ເກົາຫຼີໃຕ້ກ່າວວ່າ ຕົນຈະບໍ່ກັບໄປເຈລະຈາກ່ຽວກັບຂໍ້ຕົກລົງຂອງປີ 2015 ຄືນໃໝ່ ກັບ
ຍີ່ປຸ່ນທີ່ມີຈຸດປະສົງເພື່ອແນໃສ່ຫາຜົນສະຫຼຸບສຸດທ້າຍ ໃນອັນທີ່ເອີ້ນວ່າ “ຄອມຟອຣ໌ດ
ວູເມນ” ພວກທີ່ຖືກບັງຄັບໃຫ້ເປັນຂ້າທາດທາງເພດ ຈາກກອງກຳລັງຍີ່ປຸ່ນໃນສະໄໝ
ລ່າອານານິຄົມນັ້ນ.
ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ກັ່ງ ກີອັງ-ວາ (Kang Kyun-wha)
ໄດ້ບອກກັບພວກນັກຂ່າວໃນໂຊລ໌ ໃນວັນອັງຄານມື້ນີ້ວ່າ “ມັນເປັນການປະຕິເສດ
ບໍ່ໄດ້” ຕໍ່ຂໍ້ຕົກລົງທີ່ໄດ້ຮັບຜ່ານໃນລັດຖະບານທີ່ໄດ້ປົດອອກຂອງທ່ານນາງ ພາກ ກວິນ
ເຮ່ (Park Geun-hye) ທີ່ນິຍົມແນວທາງເດີມ ຊຶ່ງເປັນຂໍ້ຕົກລົງຢ່າງເປັນທາງການ
ລະຫວ່າງ ໂຊລ໌ ແລະໂຕກ່ຽວ.
ພາຍໃຕ້ຂໍ້ຕົກລົງໂຕກ່ຽວ ໄດ້ຕົກລົງທີ່ຈະຈ່າຍເງິນຈຳນວນ 8 ລ້ານໂດລ່າ ເຂົ້າໃນກອງ
ທຶນຂອງພວກເຄາະຮ້າຍ ແລະໄດ້ຂໍຂະມາໂທດຈາກນາຍົກລັດຖະມົນຕີ ຊິນໂຊ ອາເບ
ສຳຫຼັບການເອົາບາດກ້າວທາງທະຫານຂອງຕົນ ໃນຊ່ວງທີ່ຍີ່ປຸ່ນໃຊ້ອຳນາດຢ່າງປ່າເຖື່ອນ
ໃສ່ແຫຼມເກົາຫຼີ ລະຫວ່າງປີ 1910 ແລະ 1954.
ອະດີດ "ຄອມຟອຣ໌ດ ວູເມນ (comfort woman)" ຢັງຊູ ລີ (Yongsoo Lee) 89, ຂອງເກົາຫຼີໃຕ້, ຢືນຢູ່ຂ້າງຮູບປັ້ນຂອງທ່ານຮັກຊຸນ ກິມ (Haksoon Kim) ໃນຂະນະທີ່ເບິ່ງ "Comfort Women" ບໍ່ເທົ່າໃດນາທີ, 22 ກັນຍາ 2017, ໃນຊານຟຣານ ຊິສໂກ.
ແຕ່ວ່າ ປະທານາທິບໍດີ ມູນ ເຈ-ອິນ ໄດ້ກ່າວໃນສັບປະດາແລ້ວກ່ຽວກັບຂໍ້ຕົກລົງທີ່ມີ
ຕຳໜິຢ່າງຮ້າຍແຮງ ແລະບໍ່ໄດ້ມີການຄົ້ນຫາຄວາມເຫັນຂອງພວກແມ່ຍິງ ທີ່ໄດ້ເຮັດວຽກ
ໃນໂຮງໂສເພນີ ໂດຍທີ່ໃຫ້ການສະຫຼຸບຂອງກອງກຳລັງພິເສດ ທີ່ທ່ານໄດ້ເຮັດຂຶ້ນມາ
ເພື່ອການສຶກສາຂອງຂໍ້ຕົກລົງ.
ເຖິງແມ່ນວ່າ ບໍ່ໄດ້ມີການຫາທາງເຈລະຈາຄືນໃໝ່ ທ່ານກັ່ງ ໄດ້ກ່າວວ່າ ລັດຖະບານ
ເກົາຫຼີໃຕ້ຈະທົດແທນເງິນຈຳນວນ 8 ລ້ານໂດລາ ທີ່ີທາງຍີ່ປຸ່ນ ໄດ້ຈ່າຍເຂົ້າໃສ່ກອງທຶນ
ພວກເຄາະຮ້າຍນັ້ນ ດ້ວຍງົບປະມານຂອງຕົນ.