ເກົາຫຼີໃຕ້ ກ່າວວ່າ ກະດູກ ທີ່ຖືກພົບເຫັນ ຢູ່ບ່ອນເຮືອຫຼົ້ມ ບໍ່ແມ່ນຂອງມະນຸດ

ພີ່ນ້ອງຂອງຜູ້ໂດຍສານ ທີ່ຫາຍສາຍສູນຈາກກຳປັ່ນ Sewol ຫຼົ້ມ ໂຍນດອກໄມ້ລົງໃນທະເລ ໃນລະຫວ່າງ ພິທີທາງສາສະໜາ ໃນໜ່ານນ້ຳ ນອກເກາະ Jindo, ເກົາຫຼີໃຕ້, 28 ມີນາ, 2017.

ກະຊວງການເດີນເຮືອມະຫາສະໝຸດ ແລະ ການປະມົງຂອງ ເກົາຫຼີໃຕ້ ໄດ້ຢືນຢັນວ່າ
ຊາກກະດູກທີ່ຖືກພົບເຫັນຢູ່ສະຖານທີ່ເກີດເຫດເຮືອຂ້າມຟາກຫຼົ້ມໃນປີ 2014 ນັ້ນແມ່ນ
ກະດູກຂອງສັດ ແລະ ບໍ່ແມ່ນຈາກໜຶ່ງໃນພວກຜູ້ເຄາະຮ້າຍ.

ກຸ່ມນັກກູ້ເຮືອໄດ້ພົບເຫັນກະດູກໃນວັນອັງຄານວານນີ້, ແລະ ໃນເບື້ອງຕົ້ນບັນດາເຈົ້າ
ໜ້າທີ່ໄດ້ກ່າວວ່າ ພວກເຂົາເຈົ້າເຊື່ອວ່າເປັນກະດູກຂອງ ມະນຸດ. ສິ່ງດັ່ງກ່າວນັ້ນໄດ້ສ້າງ
ຄວາມຫວັງໃຫ້ແກ່ສະມາຊິກຂອງບາງຄອບຄົວ ​ເຊິ່ງມີ 9 ຄົນ ທີ່ສົບຂອງພວກເຂົາເຈົ້າບໍ່
ໄດ້ຖືກພົບເຫັນເລີຍ ຫຼັງຈາກກຳປັ່ນລໍາດັ່ງກ່າວໄດ້ຫຼົ້ມ.

ໃນເວລານັ້ນ ມີ​ທັງ​ໝົດ 476 ຄົນ ເຊິ່ງສ່ວນໃຫຍ່ແມ່ນນັກຮຽນມັດທະຍົມປາຍໄດ້ເດີນ
ທາງໄປກັບກຳປັ່ນລຳດັ່ງກ່າວ ​ເວລາກຳປັ່ນໄດ້ຫຼົ້ມໃນ ຂະນະທີ່ພວມເດີນທາງອອກຈາກ
ເມືອງ Incheon ໄປຫາຣີສອດຕາກອາກາດທີ່ເກາະ ເຈຈູ. ຜູ້ໂດຍສານລວມທັງໝົດ
304 ຄົນໄດ້ເສຍຊີວິດໃນອັນທີ່ປາກົດວ່າ ເປັນໜຶ່ງໃນຄວາມຫາຍານະທາງທະເລທີ່ ຮ້າຍແຮງທີ່ສຸດ ຂອງປະເທດ.

ໜ່ວຍກູ້ເຮືອໄດ້ຍົກຊາກຂອງກຳປັ່ນລຳດັ່ງກ່າວຂຶ້ນຈາກທະເລໃນສັບປະດາທີ່ຜ່ານມາ,
ແລະ ກະດູກກໍຖືກຄົ້ນພົບຢູ່ສະຖານທີ່ນັ້ນ.

ໄພພິບັດທີ່ວ່ານີ້ ໄດ້ເນັ້ນໃຫ້ເຫັນຄວາມບົກຜ່ອງ ໃນການຮັບ​ມື​ກັບ​ເຫດການສຸກເສີນ
ຂອງລັດຖະບານຢ່າງໄວວາ, ແຕ່​ໃນ​ຂະນະ​ດຽວ​ກັນ ກໍຍັງໄດ້ເປີດເຜີຍໃຫ້ເຫັນການສໍ້
ລາດບັງຫຼວງທີ່ຝັງເລິກ ແລະກົດລະບຽບ ທີ່ປະສົບຄວາມລົ້ມແຫຼວ, ກໍ່ໃຫ້ເກີດຄວາມ
ບໍ່ພໍໃຈໃນສັງຄົມທີ່ເປັນສ່ວນໜຶ່ງ ຂອງສາເຫດ​ໃນການຂັບໄລ່ປະທານາທິບໍດີ Park Guen-Hye ອອກຈາກຕໍາແໜ່ງ.

ຫົວໜ້າຜູ້ຄວບຄຸມກຳປັ່ນລຳດັ່ງກ່າວ ທ້າວ Lee Joon-seok ຜູ້ທີ່ໄດ້ໜີປະກຳປັ່ນ ໄດ້ ຖືກລົງໂທດ ກ່ຽວກັບ ຄວາມປະໝາດເລິນເລີ້ຢ່າງຮ້າຍແຮງ ແລະ ໄດ້ຖືກຕັດສິນຂັງຄຸກ
ຕະຫຼອດຊີວິດ ໃນຂະນະທີ່ສະມາຊິກກຳປັ່ນຄົນອື່ນໆອີກ 14 ຄົນ ໄດ້ຖືກຕັດສິນຂັງຄຸກ
ເຖິງ 12 ປີ ສຳລັບການປະຖິ້ມ ແລະ ລ່ວງລະເມີດກົດໝາຍທາງທະເລ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

South Korea Ferry