ອາຟຣິກາໃຕ້ ກ່າວວ່າ ທ່ານປູຕິນ ບໍ່ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS

ພາບບັນທຶກ ປະທານາທິບໍດີອາຟຣິກາໃຕ້ ທ່ານຊິຣຽວ ຣາມາໂຟຊາ ຊ້າຍ ແລະປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ເຂົ້າຮ່ວມກອງປະຊຸມບັນດາຜູ້ນຳອາຟຣິກາໃຕ້ ທີ່ນະຄອນ ແຊນ ປີເຕີສະເບີກ ປະເທດຣັດເຊຍ ວັນທີ່ 17 ມິຖຸນາ 2023

ອາຟຣິກາໃຕ້ ໄດ້ປະກາດວານນີ້ວ່າ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດໃນເດືອນສິງຫາດ້ວຍຕົນເອງ ເຮັດ​ໃຫ້ ການຂັດແຍ້ງກ່ຽວກັບວ່າ ເປຣໂຕເຣຍ ຈະປະຕິບັດຕາມ​ພັນ​ທະຂໍ້ຜູກມັດພາຍ ໃຕ້ສານອາ​ຍາສາກົນ ແລະຈັບກຸມທ່ານຫຼື​ບໍ່​ນັ້ນ ສິ້ນ​ສຸດ​ລົງ.

ທ່ານປູຕິນ ​ແມ່ນຕ້ອງການ​ໂຕໂດຍສານ​ອາ​ຍາ​ສາ​ກົນໃນຂໍ້ຫາ​ກໍ່​ອາ​ຊະຍາກຳສົງຄາມ ລະຫວ່າງການຮຸກຮານຢູເຄຣນຂອງຣັດເຊຍ.

“ໂດຍການເຫັນພ້ອມຂອງທັງສອງຝ່າຍ ປະທານາທິບໍດີປູຕິນແຫ່ງສະຫະພັນຣັດເຊຍ ຈະບໍ່ເຂົ້າຮ່ວມ ກອງປະຊຸມກຸ່ມ BRICS ​ຫຼື​ກຸ່ມເສດຖະກິດ​ພຸ່ງ​ພົ້ນ​ໃໝ່” ທີ່ທ່ານວິນເສີນ ແມັກເວັນວາ ໂຄສົກຂອງປະທານາທິບໍດີ ຊິຣຽ​ລ ຣາມາໂຟຊາ ໄດ້ກ່າວ.

“ເຖິງ່ຢາງໃດກໍດີ ຣັດເຊຍ ຈະຕາງໝ້າໂດຍຣັດຖະມົນຕີຕ່າງປະເທດ ທ່ານ ເຊີເກ ລາວຣອຟ.”

ການປະກາດມີຂຶ້ນນຶ່ງມື້ ຫລັງຈາກໄດ້ເປີດເຜີຍວ່າ ທ່ານຣາມາໂຟຊາ ເຊື່ອວ່າ ການຈັບກຸມທ່ານປູຕິນ ຖ້າທ່ານກ້າວເຂົ້າໄປໃນປະເທດຈະເທົ່າ​ກັບ​ເປັນ “ການປະກາດສົງຄາມ.”

ອາຟຣິກາໃຕ້ ຊຶ່ງໄດ້ລົງນາມຢູ່ໃນ​ກົດ​ຂໍ້​ບັງ​ຄັບໂຣມຂອງສານອາຍາສາກົນ ໄດ້ຊອກຫາທາງອອກທີ່ເປັນໄປໄດ້ ຂອງການປະຕິບັດຕໍ່ໝາຍ​ຈັບ ເຖິງແມ່ນ​ໄດ້​ຮັບ​ການກົດດັນຈາກ​ພັກການເມືອງ​ຝ່າຍ​ຄ້ານ ແລະບັນດາກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດເພື່ອ​ປະ​ຕິ​ບັດ​ຕາມຄວາມໝັ້ນໝາຍຂອງຕົນ.

ທ່ານນາງເມຍ ສະວາດ ສາດສະດາຈານກົດໝາຍ ຢູ່ມະຫາວິທະຍາໄລວິດວໍເຕີສແຣນ ທີ່​ນະ​ຄອນໂຈ​ແຮນແນສເບີກ ກ່າວຕໍ່ ວີໂອເອ ວ່າ ອາຟຣິກາໃຕ້ ບັດນີ້ມີຄວາມໂລ່ງໃຈ ຕໍ່ຂໍ້ຜູກມັດຕ່າງໆ.

“ມັນຈະບໍ່ມີຄວາມຈຳເປັນສຳລັບລັດຖະບານ ທີ່ຈະເຂົ້າໄປສູ່ບັນດາການເຄື່ອນ
ໄຫວດ້ານກົດໝາຍ ທີ່ເຂົາເຈົ້າໄດ້ພິຈາລະນາ ກ່ຽວກັບເດືອນແລ້ວນີ້ ເຊັ່ນວ່າແມ່ນແຕ່ຖອນອອກຈາກກົດ​ຂໍ້​ບັງ​ຄັບ​ດັ່ງ​ກ່າວ” ທ່ານນາງສະວາດ ໄດ້ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ