ຕຳຫຼວດ ໄດ້ສັງຫານ ຄົນງານຜູ້ນຶ່ງ ທີ່ບໍ່ຄຳຂາວ ໃນອາຟຣິກາໃຕ້

ພວກຄົນງານ ທີ່ພາກັນປະທ້ວງ ຢູ່ນອກບໍ່ຄຳຂາວ Anglo American ທີ່ເມືອງ Rustenburg ໃນອາຟຣິກາໃຕ້ (5 ຕຸລາ 2012)

ພວກທີ່ເຫັນເຫດການກ່າວວ່າ ຄົນງານບໍ່ແຮ່ຜູ້ນຶ່ງຂອງອາຟຣິກາ
ໃຕ້ໄດ້ເສຍຊີວິດຫຼັງຈາກຕຳຫຼວດໄດ້ຍິງລູກປືນຢາງແລະລະເບີດ
ນໍ້າຕາເຂົ້າໃສ່ ເພື່ອຂັບໄລ່ພວກປະທ້ວງໃຫ້ແຕກພ່າຍໜີທີ່ເມືອງ
Rustenburg ທາງພາກຕາເວັນຕົກສຽງເໜືອຂອງປະເທດ.

ພວກນັກເຄື່ອນໄຫວແລະໝູ່ເພື່ອນຄົນງານບໍ່ແຮ່ກ່າວວ່າ ພະນັກ
ງານບໍ່ແຮ່ຄົນນີ້ ໄດ້ຖືກຍິງໂດຍຕຳຫຼວດຢູ່ນອກບໍ່ຄຳຂາວ Anglo
American ໃນຄືນວັນພະຫັດ ກ່ອນການປະທະກັນ ລະຫວ່າງ
ພວກປະທ້ວງແລະຕຳຫຼວດ.

ພວກນັກເຄື່ອນໄຫວບາງຄົນກ່າວອ້າງວ່າ ຕຳຫຼວດໄດ້ໃຊ້ລູກປືນ
ແທ້ ຍິງເຂົ້າໃສ່ ຂະນະທີ່ອີກຈຳນວນນຶ່ງ ເວົ້າວ່າ ມັນເປັນລູກປືນ
ຢາງ.

ຕຳຫຼວດ ຍັງບໍ່ທັນໃຫ້ການຢືນຢັນ ກ່ຽວກັບເຫດຮ້າຍໃນຄັ້ງນີ້ ແຕ່ກໍເວົ້າວ່າ ຕົນກຳລັງສືບ ສວນເບິ່ງລາຍງານຂ່າວທີ່ວ່າ ໄດ້ມີການພົບເຫັນສົບຄົນຕາຍຜູ້ນຶ່ງໃນບໍລິເວນທີ່ເກີດເຫດ.

ບໍ່ຄຳຂາວ Rustenburg ຕັ້ງຢູ່ບໍ່ໃກປານໃດຈາກບໍ່ຄຳຂາວ Lonmin ທີ່ເມືອງ Marikana
ບ່ອນທີ່ຕຳຫຼວດໄດ້ຍິງສັງຫານພວກຄົນງານບໍ່ແຮ່ ທີ່ພາກັນນັດຢຸດງານປະທ້ວງ 34 ຄົນ ເມື່ອວັນທີ 16 ສິງຫາຜ່ານມາ. ມີຜູ້ເສຍຊີວິດທັງໝົດ 45 ຄົນໃນຄວາມຮຸນແຮງທີ່ດຳເນີນ
ມາເປັນເວລາ 5 ອາທິດທີ່ບໍ່ຄຳຂາວດັ່ງກ່າວຍ້ອນມີການຂັດແຍ້ງກັນໃນເລື່ອງເງິນເດືອນ.