ການເຈລະຈາ ມາຣາທອນ ລະຫວ່າງ ສອງເກົາຫຼີ ແກ່ຍາວ ອອກໄປຕື່ມ

ບັນດາທະຫານ ເກົາຫຼີໃຕ້ ຢືນຍາມ ປ້ອມກວດກາ ຢູ່ທີ່ ຂົວປອງດອງຊາດ ຫຼື Grand Unification Bridge ຊຶ່ງນຳໄປສູ່ບ້ານຢຸດຍິງ Panmunjom, ທາງທິດໃຕ້ ເຂດປອດທະຫານ ທີ່ແຍກເກົາຫຼີ ອອກເປັນສອງປະເທດ ໃນເມືອງ Paju, ຂອງເກົາຫຼີໃຕ້, ວັນທີ 24 ສິງຫາ 2015.

ໃນ​ວັນ​ຈັນ​ມື້​ນີ້ ​ປະທານາທິບໍດີ ​ເກົາຫຼີ​ໃຕ້ ທ່ານ​ນາງ Park
Geun-hye ໄດ້​ຮຽກຮ້ອງ​ຢ່າງ​ເປີດ​ເຜີຍ ຕໍ່​ເກົາຫຼີ​ເໜືອ ​ໃຫ້​ແກ້​ໄ​ຂ
ບັນຫາ ​ການ​ເກາະ​ຜິດ​ຕ່າງໆ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ຊຶ່ງໃນ​ຂະນະ​ທີ່
​ການ​ເຈ​ລະ​ຈາ ລະດັບ​ສູງ ລະຫວ່າງ​ສອງ​ຝ່າຍ​ເກົາຫຼີ ດຳ​ເນີນ​ໄປ​
ຢູ່ນັ້ນ ປາກົດ​ວ່າ ບໍ່​ສາມາດ​ບັນລຸ​ ການ​ຕົກລົງ​ກັນ​ໄດ້​ ໃນທາງ​
ການ​ທູດ ​ເພື່ອຈະ​ຫລີກ​ລ່ຽງ​ສົງຄາມ​ ໃນ​ແຫຼມ​ເກົາຫຼີ.

ທ່ານນາງ Park​ເວົ້າຢູ່​ທີ່​ກອງ​ປະຊຸມຂອງ ບັນດາທີ່​ປຶກສາ ຂອງ
ປະທານາທິບໍດີ ວ່າ “ພວກ​ເຮົາ​ຕ້ອງການ​ ການ​ຂໍອະ​ໄພ​ໂທດ​
ຢ່າງ​ຈະ​ແຈ້ງ ​ແລະ ມາດ​ຕະການ​ຕ່າງໆ ​ເພື່ອ​ປ້ອງ​ກັນ​ເຫດການ​ທີ່​ເກີດ​ຂຶ້ນ​ ຊ້ຳ​ແລ້ວ​ຊ້ຳອີກ ຂອງ​ການ​ເກາະ​ຜິດ​ເຫຼົ່ານີ້ ​ແລະ ພາວະ​ຄວາມ​ເຄັ່ງ​ຕຶງ. ຖ້າ​ບໍ່​ດັ່ງນັ້ນ ລັດຖະບານ​ນີ້ ຈະ​ເອົາ​ບາດກ້າວ​ຕ່າງໆ​ທີ່​ເໝາະ​ສົມ ​ແລະ ສືບ​ຕໍ່ ການໂຄສະນາ ກະຈາຍສຽງ ດ້ວຍລຳ​ໂພງ​ໃຫຍ່ ​ຂອງ​ຕົນ​.”

ການ​ເຈລະຈາ​ຂັ້ນສຸກ​ເສີນ ​ໄດ້​ຈັດຂຶ້ນ ທີ່ບ້ານ​ຢຸດ​ຍິງ Panmunjom ຢູ່​ຊາຍ​ແດນ​ຂອງ​ທັງ​
ສອງ​ປະ​ເທດ ຊຶ່ງ​ເລີ້ມ​ຕົ້ນຂຶ້ນ​ເມື່ອ ວັນ​ເສົາ​ຜ່ານ​ມາ ບໍ່​ດົນຫຼັງຈາກ ​ວັນ​ເສັ້ນຕາຍທີ່ພຽງ​ຢາງ​
ໄດ້​ປະ​ກາດ​ອອກ​ໄປ​ນັ້ນ ​ໄດ້ໝົດ​ອາຍຸ​ລົງ ​ເພື່ອ​ໃຫ້ໂຊ​ລ​ຢຸດເຊົາການໂຄສະນາກະຈາຍສຽງ
​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ຍັງ​ເກົາ​ຫຼີເໜືອ ຫຼືບໍ່​ດັ່ງນັ້ນ ຈະ​ປະ​ເຊີນ​ກັບ​ການ​ໂຈມ​ຕີ​ທາງ​ທະຫານ.

ການ​ເຈລະຈາ​ ມາ​ເຖິງ​ເວລາ​ນີ້ ຍັງ​ສືບ​ຕໍ່​ໄປ​ເປັນ​ມື້​ທີ 3 ​ແລ້ວ ​ໂດຍ​ປາດ​ສະ​ຈາກ​ສັນຍານ​ໃດໆ​ ຂອງ​ຄວາມ​ກ້າວໜ້າ​ເລີຍ. ທັງ​ສອງ​ຝ່າຍ ຕ່າງກໍ​ມີ​ຜູ້ຕາງໜ້າ ​ໂດຍເຈົ້າໜ້າ​ທີ່​ທະຫານ ລະດັບສູງ ​ແລະ ນັກ​ການ​ທູດ.

ຊາວເກົາຫຼີເໜືອ ພາກັນ ສະໝັກ ເຂົ້າຮ່ວມກອງທັບບົກ ທ່າມກາງຄວາມເຄັ່ງຕຶງ ດ້ານການເມືອງ ກັບເກົາຫຼີໃຕ, ຢູ່ໃນຮູບພາບນີ້ ທີ່ເຜີຍແຜ່ໂດຍ ອົງການຂ່າວເກົາຫຼີເໜືອ (KCNA) ໃນພຽງຢາງ, ວັນທີ 23 ສິງຫາ 2015.

ເລຂາທິການ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ອະດີດ​ລັດຖະມົນຕີ ຕ່າງປະ​ເທດ ​ເກົາຫຼີ​ໃຕ້ ຮຽກຮ້ອງໃຫ້​ທັງ​ສອງ​ຝ່າຍ ​ເພີ້​ມຄວາມ​ພະຍາຍາມຂອງ​ພວກ​ຕົນ
ຂຶ້ນ​ເປັນ “ສອງເທົ່າ” ​ເພື່ອ​ໃຫ້​ບັນລຸ​ການ​ປານີ​ປານ​ອມກັນ.

​ໃນ​ຂະນະ​ດຽວ​ກັນນັ້ນ ບັນດາ​ເຈົ້າໜ້າ​ທີ່ ບໍ່​ໄດ້​ໃຫ້​ຄຳ​ເຫັນ​ໃດໆ ພຽງ​ແຕ່​ກ່າວ​ວ່າ ການ​
ເຈ​ລະ​ຈາ ​ແມ່ນ “​ເຄັ່ງ​ຄຽດ” ຕ່າງຝ່າຍ​ປາກົດ​ວ່າ ບໍ່​ຍອມປານີ​ປານ​ອມກັນ​ ກ່ຽວ​ກັບ​ຄວາມ​
ຮຽກຮ້ອງຕ້ອງການຂອງ​ຕົນ​ ​ທີ່​ເປີດ​ເຜີຍ​ໄປ​ແລ້ວນັ້ນ ​ເພື່ອ​ຍຸດຕິ​ວິ​ກິດ​ການ​ໃນ​ເວລາ​ນີ້.

ຫຼັງຈາກ​ທີ່ໄດ້​ກ່າວ​ຫາ ​ພຽງ​ຢາງ​ ສຳ​ຫລັບ​ການວາງ​ລະ​ເບີດ​ຝັງດິນ ​ໃສ່ຟາກ​ເບື້ອ​ງ​ເຂດຊາຍ​
ແດນ ​ບ່ອນ​ປອດ​ທະຫານ ຫຼື (DMZ) ຂອງເກົາຫຼີ​ໃຕ້ນັ້ນ ຊຶ່ງ​ໄດ້​ເຮັດ​ໃຫ້​ທະຫານ​ສອງ​ຄົນ ​
ໄດ້​ຮັບ​ບາດ​ເຈັບ ​ແລະ ​ໂຊ​ລ​ໄດ້ເລີ້ມທຳ​ການໂຄສະນາກະຈາຍສຽງ ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​
ຍັງບໍລິ​ເວນເຂດ​ຊາຍ​ແດນຕິດ​ກັບເກົາ​ຫຼີເໜືອ ເມື່ອ​ບໍ່ດົນ​ມານີ້ ​ຄືນ​ອີກ​ເປັນຄັ້ງທຳ​ອິດ ​ໃນ​
ໄລຍະ 10 ປີຜ່ານມາ.

ມີລາຍ​ງານ​ວ່າ ​ເມື່ອ​ອາທິດ​ແລ້ວ​ນີ້ ທັງ​ສອງ​ເກົາຫຼີ ​ໄດ້​ຍິງ​ປືນ​ໃຫຍ່​ເຂົ້າ​ໃສ່​ກັນ ຢູ່​ໃນ​ເຂດ DMZ
​ໃກ້​ກັບ ສະຖານ​ທີ່​ຕັ້ງຂອງ​ລຳ​ໂພງ​ໃຫຍ່.

Your browser doesn’t support HTML5

Koreas Talks