຫີຼໃຕ້ໄດ້ສະເໜີໃຫ້ມີການສົນທະນາລະດັບສູງ ກັບຄູ່ສັດຕູທີ່ຂົມຂື່ນເກົາຫີຼເໜືອ
ກ່ຽວກັບການເປັນໄປໄດ້ ທີ່ເກົາຫລີເໜືອຈະເຂົ້າຮ່ວມກິລາໂອລິມປິກ ທີ່ຈະຈັດຂຶ້ນໃນ
ເກົາຫລີໃຕ້.
ລັດຖະມົນຕີທ້ອນໂຮມຊາດ ທ່ານໂຈ ມີຍຸງ-ກີອົງ ກ່າວໃນວັນອັງຄານມື້ນີ້ວ່າໂຊລ ຕ້ອງ
ການພົບປະກັບບັນດານັກການທູດເກົາຫີຼເໜືອ ໃນນຶ່ງອາທິດພໍດີ ຢູ່ທີ່ໝູ່ບ້ານສະຫງົບ
ເສິກປານມຸນຈອມ ຕັ້ງຢູ່ເຂດປອດທະຫານ ທີ່ແບ່ງແຍກເກົາ
ຫີຼເໜືອ ແລະເກົາຫີຼໃຕ້. ການປະຊຸມນີ້ ຈະເປັນການສົນທະນາຂັ້ນສູງ ເທື່ອທຳອິດ
ລະຫວ່າງໂຊລ ກັບພຽງຢາງ ນັບແຕ່ເດືອນທັນວາ 2015 ເປັນຕົ້ນມາ.
ຊາວເກົາຫີຼໃຕ້ ກຳລັງເບິ່ງໂທລະພາບ ທີ່ສະຖານີລົດໄປ ຊຶ່ງ ທ່ານ ກິມ ຈົງ ອຶ່ນ ຜູ້ນຳເກົາຫລີເໜືອ ກຳລັງຖະແຫລງໃນວັນປີໃໝ່ 2018.
ການສະເໜີຂອງໂຊລ ໄດ້ເກີດຂຶ້ນນຶ່ງມື້ຫລັງຈາກຜູ້ນຳເກົາຫີຼເໜືອ ທ່ານ ກິມ ຈົງ ອຶນ
ໄດ້ໃຊ້ການຖະແຫລງໃນວັນປີໃໝ່ປະຈຳປີ ທີ່ປະກາດວ່າ ທ່ານກຳລັງພິຈາລະນາ ທີ່ຈະ
ສົ່ງທີມເຂົ້າຮ່ວມກິລາໂອລິມປິກ ໃນເດືອນໜ້ານີ້ ທີ່ ນະຄອນພຽງຈາງ.
ປະທານາທິບໍດີເກົາຫີຼໃຕ້ ທ່ານມູນ ເຈ-ອິນ ມີຄວາມຍິນດີ ກັບການສະເໜີຂອງທ່ານ
ກິມ ທີ່ຈະຈັດໃຫ້ມີການສົນທະນາກັນ ໃນຕອນແລງວັນຈັນ ແຕ່ໄດ້ກ່າວວ່າ ການປັບປຸງ
ຄວາມສຳພັນໃດໆ ຢູ່ໃນເກົາຫີຼເໜືອ ແລະເກົາຫິຼໃຕ້ ຕ້ອງເກີດຂຶ້ນເງື່ອນໄຂທີ່ຕິດຕາມ
ມາດ້ວຍການປະລະໂຄງການອາວຸດນິວເຄລຍຂອງພຽງຢາງ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Koreas Diplomat