ສານລັດຖະທຳມະນູນເກົາຫລີໃຕ້ ໄດ້ລົງຄະແນນສຽງ ຢ່າງເປັນເອກກະສັນ ໃຫ້ຟ້ອງ
ຮ້ອງ ປົດປະທານາທິບໍດີ ອອກຈາກໜ້າທີ່ ຢ່າງເປັນທາງການ.
ການຕັດສິນຢ່າງເປັນເອກກະສັນ ເຫັນພ້ອມໃຫ້ຟ້ອງຮ້ອງປົດທ່ານນາງ Park Geun-
hye ໄດ້ມີຂຶ້ນໂດຍສານ ໃນວັນສຸກມື້ນີ້.
ມີ 2 ຄົນ ເສຍຊີວິດ ໃນການປະທ້ວງທີ່ລະເບີດຂຶ້ນ ຢູ່ຂ້າງນອກສານ.
ຮັກສາການຫົວໜ້າຜູ້ພິພາກສາ ທ່ານນາງ Lee Jung-mi ໄດ້ອ່ານຄຳຕັດສິນສົດຜ່ານ
ທາງໂທລະພາບແຫ່ງຊາດ. ທ່ານນາງກ່າວວ່າ ທ່ານນາງ Park “ລະເມີດລັດ ຖະທຳມະ
ນູນ ແລະກົດໝາຍ ຊຶ່ງໄດ້ທໍລະຍົດຕໍ່ຄວາມເຊື່ອໝັ້ນຂອງປະຊາຊົນ.”
ສານໄດ້ກ່າວອ້າງເຖິງ “ການລະເມີດທີ່ຮ້າຍແຮງ” ຕໍ່ລັດຖະທຳມະນູນ ທີ່ກ່າວຫາ
ທ່ານນາງ Park ວ່າ ສົມຮູ້ຮ່ວມຄິດກັນຢ່າງລັບໆກັບເພື່ອນມາເປັນເວລາດົນນານ
ຂອງທ່ານນາງ ຄື ນາງ Choi Soon-sil ໃນການບັງຄັບໃຫ້ບໍລິສັດຍັກ ໃຫຍ່ເກົາ
ຫລີ ບໍລິຈາກເງິນຫລາຍກວ່າ 69 ລ້ານໂດລາ ໃຫ້ແກ່ສອງມູນນິທິທີ່ມີຄວາມສົງໄສ.
ທ່ານນາງ Park ໄດ້ປະຕິເສດຊໍ້າແລ້ວຊໍ້າອີກ ໃນການກ່າວຫາຕໍ່ທ່ານນາງ.
ຮັກສາການຫົວໜ້າຜູ້ພິພາກສາ ທ່ານນາງ Lee Jung-mi ໄດ້ອ່ານຄຳຕັດສິນ.
ພາຍໃຕ້ລັດຖະທຳມະນູນ ຮັກສາການປະທານາທິບໍດີ ແລະນາຍົກລັດຖະມົນຕີ
ທ່ານ Hwang Kyo-anh ຕ້ອງກຳນົດການເລືອກຕັ້ງປະທານາທິບໍດີໃໝ່ ທີ່ຈະມີຂຶ້ນ
ພາຍໃນ60 ມື້.
ປະທານາທິບໍດີເກົາຫລີໃຕ້ ທ່ານນາງ Park Geun-hye ທີ່ຖືກປົດອອກຈາຕຳແໜ່ງ.
ທ່ານ Hwang ກ່າວວ່າ “ພວກເຮົາຕ້ອງກຳກັບນຳຄວາມເປັນລະບຽບຮຽບຮ້ອຍຂອງ
ສັງຄົມເພື່ອປ້ອງກັນການຂັດແຍ້ງ ແລະແກ້ໄຂຄວາມຢ້ານກົວຂອງສາທາ ລະນະຊົນ
ແລະຄວາມເປັນຫ່ວງຈາກປະຊາຄົມສາກົນ ໂດຍການຄວບຄຸມກິດ ຈະການຂອງປະ
ເທດໃຫ້ຢູ່ໃນສະພາບທຸ່ນທ່ຽງ.”
ຮັກສາການຫົວໜ້າຜູ້ພິພາກສາ ທ່ານນາງ Lee Jung-mi (ກາງ) ແລະຜູ້ພິພາກສາອີກເຈັດຄົນ ຕັດສິນປົດໜ້າທີ່ ປະທານາທິບໍດີ ທ່ານນງ Park Geun-hye
ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານ Mark Toner ກ່າວວ່າ “ພວກເຮົາຈະສືບຕໍ່ເຮັດວຽກກັບນາຍົກລັດຖະມົນຕີ ທ່ານ Hwang ຈົນກວ່າເວລາທີ່ທ່ານຍັງຢູ່ໃນໜ້າທີ່ ຮັກສາການປະທານາທິບໍດີ ແລະພວກເຮົາເບິ່ງໄປໜ້າເພື່ອສ້າງຄວາມສຳພັນກັບ ບໍ່ວ່າຜູ້ໃດທີ່ປະຊາຊົນເກົາຫລີໃຕ້ ເລືອກເອົາມາເປັນປະ ທານາທິບໍດີຄົນຕໍ່ໄປ.”
ຕຳຫລວດອ້ອມພວກປະທ້ວງຢູ່ສານລັດທະທຳມະນູນ ທີ່ນະຄອນ Seoul ປະເທດເກົາຫລີໃຕ້.
ທ່ານນາງ Park ເປັນປະທານາທິບໍດີເກົາຫລີໃຕ້ຄົນທຳອິດທີ່ຖືກເລືອກຢ່າງປະຊາທິປະໄຕ ທີ່ຈະຖືກປົດອອກຈາກໜ້າທີ່.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
South Korea Impeachment