ບັນດານັກວິເຄາະກ່າວວ່າ ການຊ້ອມລົບຮ່ວມທາງທະເລ ລະຫວ່າງ ຟິລິບປິນ ແລະ
ສະຫະລັດ ຢູ່ທະເລຈີນໃຕ້ ເປັນການສະແດງໃຫ້ເຫັນວ່າ ປະເທດເກາະ ດອນດັ່ງກ່າວ
ກຳລັງມີຄວາມໃກ້ຊິດຫຼາຍຂຶ້ນ ກັບອະດີດຜູ້ປົກຄອງສະໄໝຫົວເມືອງຂຶ້ນ ແລະເພື່ອນ
ມິດປະຫວັດສາດ ຫຼັງຈາກຫຼາຍໆປີທີ່ໄດ້ມີຄວາມສຳພັນອັນອົບອຸ່ນກັບຈີນ ຊຶ່ງເປັນ
ຄູ່ປໍລະປັກໃນສະໄໝສົງຄາມເຢັນກັບສະຫະລັດ.
ປະທານາທິບໍດີຟິລິບປິນ ທ່ານໂຣດຣິໂກ ດູເຈີເຕ
ການຊ້ອມລົບ ຊຶ່ງກຳລັງຈັດຂຶ້ນແຕ່ວັນທີ 9 ຫາ 16 ກໍລະກົດ ແມ່ນຮວມທັງກຳປັ່ນລົບ
ຟິລິບປິນສອງລຳ ພ້ອມດ້ວຍກຳປັ່ນລົບສະຫະລັດ 2 ລຳ ແລະກຳປັ່ນບັນທຸກເຮືອບິນ
ລຳນຶ່ງຂອງສະຫະລັດ ອີງຕາມໜ້າເວັບໄຊ ຂອງກອງບັນ ຊາການກອງທັບເຮືອເຂດອິນໂດ-ປາຊິຟິກ. ສະຖານທີ່ຢູ່ນອກຝັ່ງຕາເວັນຕົກຂອງເກາະລູຊອນ ທີ່ໃກ້ໆກັບທະເລ
ບ່ອນທີ່ຟິລິບປີນແລະຈີນໂຕ້ຖຽງໃນການອ້າງເອົາອະທິປະໄຕ.
ພວກລູກເຮືອ ແລະເຮືອບິນລົບ ທີເຫັນຢູ່ກຳປັ່ນບັນທຸກສະຫະລັດ USS ຣໍໂນລ ເຣກັນ (CVN 76) ທີ່ຈອດຢູ່ນອກຝັ່ງນະຄອນມານິລາ Manila ທີ 26, ມິຖຸນາ 2018.
ປະທານາທິບໍດີຟິລິບປິນ ທ່ານໂຣດຣິໂກ ດູເຕີເຕ ປັດຈຸບັນນີ້ ຢູ່ໃນຕຳແໜ່ງມາເປັນເວ
ລາສອງປີແລ້ວ ໄດ້ປະການໂຕ້ຖຽງກ່ຽວກັບອະທິໄຕໄວ້ຢູ່ທາງຂ້າງ ເພື່ອສ້າງຄວາມສຳ
ພັນກັບຈີນ ແລະເມີນເສີຍຕໍ່ສະຫະລັດ. ບັນດານັກວິເຄາະກ່າວວ່າ ທ່ານດູເຕີເຕໃນປັດ
ຈຸບັນນີ້ກຳລັງຊອກຫາຊ່ອງທາງເພື່ອຟື້ນຟູຄວາມສຳພັນຄືນໃໝ່ກັບວໍຊິງຕັນ ເພາະວ່າ
ປະຊາຊົນຟິລິບປິນ ກອງ ແລະແມ່ນແຕ່ບັນດາສະມາຊິກໃນຄະນະລັດຖະບານ ເຫັນ
ພ້ອມກັບການປ້ອງກັນທາງທະເລທີ່ມີຄວາມເຂັ້ມແຂງ.
ກຳປັ່ນລົບຟິລິບປິນ BRP Gregorio Del Pilar ຈອດຢູ່ທ່າເຮືອນະຄອນມະນີລາ Manila's ປະເທດຟິລິບປີນ ວັນທີ 17 ທັນວາ 2014.
ຈີນ ບໍ່ຄາດວ່າຈະຍິນຍອມ ກ່ຽວກັບຄວາມສຳພັນກັບຟີລິບປິນ ເຖິງຢ່າງໃດກໍດີ ນອກ
ຈາກວ່າ ການຊ້ອມລົບຮ່ວມຈະໃຫຍ່ຂຶ້ນ.
ເນື້ອທີ່ທະເລຈີນໃຕ້ ທີ່ອ້າງເອົາໂດຍຈີນ.