ອາຟຣິກາໃຕ້ ຮຽກໂຕ ນັກການທູດສະຫະລັດເຂົ້າພົບ ເພື່ອລາຍງານ ເລື່ອງຄຳເວົ້າທີ່ຫຍາບຄາຍ ຂອງ ປ. ດໍໂນລ ທຣໍາ

ປ, ດໍໂນລ ທຣໍາ ກ່າວລະຫວ່າງກອງປະຊຸມປະຕິຮູບ ຄຸກ ທີ່ທຳນຽບຂາວ ໃນທີ 11 ມັງກອນ 2018.

ອາ​ຟຣິກາ​ໃຕ້​ເປັນ​ປະ​ເທ​ດຫລ້າ​ສຸດ ທີ່​ຮ້ອງ​ນັກ​ການ​ທູດ​ສະຫະລັດເຂົ້າພົບ ​ເພື່ອ​ອະທິ
ບາຍ​ຄຳເວົ້າທີ່ຫຍາບຄາຍ​ຂອງ ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ທີ່​ເວົ້າ
​ກ່ຽວ​ກັບຄົນ​ເຂົ້າ​ເມືອງ​ຊາວ​ອາຟຣິກາ ​ເຮ​ຕີ ​ແລະ​ແອວ​ຊາ​ລວາ​ດໍ ທີ່​ເຂົ້າມາສະ​ຫະລັດ.

ປະທານາທິບໍດີ​ທຣໍາ​ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ ໃຫ້​ແກ່​ບັນດາ​ສະມາຊິກ​ສະພາ ຢູ່​ກອງ​
ປະຊຸມ​ໃນ​ທຳນຽບຂາວ​ຫວ່າງ​ມໍ່​ໆ​ມາ​ນ່ີ້ ກ່ຽວ​ກັບເລື່ອ​ງຄົນ​ເຂົ້າ​ເມືອງ ອີງ​ຕາມ​ຫລາຍ
​ລາຍ​ງານ ທ່ານ​ໄດ້​ຖາມ​ວ່າ “​ເປັນ​ຫຍັງ​ພວກ​ເຮົາຈຶ່ງ​ມີ​ພວກ​ຄົນ​ເຫລົ່າ​ນີ້​ມາ​ຈາກ​ປະ​ເທດ “s---hole.” ທີ່ແປ​ເປັນ​ພາສາ​ລາວວ່າ ປະ​ເທດ​ “ຂຸມຂີ້” ​ທັງຫຼາຍນັ້ນ.

ປະທານາທິບໍດີ​ທຣໍາ ​ໄດ້​ຖືກ​ລາຍ​ງາ​ນ​ວ່າ ສະຫະລັດ​ສົມຄວນ​ອະນຸຍາດ​ໃຫ້​ຫລາຍ​ຄົນ
​ຈາກ​ບ່ອນ​ຕ່າງໆ​ເຊັ່ນ​ວ່າ ນໍ​ເວ ປະຊາຊົນ​ນໍ​ເວ​ທີ່​ເປັນ​ຄົນ​ຜິວ​ຂາວ​ທັງ​ໝົດ. ປະຊາຊົນ​
ຂອງ​ປະ​ເທດ​ອາ​ຟຣິກາ ​ແລະ​ເຮ​ຕີ ສ່ວນ​ໃຫຍ່​ເປັນ​ຄົນ​ຜິວ​ດຳ ​ໃນ​ຂະນະ​ທີ່​ປະຊາຊົນ​
ຈາກ​ ​ແອ​ລຊາລວາ​ດໍ​ສ່ວນ​ໃຫຍ່ເປັນ​ຄົນ​ຜິວ​ນໍ້າຕານ.

ຖະ​ແຫລ​ງການ​ຈາກ​ບັນດາ​ອົງການ​ຈັດ​ຕັ້ງ​ຕ່າງປະ​ເທດ ​ແລະ​ພາຍ​ໃນ​ສະ​ແດງ​ຄວາມ​
ເປັນ​ຫ່ວງ​ວ່າ ສະຫະລັດ ​ແລະ​ປະທານາທິບໍດີ​ຂອງ​ເຂົາ​ເຈົ້າ ກຳລັງ​ລົງ​ສູ່​ຫົນທາງ​ລຳ
ອຽງຜິວ​ພັນ. ປະທານາທິບໍດີ​ທຣໍາ​ໄດ້​ປະຕິ​ເສດ​ວ່າ​ທ່ານ​ບໍ່ເປັນ​ຄົນ​ລຳອຽງ​ຜິວ​ພັນ ​ແລະ​
ເນັ້ນ​ໜັກ​ວ່າ ທ່ານ​ບໍ່​ໄດ້​ກ່າວ​ຄຳ​ເວົ້າ​ດັ່ງກ່າວ.

ປະທານາທິບໍດີການາ ທ່ານນານາ ອາກູໂຟ ທີ່ຖືກເລືອກຂອງພັກຮັກຊາດໃໝ່ ວັນທີ 9 ທັນວາ 2016.

ກະຊວງ​ຄວາມ​ສຳພັນ​ຕ່າງປະ​ເທດ​ອາ​ຟຣິກາ ​ແລະ​ການ​ຮ່​ວມມື ຫລື (DIRCO) ​ໄດ້​ມີ
​ນັດ​ໝາຍ​ທີ່​ຈະ​ສົນທະນາໃນ​ວັນ​ຈັນ​ໜ້ານີ້​ກັບ ຮອງ​ຜູ້​ທີສອງ​ຢູ່​ສະຖານທູດ​ສະຫະລັດ
​ໃນ​ນ​ຄອນ​ປຣີ​ໂຕ​ເຣຍ ກ່ຽວ​ກັບ​ຄຳ​ຖະ​ແຫລ​ງຂອງ​ປະທານາທິບໍດີ​ທຣໍາ.“

DIRCO ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ ກະຊວງ​ຈະ​ໃຫ້​ໂອກາດ​ແກ່​ຮອງ​ທູດ​ສະຫະລັດ
ກ່າວ​ໃນ​ວັນ​ຈັນ ​ເພື່ອ​ອະພິ​ບາຍ​ວ່າ​ບັນ​ດາ​ປະ​ເທດ​ອາ​ຟຣິກາ ພ້ອມ​ດ້ວ​ຍເຮ​ຕີ ​ແລະ
ແອ​ລຊາລວາ​ດໍ ​ເປັນ​ປ​ະ​ເທດ “s…hols” ບ່ອນ​ທີ່​ຄົນເຂົ້າ​ເມືອງ​ມາ​ຈາກ ​ເຂົ້າ​ສູ່​ສະຫະ
ລັດ​ນັ້ນ​ບໍ່​ເປັນ​ທີ່ປາດ​ຖະໜາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ