ລມຕ ຕ່າງປະເທດຍີ່ປຸ່ນ ຢ້ຽມຢາມ ເກົາຫຼີໃຕ້

  • ໄພສານ ວໍຣະຈັກ

ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ Koichiro Gemba

ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ Koichiro Gemba ພວມທຳການຢ້ຽມຢາມ
ກຸງໂຊລ ເພື່ອເຈລະຈາຫາລື ກັບຄູ່ຕຳແໜ່ງຝ່າຍເກົາຫຼີໃຕ້ກ່ຽວກັບເລື່ອງນິວເຄລຍ ແລະ
ຄວາມເປັນໄປໄດ້ ໃນການເດີນທາງໄປຢ້ຽມຢາມເກົາຫຼີໃຕ້ ຂອງນາຍົກລັດຖະມົນຕີຍີ່ປຸ່ນ
ທ່ານ Yoshihiko Noda.

ເຈົ້າໜ້າທີ່ເວົ້າວ່າ ທ່ານ Gemba ແລະທ່ານ Kim Sung-hwan ຈະປະສານງານກັນ
ໃນດ້ານນະໂຍບາຍ ກ່ຽວກັບຄວາມເປັນໄປໄດ້ ໃນການທີ່ອາດຈະເປີດການເຈລະຈານິວ
ເຄລຍກັບເກົາຫຼີເໜືອຄືນໃໝ່ ທ່າມກາງທີ່ມີການເຄື່ອນໄຫວ ທາງດ້ານການທູດເພີ່ມຂຶ້ນ
ກ່ຽວກັບເລື່ອງນີ້. ຫົວໜ້າຄະນະເຈລະຈາຄົນໃໝ່ທີ່ຫາກໍຖືກແຕ່ງຕັ້ງຂອງເກົາຫຼີໃຕ້ ທ່ານ
Lim Sung-nam ໄດ້ອອກເດີນທາງມາຢ້ຽມຢາມສະຫະລັດໃນວັນພະຫັດມື້ນີ້.

ນອກນັ້ນແລ້ວ ຍັງເປັນທີ່ຄາດກັນວ່າ ລັດຖະມົນຕີການຕ່າງປະເທດທັງສອງຈະໄດ້ສົນທະ
ນາຫາລືກັນກ່ຽວກັບຂໍ້ສະເໜີການເດີນທາງໄປຢ້ຽມຢາມກຸງໂຊລ ຂອງນາຍົກລັດຖະມົນຕີ
Noda ທີ່ເຂົ້າຮັບຕຳແໜ່ງໃນເດືອນແລ້ວນີ້. ການເດີນທາງໄປຢ້ຽມຢາມເປັນເວລາ 2 ມື້
ດັ່ງກ່າວນີ້ຄາດວ່າຈະເລີ່ມຂຶ້ນໃນວັນທີ 18 ຕຸລານີ້.