ການຂັດແຍ້ງ ຢູ່ທະເລຈີນໃຕ້ ຍັງມີຢູ່ຕໍ່ມາ ຂະນະທີ່ ລັດຖະບານທ່ານທຣໍາ ຊອກຫາ ການຮັບມື

ພວກປະທ້ວງຟິລິບປີນ ຖືປ້າຍຄຳຂວັນ ຢູ່ຕໍ່ໜ້າກົງສຸນຈີນ ກ່າວຫາ ການສ້າງຄ້າຍທະຫານ ຢູ່ເກາະທີ່ຍັງມີການຂັດແຍ້ງກັນ.

ຫົກ​ເດືອນ​ທຳ​ອິດ​ຂອງ​ລັດຖະບານ​ປະທານາທິບໍ​ດີທຣໍາ ​ໄດ້​ເຫັນ​ມີ​ການ​ປະ​ເຊີນ​ໜ້າ​ພຽ​ງ​
ເລັກ​ນ້ອຍ ກ່ຽວ​ກັບ​ການ​ຂັດ​ແຍ້​ງ​ເລື່ອງ​ເຂດ​ນໍ້າ​ແດນ​ດິນຢູ່​ທະ​ເລ​ຈີນ​ໃຕ້ ​ເຖິງ​ຢ່າງ​ໃດ​ກໍ​ດີ
ບັນດາ​ນັກວິ​ເຄາະ​ ​ແລະ​ພວກ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ການ​ບໍ່​ມີ​ການ

​ຂັດ​ແຍ້​ງຢ່າງ​ເປັນ​ການ​ເປີດ​ເຜີຍ​ ບໍ່​ໄດ້​ໝາຍ​ຄວາມ​ວ່າ ບັນ​ຫາ​ຕ່າງໆ​ໄດ້​ຫາຍ​ໄປ.

ສະມາຊິກ​ສະພາ​ສູງ Cory Gardner ທີ່​ເປັນ​ສະມາຊິກ​ຢູ່​ໃນຄະນະ​ກຳ​ມະ​ການ​ ​ຄວາມ​ສຳພັນກັບ​ຕ່າງປະ​ເທດຂອງສະພາ​ສູງ ​ແລະ​ເປັນ​ປະທານອະນຸ​ກຳມະການ ກິດຈະການ​
ເອ​ເຊຍ​ປາຊິ​ຟິກ ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ ​ໃນ​ນະຄອນ​ຫລວງ​ວໍ​ຊິງ​ຕັນ​ອາທິດ​ນີ້​ວ່າ “ການ
ຈັດ​ຕັ້ງທາງ​ທະຫານ​ຂອງ​ຈີນ​ ຢູ່ທະ​ເລ​ຈີນ​ໃຕ້​ເປັນ​ເລື່ອງ​ແທ້” ​ແລະ​ສະຖານະ​ການ​ຍັງ​ຢູ່​
ໃນ​ຂັ້ນ “ວິ​ກິດ.”

ສະມາຊິກສະພາສູງ ທ່ານ Cory Gardner ພັກຣີພັບບລິກັນ ຈາກລັດ Colorado ຊ້າຍ ແລະສະມາຊິກສະພາສູງ ທ່ານ Tim Scott ພັກຣີພັບບລິກັນ ຈາກລັດ South Carolina.

​ໃນ​ການ​ຖະ​ແຫຼງ​ຢູ່​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ​ເຈັດ ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້ ທ່ານ Gardner ​ໄດ້ອະທິບາຍເຖິງ​ຂົງ​ເຂດວ່າ ​ເປັນ​ບ່ອນ​ທົດ​ສອບ​ເຖິງ​ຄວາມ​ເປັນ​ຜູ້ນຳ​ຂອງ​ອາ​ເມຣິກັນເພື່ອສະກັດ​ກັ້ນ​ການ​ຄອງ​ຄວາມ​ເປັນ​ເຈົ້າ​ຂອງ​ປັກ​ກິ່ງ.

ສະມາຊິກ​ສ​ະພາ​ສູງ​ Gardner ຖາມ​ວ່າ “ຖ້າຫາກທະ​ເລ​ຈີນ​ໃຕ້​ແກ້​ໄຂ​ບໍ່​ໄດ້ ​ແລ້ວ ບາດ
ກ້າວ​ຕໍ່​ໄປ​ແມ່ນ​ຫຍັງ?

ເນື້ອທີ່ທະເລຈີນໃຕ້ ທີອ້າງເອົາໂດຍ ຈີນ.

ທະ​ເລ​ຈີນ​ໃຕ້ ກວມ​ເອົາ 3 ລ້ານ 5 ​ແສນ ຕາລາງ​ກິ​ໂລ​ແມັດ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ມະ
ຫາ​ສະໝຸດ​ປາຊິ​ຟິກ. ບັນດາ​ປະ​ເທດ​ທີ່​ຮວມຢູ່​ໃນ​ນັ້ນ​ມີ ຈີນ ຫວຽດນາມ ຟິລິບ​ປີນ
ມ​າ​ເລ​ເຊຍ ​ບຣູ​ໄນ ອິນ​ໂດ​ເນ​ເຊຍ ພ້ອມ​ທັງ​ໄຕ້​ຫວັນ ຕ່າງ​ກໍ​ອ້າງ​ເອົາອະທິປະ​ໄຕຂອງ
ຕົນ​ເອງ.

ການກໍ່ສ້າງທີ່ສະແດງໃຫ້ເຫັນຢູ່ເກາະ Sprately ບ່ອນທີ່ມີການໂຕ້ແຍ້ງກັນຢູ່ທະຈີນໄຕ້.

ຫວ່າງ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ​ນີ້ ຈີນ​ໄດ້​ເຫັນ​ເອົາ​ບາດກ້າວ​ ໃນ​ຄວາມ​ພະ​ບາ​ຍາມ​ເພື່ອ​ຄ້ຳ
ປະກັນ ການ​ອ້າງ​ເອົາ​ກຳມະສິດ​ໃນ​ບໍລິ​ເວນ​ອັນກວ້າງ​ໃຫຍ່​ຂອງ​ທະ​ເລ​ຈີນ​ໃຕ້ ​ເພື່ອ​ຈຸດ
ປະສົງ​ທາງ​ທະຫານ ​ແລະ​ເສດຖະກິດ.

ສະຫະລັດກ່າວວ່າ ຕົນບໍ່ໄດ້ເຂົ້າຂ້າງຝ່າຍໃດ ໃນການອ້າງເອົາກຳມະສິດກວມກັນຢູ່ທະ
ເລຈີນໃຕ້ ແລະຄັດຄ້ານ ຕໍ່ການເຮັດໃຫ້ເຂດດັ່ງກ່າວ ກາຍເປັນການແຂ່ງຂັນ ທາງດ້ານ
ທະຫານ. ສະຫະລັດໄດ້ສົ່ງເຮືອບິນທະຫານ ແລະກຳປັນລົບ ເຂົ້າໄປໃກ້ໆກັບໝູ່ເກາະ
ດອນທີ່ມີການຂັດແຍ້ງ ບ່ອນທີ່ຈີນໄດ້ສ້າງຄ້າຍທະຫານຂອງຕົນຂຶ້ນ ໂດຍບໍ່ເອົາຫົວຊາ
ຕໍ່ການກ່າວອ້າງ ໃນອັນທີ່ປັກກິ່ງເວົ້າວ່າ ເປັນເຂດອາກາດແລະນ່ານນ້ຳຂອງຕົນນັ້ນ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ