ຈີນກຳລັງປະເຊີນໜ້າກັບວິກິດການດ້ານປະຊາສຳພັນຫລັງຈາກສານນາໆຊາດໄດ້ຕັດສິນປະຕິເສດ ຕໍ່ການອ້າງກຳມະສິດຂອງຈີນ ເອົາທະເລຈີນໃຕ້ ເກືອບທັງໝົດນັ້ນ.
ເກືອບສາມປີມາແລ້ວຈີນໄດ້ທຳການໂຈມຕີຢ່າງບໍ່ລົດລະກ່ຽວກັບຄວາມຖືກຕ້ອງຊອບທຳ ຂອງສານນາໆຊາດ ພາຍໃຕ້ສົນທິສັນຍາ ວ່າດ້ວຍກົດໝາຍທາງທະເລ ຫລື UNCLOS ຂອງສະຫະປະຊາຊາດ ແລະປະເທດຟີລິບປິນທີ່ເປັນຄູ່ປໍລະປັກນັ້ນ.
ຊາວຟີລິບປິນສະແດງຄວາມດີໃຈ ຫລັງຈາກສານນາໆຊາດ ຕັດສິນ ເຫັນພ້ອມກັບຟີລິບປິນ ໃນຄະດີການຂັດແຍ້ງ ຢູ່ທະເລຈີນໃຕ້.
ປັກກິ່ງ ໄດ້ອ້າງເອົາອະທິປະໄຕ ສິດທິຕາມກົດໝາຍ ແລະປະຫວັດສາດ ໃນບໍລິເວນ 90 ກວ່າເປີເຊັນ ຂອງທະເລຈີນໃຕ້. ແຕ່ພາສາ ທີ່ພວກຜູ້ນຳຂອງຈີນໄດ້ນຳໃຊ້ ເພື່ອສະໜັບ ສະໜຸູນການອ້າງກຳມະສິດແລະບ່ອນທຳລາຍສານດັ່ງກ່າວ ເຮັດໃຫ້ມີຄວາມຫຍຸ້ງຍາກຕື່ມຂຶ້ນ ທີ່ຈະດຳເນີນການເພື່ອກ້າວໄປໜ້າ.
ທ່ານ Scott Kennedy ຮອງຜູ້ອຳນວຍການອົງການ Freeman Chair ໃນການສຶກສາກ່ຽວກັບຈີນຢູ່ທີ່ສະຖາບັນຍຸດທະສາດແລະການສຶກສານາໆຊາດທີ່ນະຄອນວໍຊິງຕັນກ່າວວ່າ ຈີນໄດ້ວາດພາບຕົນເອງວ່າຖືກປ້ອງເຂົ້າແຈ ແລະມີທ່າທາງວ່າຈະສືບຕໍ່ແຕ້ມສີໃສ່ຝາໂດຍບໍ່ມີຜົນກະທົບໃດໆ ມີແຕ່ຈະແຍກເຂົາເຈົ້າ ອອກຈາກປະເທດສ່ວນໃຫຍ່ເທົ່ານັ້ນ.