ສຫລ ກ່າວວ່າ ການປະພຶດຂອງຈີນ ຢູ່ທະເລຈີນໃຕ້ ນຳໄປສູ່ ການຢູ່ໂດດດ່ຽວ

ຮູບພາບທາງອາກາດ ຈາກເຮືອບິນທະຫານ ສຫລ ສະແດງໃຫ້ ເຫັນການຂຸດລອກເກາະນຶ່ງ ໃນໝູ່ເກາະ Spratly ທີ່ ທະເລຈີນໃຕ້.

ການ​ເຄື່ອນ​ໄຫວ​ຂອງ​ຈີນ ​ຢູ່​ທະ​ເລ​ຈີນ​ໃຕ້ ພາ​ໃຫ້​ມີ​ການ​ໂດດ
ດ່ຽວ​ຕົນ​ເອງໂດຍ​ກະ​ຕຸກ​ຊຸກຍູ້​ໃຫ້​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ຢູ່​
ໃນ​ຂົງ​ເຂດ​ຫັນ​ມາ​ຕໍ່ຕ້ານ​ປັກ​ກິ່ງ ອີງຕາມ​ຄຳ​ເວົ້າ ຂອງ​ລັດຖະ
ມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Ash Carter.

ທ່ານ Carter ກ່າວ​ຕໍ່​ບັນດາ​ສະມາຊິກ​ຂອງ​ຄະ​ນະກຳມະການ​
ຈັດ​ສັນ​ງົບປະມານ ຂອງ​ສະພາ​ຕ່ຳ​ສະຫະລັດ ​ໃນ​ວັນ​ພະຫັດ​
ວານ​ນີ້ວ່າ ການ​ຂຸດ​ລອກ​ແລະ​ຈັດ​ສົ່ງ​ອຸບ ປະກອນ​ທາງ​ທະຫານ
​ຂອງ​ຈີນ ​ໄປ​ຍັງ​ໝູ່​ເກາະ​ໝູ່​ດອນ​ທີ່​ມີ​ການ​ຂັດ​ແຍ້​ງຢູ່​ທະ​ເລຈີນ
​ໃຕ້ນັ້ນ ​ເຮັດ​ໃຫ້​ທັງ​ພັນທະ​ມິດ​ເກົ່າ​ຂອງ​ສະຫະລັດ ​ເຊັ່ນ​ຍີ່ປຸ່ນ
​ແລະ​ຟີ​ລິບ​ປິນ ​ແລະ​ພັນທະ​ມິ​ດ​ໃໝ່ ​ເຊັ່ນ​ຫວຽດນາມ​ແລະ​ອິນ
​ເດຍ​ ​ເຮັດ​ວຽກ​ຮ່ວມ​ກັນ​ກັບ​ສະຫະ ລັດ​ເພີ້ມຂຶ້ນ.

ທ່ານ Carter ກ່າວ​ວ່າ ​ເຫດຜົນ​ທີ່​ວ່າ​ກິດຈະກຳ​ເຫລົ່ານີ້ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ ບໍ່​ແມ່ນ​
ຍ້ອນ​ສະຫະລັດ​ໄດ້​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ​ໃໝ່ໆ. ພວກ​ເຮົາ​ເຄີຍເດີນ​ເຮືອ ຢູ່​ໃນ​ທະ​ເລ​ຈີນ​ໃຕ້​ມາ
​ດົນ​ນາ​ນ​ແລ້ວ ​ແລະ​ກໍ​ຈະ​ດຳ​ເນີນ​ຕໍ່​ໄປ​ໃນ​ການ​ເດີນ​ເຮືອ​ດັ່ງ ກ່າວ​ ຢູ່​ບ່ອນ​ໃດ​ກໍ​ຕາມ​ທີ່
​ກົດໝາຍ​ນາໆຊາດ​ອະນຸຍາດ​ໃຫ້.

ຈີນ​ອ້າງ​ເອົາ​ກຳມະສິດ​ສ່ວນ​ໃຫຍ່​ຢູ່​ໃນ​ທະ​ເລ​ຈີນ​ໃຕ້​ວ່າ​ເປັນ​ຂອງ​ຕົນ ​ແລະ​ການອ້າງ​ກຳ
ມະ​ສິດ​ຂອງ​ຈີນ​ໄດ້​ກວມ​ກັບໄຕ້​ຫວັນ ຫວຽດນາມ ຟີ​ລິບ​ປິນ ມາ​ເລ​ເຊຍ ​ແລະ​ບຣູນາຍ. ​
ໃນ​ໄລຍະ​ສອງ​ສາມ​ປີມາ​ນີ້ ຈີນ​ໄດ້​ລິ​ເລີ້ມ​ໂຄງການ​ທີ່​ມີ​ຄວາມທະ ​ເຍີ​ທະຍານ​ສູງ ​ເພື່ອ
​ກໍ່ສ້າງ​ເກາະດອນ​ທຽມ​ຂຶ້ນ ​ໃນ​ທະ​ເລ​ທີ່​ສອກຫລີກ​ຫ່າງ​ໄກ​ທີ່ ສາມາດ​ໃຫ້ການ​ສະໜັບ
ສະໜຸນ​ຕໍ່​ການ​ສ້າງ​ສະໜາມບິນ​ແລະ​ຕິດຕັ້ງອຸບປະກອນ ທາງ​ທະຫານ​ຕ່າງໆ.

ພາບຖ່າຍຈາກດາວທຽມ ສະແດງໃຫ້ເຫັນ ຕຶກ ແລະການຂະຫຍານທາງທະຫານ ທີ່ ເກາະ Woody ໃນທະເລຈີນໃຕ້.

ພົນ​ເຮືອ​ເອກ Harry Harris ຜູ້​ບັນຊາ​ການ​ກຳລັງ​ສະຫະລັດ​ ໃນ​ເຂດ​ມະຫາ​ສະມຸດ​ປາຊີ​
ຟິກກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ທຳນຽບຫ້າ​ແຈ​ໃນ​ວັນ​ພະຫັດ​ວານ​ນີ້ວ່າຈີນ​ໄດ້ ຖົມດິນ​ເພື່ອ​ສ້າງ
​ຄ້າຍ​ທະຫານ​ໃນ​ພື້ນທີ່​ເກືອບ 3,000 ​ເອ​ເຄີ້ຢູ່​ໃນ​ທະ​ເລ​ຈີນ​ໃຕ້.

​ໃນ​ອາທິດແລ້ວນີ້ ຮູບ​ຖ່າຍ​ຈາກ​ດາວ​ທຽມ​ຂອງ​ບໍລິສັດ ISI (ImageSat Inter-national)
ທີ່​ນຳ​ອອກ​ເຜີຍ​ແຜ່ນັ້ນສະ​ແດ​ງ​ໃຫ້​ເຫັນ​ວ່າ ​ໄດ້​ມີ​ການ​ຕິດຕັ້ງລູກ​ສອນ ​ໄຟ​ທີ່​ກ້າວໜ້າ​ທັນ
​ສະ​ໄໝຍິງ​ຈາກ​ພາກພື້ນດິນ​ສູ່​ອາກາດ ຢູ່​ທີ່​ເກາະ Woody ຊຶ່ງ​ຍັງ​ເປັນ​ບັນຫາໂຕ້​ແຍ້​ງ​ໃນ​
ທະ​ເລ​ຈີນ​ໃຕ້. ​ເຈົ້າໜ້າ​ທີ່​ສະຫະລັດ​ຄົນ​ນຶ່ງ​ໃຫ້ການ​ຢືນ ຢັນ​ ກ່ຽວ​ກັບ​ການ​ຕິດຕັ້ງລູກ​ສອນ
​ໄຟ​ດັ່ງກ່າວ​ກັບ​ວີ​ໂອ​ເອ ​ແລະ​ເວົ້າວ່າ ທຳນຽບຫ້າ​ແຈ​ແມ່ນ​ມີ​ຄວາມ​ວິຕົກ​ກັງວົນ.

Your browser doesn’t support HTML5

US Pentagon South China Sea