ທ່ານ Jacob Zuma ປະທານາທິບໍດີອາຟຣິກາໃຕ້ເວົ້າວ່າ
ຜູ້ນໍາໃນການຕ້ານ ການແບ່ງແຍກຜິວພັນ ທ່ານ Nelson
Mandela ຍັງມີອາການໜັກໜ່ວງຢູ່ ລຸນຫລັງທີ່ໄດ້ເຂົ້າໂຮງ
ໝໍຮັກສາຕົວ ເປັນເວລາສອງອາທິດ ຍ້ອນປອດອັກເສບ.
ໃນວັນຈັນມື້ນີ້ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ປະທານາທິບໍດີ
Zuma ເອີ້ນ ທ່ານ Mandela ວ່າ “ບິດາແຫ່ງປະຊາທິປະໄຕ”
ແລະວ່າ ປະເທດອາຟຣິກາໃຕ້ ຄວນຮັບຮູ້ວ່າ ເມື່ອທ່ານອາຍຸ
ແກ່ໄປ ທ່ານກໍຍ່ອມຈະມີບັນຫາດ້ານສຸຂະພາບ ເປັນຂອງ
ທໍາມະດາ. ທ່ານ Zuma ເວົ້າວ່າ:
“ນີ້ຄືຜູ້ຊາຍທີ່ຕໍ່ສູ້ ແລະເສຍສະລະຊີວິດໄປຢູ່ໃນຄຸກ, ຊຶ່ງທ່ານໄດ້ເປັນນັກໂທດ
ທີ່ຖືກຂັງດົນທີ່ສຸດໃນອາຟຣິກາໃຕ້. ທ່ານເປັນນຶ່ງໃນບັນດາຜູ້ທີ່ປະກອບສ່ວນ
ທາງດ້ານອຸດົມການ ເຂົ້າໃສ່ປະຊາທິປະໄຕ ເພາະສະນັ້ນ ທ່ານຈຶ່ງເປັນຜູ້ທີ່
ພວກເຮົາທຸກຄົນຮັກຫອມ.”
ທ່ານ Zuma ໄດ້ໄປຢ້ຽມທ່ານ Mandela ທີ່ໂຮງໝໍ Pretoria ໃນຕອນແລງວັນອາທິດ
ວານນີ້. ທ່ານປະທານາທິບໍດີເວົ້າວ່າ ບັນດາທ່ານໝໍບອກທ່ານວ່າ ພວກເຂົາເຈົ້າກໍາລັງ
ເຮັດທຸກສິ່ງທຸກຢ່າງ ເທົ່າທີ່ຈະເຮັດໄດ້ ເພື່ອປິ່ນປົວຜູ້ໄດ້ຮັບລາງວັນໂນແບລ ໄວ 94 ປີ
ທ່ານນີ້ ແລະເຮັດໃຫ້ທ່ານມີຄວາມຮູ້ສຶກສະບາຍ ໃຈ.
ວີດິໂອ: ຝຣັ່ງຈັດງານວາງສະແດງ ກ່ຽວກັບຊີວິດ ຂອງທ່ານແມນເດລາ:
ປະທານາທິບໍດີ Zuma ເວົ້າອີກວ່າ ທ່ານບໍ່ສາມາດທີ່ຈະໃຫ້ຂໍ້ມູນເພີ້ມເຕີມໄດ້ ກ່ຽວກັບ ອາການຂອງທ່ານ Mandela ແລະຂໍໃຫ້ຊາວອາຟຣິກາໃຕ້ ພາວະນາໃຫ້ອະດີດປະທາ ນາທິບໍດີ ຫາຍດີໄວໆ.
ທ່ານຍັງໄດ້ກ່າວຕໍ່ພວກນັກສື່ຂ່າວໃນວັນຈັນມື້ນີ້ວ່າ ສຸຂະພາບຂອງທ່ານ Mandela ຈະ
ບໍ່ມີຜົນກະທົບຕໍ່ການຢ້ຽມຢາມຂອງທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ທີ່
ຈະມີຂຶ້ນໃນໄວໆນີ້.
ທ່ານ Mandela ໄດ້ເຂົ້າໂຮງໝໍ ເພື່ອປິ່ນປົວບັນຫາໂຣກປອດອັກເສບ ມາສີ່ເທື່ອແລ້ວ
ນັບແຕ່ເດືອນທັນວາເປັນຕົ້ນມາ.
ເບິ່ງສະໄລດ໌ ກ່ຽວກັບຂ່າວນີ້:

Your browser doesn’t support HTML5
Paris Exhibit Captures Mandela's Journey
ປະທານາທິບໍດີ Zuma ເວົ້າອີກວ່າ ທ່ານບໍ່ສາມາດທີ່ຈະໃຫ້ຂໍ້ມູນເພີ້ມເຕີມໄດ້ ກ່ຽວກັບ ອາການຂອງທ່ານ Mandela ແລະຂໍໃຫ້ຊາວອາຟຣິກາໃຕ້ ພາວະນາໃຫ້ອະດີດປະທາ ນາທິບໍດີ ຫາຍດີໄວໆ.
ທ່ານຍັງໄດ້ກ່າວຕໍ່ພວກນັກສື່ຂ່າວໃນວັນຈັນມື້ນີ້ວ່າ ສຸຂະພາບຂອງທ່ານ Mandela ຈະ
ບໍ່ມີຜົນກະທົບຕໍ່ການຢ້ຽມຢາມຂອງທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ທີ່
ຈະມີຂຶ້ນໃນໄວໆນີ້.
ທ່ານ Mandela ໄດ້ເຂົ້າໂຮງໝໍ ເພື່ອປິ່ນປົວບັນຫາໂຣກປອດອັກເສບ ມາສີ່ເທື່ອແລ້ວ
ນັບແຕ່ເດືອນທັນວາເປັນຕົ້ນມາ.
ເບິ່ງສະໄລດ໌ ກ່ຽວກັບຂ່າວນີ້:
ປະມວນພາບກ່ຽວກັບ ທ່ານ Nelson Mandela