ທະເລຈີນໃຕ້ ອາດເປັນ ຈຸດລະເບີດ ໃນປີ 2017 ຂະນະທີ່ ທ່ານທຣໍາ ເຂົ້າຮັບຕຳແໜ່ງ

ຮູບພາບເກາະ Itu Aba ຊຶ່ງໄຕ້ຫວັນຮ້ອງວ່າ Taiping ຢູ່ໃນທະເລຈີນໃຕ້.

ຖ້າຫາກຫລາຍອາທິດ ກ່ອນພິທີສາບານໂຕ ເຂົ້າຮັບຕຳແໜ່ງ ຂອງປະທານາທິບໍດີທີ່ຖືກ ເລືອກໃໝ່ທ່ານ Donald Trump ມີຮ່ອງຮອຍ​ໃ​ນການບອກເຕືອນໃຫ້ຮູ້ໃດໆນັ້ນ ທະເລ ຈີນໃຕ້ອາດກາຍເປັນຈຸດລະ​ເບີດໃນປີ 2017.

ຜູ້ທີ່ທ່ານ Trump ໄດ້ສະເໜີ​ແຕ່ງຕັ້ງ​ ​ເປັນລັດຖະມົນຕ່າງປະເທດທ່ານ Rex Tillerson ​ໄດ້​ສະ​ແດງນໍ້າສຽງອັນໜັກແໜ້ນ​ເພີ້ມຂຶ້ນຕໍ່ຈີນ ຢູ່ໃນການຮັບຟັງຄຳ​ໃຫ້ການ ທີ່​ສະພາ​ສູງ​ສະຫະລັດ ​ໂດຍ​ທ່ານ​ໄດ້​ກ່າວ​ຕໍ່ບັນດາສະມາຊິກສະພາສູງວ່າ ການສ້າງ​ເກາະ​ທຽມຂອງ ຈີນ ຢູ່​ໃນ​ເຂດນ່ານນໍ້າທີ່​ມີ​ການແຍ້ງກັນນັ້ນ ​ເປັນ ການ​ກະທຳ​ທີ່ຜິດກົດໝາຍ “ຄ້າຍຄືກັບ​ການ​ທີ່ຣັດເຊຍເຂົ້າຍຶດເອົາເຂດ Creimea.”

Your browser doesn’t support HTML5

Trump, China and the South China Sea: Will Tensions Grow?

ທ່ານ Tillerson ກ່າວວ່າ “ພວກເຮົາຕ້ອງສົ່ງສັນຍານອັນຈະແຈ້ງໄປ​ໃຫ້ຈີນຮູ້ວ່າ ກ່ອນອື່ນ ໝົດ ​ການສ້າງເກາະທຽມ​ຕ້ອງ​ໄດ້​ຢຸດ​ເຊົາ. ແລະສອງມາ ການເຂົ້າໄປຫາບັນດາເກາະ​ເຫຼົ່າ ນັ້ນຂອງເຈົ້າ ກໍຈະບໍ່​ໄດ້​ຮັບອະນຸຍາດ.”

ຜູ້ທີ່ຖືກສະເໜີ​ແຕ່ງຕັ້ງໃຫ້ເປັນລັດຖະມົນຕີປ້ອງກັນປະເທດຂອງທ່ານ Trump ຄືນາຍພົນ ເບ້ຍບຳນານທ່ານ James Mattis ຍັງໄດ້​ໃຫ້ສັນຍານ​ເຖິງຄວາມວິຕົກເປັນຫ່ວງລະຫວ່າງ ການຮັບຟັງຄຳ​ໃຫ້ການ​ເພື່ອ​ຮັບຮອງ​ເອົາ​ການ​ແຕ່ງຕັ້ງຂອງທ່ານ.

ນາຍພົນ Mattis ກ່າວວ່າ “ຂ້າພະເຈົ້າຄິດວ່າ ລະບຽບການຂອງໂລກ ​ແມ່ນ​ພວມ​ໄດ້​ຮັບ ການໂຈມຕີ ຢ່າງໜັກໜ່ວງທີ່ສຸດນັບແຕ່ສົງຄາມໂລກຄັ້ງທີ່ສອງ​ເປັນຕົ້ນມາແລະນັ້ນ​ແມ່ນ
ມາຈາກຣັດເຊຍຈາກພວກກຸ່ມກໍ່ການຮ້າຍແລະຈາກອັນທີ່ຈີນກຳລັງເຮັດຢູ່ໃນທະ ເລຈີນ
ຄຳຖະແຫລງຂອງພວກ​ທ່ານ ​ແມ່ນ​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງນໍ້າສຽງທ່າທີທີ່ໜັກແໜ້ນຕື່ມ ຂຶ້ນ ຂອງລັດຖະບານໃໝ່ ໃນຄວາມສຳພັນກັບຈີນ.

ໃນຂະນະດຽວກັນ ກະຊວງຕ່າງປະເທດຈີນ ຢືນຢັນໃນຕົ້ນເດືອນນີ້ວ່າ ເຮືອລົບຈີນກຸ່ມ​ນຶ່ງພາຍ​ໃຕ້​ການນຳພາ ຂອງກຳປັ່ນບັນທຸກເຮືອບິນ Leoning ກຳລັງທົດລອງອາວຸດ ແລະອຸບປະກອນ ​ໃນ​ການຊ້ອມລົບຢູ່ທະເລຈີນໃຕ້.

ຜູ້ຖືກສະເໜີໃຫ້ເປັນ ລັດຖະມົນຕີຕ່າງປະເທດ ທ່ານ Rex Tillerson ໃຫ້ການຮັບຟັງຢູ່ ລັດຖະສະພາ ທີ່ ນະຄອນຫລວງ ວໍຊໍງຕັນ.

​ໜັງສືພິມ Global Time ຂອງທາງການຈີນຂຽນຢູ່ໃນບົດບັນນາທິການວ່າ ການຊ້ອມລົບ
ເປັນການສະແດງໃຫ້ເຫັນເຖິງສະມັດຖະພາບ​ໃນ​ການ​ສູ້​ລົບຂອງກຳປັ່ນ Liaoning ຊຶ່ງ
ເປັນກຳປັ່ນບັນທຸກເຮຶອບິນ ລຳທຳອິດຂອງຈີນ “ທີ່ໄດ້​ມີ​ເພີ້ມຂຶ້ນ ແລະຂົງເຂດການປະຕິ
ບັດງານ ໄດ້ຂະຫຍາຍອອກໄປ.”

ເຮືອບິນລົບຈີນ J-11 ທີ່ເຫັນບິນຜ່ານຢູ່ໃກ້ກັບ ເຮືອບິນສອດແນມສະຫະລັດ P-8 Poseidon ປະມານ 215 ກິໂລແມັດ (135 ໄມລ) ທາງຕາເວັນອອກຂອງເກາະ Hainan.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ