ໂຮງໝໍໃຫຍ່ທີ່ສຸດ ຂອງເກົາຫຼີໃຕ້ ງົດການ​ປະຕິບັດ​ງານ​ ບາງສ່ວນ ຍ້ອນພະຍາດ MERS

ພະນັກງານສາທາລະນະສຸກ ເກົາຫຼີໃຕ້ ຈາກສູນສາທາລະນະສຸກຊຸມຊົນ ພາກັນໃສ່ໜ້າກາກປ້ອງກັນ ຕໍ່ຕ້ານພະຍາດ MERS ໃນຂະນະລໍຖ້າກວດອຸນຫະພູມ ຜູ້ເຂົ້າໄປກວດພະຍາດ ຢູ່ທີ່ສະຖານທີ່ ບໍລິການກວດສອບ ສຳຫລັບພົນລະເຮືອນ ໃນນະຄອນຫຼວງໂຊລ, ວັນທີ 13 ມີຖຸນາ 2015.

ນຶ່ງ​ໃນ​ບັນດາໂຮງໝໍ​ທີ່​ໃຫຍ່​ທີ່​ສຸດ ​ແລະ​ ມີຊື່​ສຽງ​ໂດ່ງ​ດັງ​ທີ່​ສຸດ
ໃນ​ນະຄອນຫຼວງ​ໂຊລ ​ໄດ້​ງົດການ​ປະຕິບັດ​ງານ​ບາງສ່ວນ
ຫຼັງຈາກ ພະຍາດລະບົບ​ຫາຍ​ໃຈອັກເສບຮ້າຍແຮງ ຈາກ
ພາກຕາເວັນອອກກາງ ຫລື MERS ​ໄດ້​ລະບາດ​ ຢູ່​ໃນ
​ສະຖານ​ທີ່​ດັ່ງກ່າວ.

ປະທານ​ໂຮງໝໍ Samsung ທ່ານ Song Jae-hoon ກ່າວ
ໃນ​ກອງ​ປະຊຸມຖະ​ແຫລ​ງຂ່າວ​ ທີ່​ຖ່າຍ​ທອດ​ທາງ​ໂທລະພາບ
​ໃນ​ວັນ​ອາທິດ​ມື້​ນີ້ ວ່າ ​ທາງ​ໂຮງໝໍ​ ຈະໂຈະການຜ່າຕັດ ທີ່​ບໍ່​
ສຸກ​ເສີນ​ທັງ​ໝົດ ​ແລະ ຈະ​ບໍ່​ຮັບ​ເອົາ​ຄົນ​ປ່ວຍໃໝ່​ອີກ. ທ່ານ
​ກ່າວ​ວ່າ ຈະ​ບໍ່​ອະນຸຍາດ​ໃຫ້​ຄົນ​ມາຢ້ຽມ ຢາມ ​ແລະ ກ່າວ​ຕື່ມ​ວ່າ
ທ່ານ​ຈະ​ຕັດສິນ ​ໃນ​ວັນ​ທີ 24 ມີ​ຖຸນາ ວ່າ ຈະ​ສືບ​ຕໍ່​ງົດການປະຕິບັດງານ​ດັ່ງກ່າວ​ນັ້ນຕໍ່​ໄປ
ຫຼືບໍ່.

ຂ່າວ​ດັ່ງກ່າວ​ ມີ​ຂຶ້ນ​ໃນ​ຂະນະ​ທີ່ ກະຊວງ​ສາ​ທາ​ລະນະ​ສຸກ ​ໄດ້​ລາຍ​ງານ ​ກ່ຽວກັບເຈັດ​
ກໍ​ລະ​ນີໃໝ່ ຂອງພະຍາດ MERS ​ຊຶງ 4 ກໍລະນີ ​ແມ່ນ​ຢູ່​ໃນ​ໂຮງໝໍ Samsung. ນຶ່ງ​ໃນ
​ຈຳນວນ​ພວກ​ສົງ​ໄສ​ວ່າ ຕິດພະຍາດ​ນັ້ນ ​ແມ່ນ​ນັກທຸລະກິດ​ຊາວ​ເກົາຫຼີ​ໃຕ້ ​ທີ່​ໄດ້​ເຂົ້າ​ໄປ
ຮັບການປິ່ນປົວ ໃນວັນ​ເສົາ​ວານ​ນີ້ ໃນ​ນະຄອນຫຼວງ Bratislava ປະ​ເທດສະ​ໂລ​ວາ​ເກ​ຍ.

ທ່ານ Jeong Eun-kyeng ຈາກສູນຄວບ​ຄຸມ ​ແລະ ປ້ອງ​ກັນ​ພະຍາດເກົາຫຼີ​ໃຕ້ ກ່າວວ່າ
“ພວກ​ເຮົາ​ໄດ້​ຮັບ​ການ​ແຈ້ງໃຫ້​ຊາບ​ ເຖິງ​ສະຖານະ​ການ​ດັ່ງກ່າວ​ແລ້ວ ​ແລະ ພວກ​
ເຮົາ​ແມ່ນຍັງ​ຢູ່​ໃນ​ຂັ້ນຕອນຊອກ​ຫາວ່າ ແມ່ນ​ຫຍັງເກີດ​ຂຶ້ນ​. ຍັງ​ມີ​ຈຸດ​ສູນ​ກາງ​ຕ່າງໆ
​ເຊັ່ນວ່າ ອົງການ​ອະນາ​ໄມ​ໂລກ ຫຼື WHO ​ເຊິ່ງ​ໄດ້​ກຳນົດ​ໄວ້​ໃນ​ປະ​ເທດ​ອື່ນໆ.
ພວກ​ເຮົາ​ຈະ​ພະຍາຍາມ ຊອກ​ຫາ​ວ່າ ​ແມ່ນ​ຫຍັງ​ເກີດ​ຂຶ້ນ​ແທ້ ​ດ້ວຍ​ການ​ແລກປ່ຽນ​
ຂໍ້​ມູນ​ຮ່ວມ​ກັນ ຜ່ານ​ຈຸດ​ສູນ​ກາງ​ດັ່ງກ່າວ​ເຫຼົ່ານັ້ນ.”

ຄະນະນັກ​ຊ່ຽວຊານຈຸ​ນຶ່ງ​ຂອງ​ WHO ກ່າວໃນ​ວັນ​ເສົາ​ວານ​ນີ້ ວ່າ ​ເຖິງ​ແມ່ນ​ວ່າ ຕົວ​ເລກ​ຂອງ ການ​ຕິດ​ແປດ ພະຍາດ MERS ທີ່ຫຼຸດລົງກໍ​ຕາມ ແຕ່ການລະ​ບາດ ​ແມ່ນ “ກວ້າງຂວາງ ​ແລະ ສະ​ລັບ​ຊັບຊ້ອນ” ​ແລະ ຄາດ​ກັນ​ວ່າ ຈະມີຫຼາຍກໍລະນີ​ເພີ້​ມຕື່ມ​ອີກ.

Your browser doesn’t support HTML5

Asia MERS