ເກົາຫຼີໃຕ້ ທຳການຊ້ອມລົບ ທີ່ໃຊ້ລູກປືນແທ້ ນອກຝັ່ງທະເລ ແຫຼມເກົາຫຼີ

ພວກທະຫານເຮືອເກົາຫຼີໃຕ້ ຢູ່ໃນເຮືອລາດຕະເວນຄວາມໄວສູງ ກຳລັງແລ່ນກວດກາບໍລິເວນ ເກາະ Yeonpyong ຢູ່ທາງພາກຕາເວັນຕົກຂອງເກົາຫຼີໃຕ້ ໃກ້ກັບເຂດ ຊາຍແດນຕິດກັບເກົາຫຼີເໜືອ ຫຼັງຈາກທີ່ສຳເລັດ ການເຝິກຊ້ອມລົບແລ້ວ, ວັນທີ 20 ກຸມພາ 2012.

ກຳປັ່ນລົບ ​ເຮືອບິນລົບ​ອາຍ​ພົ່ນ ​ແລະ ​ເຮືອ​ດຳນ້ຳຂອງເກົາຫຼີໃຕ້
ຫຼາຍສິບລຳໄດ້ເຂົ້າຮ່ວມ ​ໃນ​ການຊ້ອມ​ລົບ​ໃຊ້ລູກປືນແທ້ ໃນອັນ​ທີ່
ໂຊ​ລກ່າວ​ວ່າ ​ເພື່ອເປັນ​ການ​ຕອບໂຕ້ ຕໍ່​ການທ້າທາຍ​ເກາະ​ຜິດ
ຫຼາຍຄັ້ງ​ໂດຍ​ເກົາຫຼີ​ເໜືອ ເມື່ອໄວໆມານີ້.

ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີໃຕ້ ກ່າວ​ວ່າ ການ​ຊ້ອມ​ລົບ​ຮ່ວມ​
ລະຫວ່າງ​ ກອງທັບ​ເຮືອ ​ແລະ​ກອງ​ທັບ​ອາກາດ ແມ່ນພົວພັນກັບ
ກຳປັ່ນ​ລົບຢ່າງ​ນ້ອຍ ​20 ລຳ ​ແລະ ລວມທັງ​ການ​ຍິງ​ລູກ​ສອນ​ໄຟ​
ຕໍ່ຕ້ານ​ເຮືອ ​ຫຼາຍລູກ ຢູ່ນອກ​ຝັ່ງ​ກ້ຳຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາຫຼີ.

ອິງ​ຕາມ​ໂຄສົກ​ຂອງກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີໃຕ້ ທ່ານ Na Seung-Yong ທີ່​ກ່າວວ່າ ການ​ຊ້ອມ​ລົບ​ ໃນ​ວັນ​ອັງຄານ​ມື້ນີ້ ​ແມ່ນມີ “​ເປົ້າໝາຍ​ ​ເພື່ອ​ໃຫ້ເກົາຫຼີເໜືອ ຍົກເລີກຄວາມ​ຕັ້ງ​ໃຈ ທີ່ຈະທ້າທາຍເກາະ​ຜິດ​ທາງ​ທະ​ເລ.”

​ບັນດາ​ເຈົ້າໜ້າ​ທີ່​ເກົາຫລີໃຕ້ ​ໄດ້​ສະແດງ​ຄວາມ​ກັງວົນ ຫຼັງຈາກ​ເກົາຫຼີ​ເໜືອ ກ່າວ​ໃນ​ເດືອນ​
ນີ້​ວ່າ ຕົນ​ໄດ້​ທົດ​ລອງ​ຍິງ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ຈາກ​ເຮືອ​ດຳນ້ຳ ຫຼື SLBM ຢູ່​ນອກ​ຝັ່ງ
ທະເລ​ກ້ຳຕາ​ເວັນ​ຕົກຂອງ​ຕົນ​.

ລາຍ​ງານ​ກ່ຽວກັບການ​ທົດ​ລອງ​ດັ່ງກ່າວ​ນີ້ ບໍ່​ສາມາດ​ຢັ້ງຢືນ​ໄດ້ ​ແລະ ບັນດາ​ນັກ​ຊ່ຽວຊານ
​ໄດ້​ເນັ້ນວ່າ ຕົນເຊື່ອວ່າພຽງ​ຢາງ ​ແມ່ນ​ຍັງ​ຢູ່ໄກ​ອີກຫຼາຍປີ ຈຶ່ງຈະ​ສາມາດ​ຜະລິດ​ເຕັກ​ໂນ​-
ໂລ​ຈີນັ້ນ​ໄດ້​ຢ່າງ​ສົມບູນ​ແບບ​.

ເມື່ອ​ໃດ ​ຫາກ​ໂຄງການ​ແລ້ວສຳ​ເລັດ​ ໂຄງການລູກ​ສອນ​ໄຟ ​ທີ່ຍິງຈາກ​ເຮືອ​ດຳນ້ຳ ອາດ​
ຂະຫຍາຍລັດສະໝີອາວຸດນິວ​ເຄລຍຂອງ​ເກົາຫຼີ​ເໜືອ ອອກໄປຢ່າງກວ້າງຂວາງ​ໄດ້.