ການຄົ້ນພົບ ຊາກກະດູກໃໝ່ ອາດປ່ຽນແປງ ວິທີທີ່ເຮົາເບິ່ງ ວິວັດທະນາການ ຂອງມະນຸດ

ກະດູກຫລາຍກວ່າ 1,500 ຊິ້ນ ຈາກ 15 ສ່ວນບຸກຄົນ ທີ່ຮ້ອງວ່າ Homo naledi ໄດ້ຖືກພົບເຫັນ ຢູ່ໃນຖໍ້າ ອາຟຣິກາໃຕ້.

ຄະນະທີ​ມວິ​ທະຍາ​ສາດ ທີ່​ໄດ້​ກາຍ​ເປັນ​ຫົວ​ຂໍ້​ຂ່າວ​ໃນ​ປີ 2015 ​ຍ້ອນການ​ຄົ້ນ​ພົບຍາດ
​ພີ່ນ້ອງ​ຂອງມະນຸດ​ສະ​ໄໝໂບຮານທີ່​ບໍ່​ເຄີຍ​ຮູ້​ກັນ​ມາ​ກ່ອນກ່າວ​ວ່າ ການ​ຄົ້ນ​ພົບ​ເທື່ອ
ຫລ້າ​ສຸດຂອງ​ພວກ​ເຂົາ​ເຈົ້າ ອາດ​ຈະ​ປ່ຽນ​ແປງ​ວິທີ ທີ່​ເຮົາມອງ​ເບິ່ງວິ​ວັດທະນາການ​
ຂອງມະນຸດ.

ການ​ຄົ້ນ​ພົບທີ່​ພິມເຜີຍ​ແຜ່​ໃນ​ອາທິດ​ນີ້ ຢູ່​ໃນ​ນິດ​ຕະ​ຍະ​ສານວິທະຍາສາດ​ ELife ແມ່ນ
​ຮວມ​ທັງ​ການ​ຄົ້ນ​ພົບ​ຫ້ອງທີ​ສອງຂອງຊາກ​ກະດູກ​ ຂອງ​ພວກ​ມະນຸດສະ​ໝອງ​ນ້ອຍ
hominin ຫລື Homo Naledi ​ແລະ​ກໍ​ຄື​ເປັນຊາກກະດູ​ກທີ່​ມີ​ອາຍຸ​ນ້ອຍ​ເປັນ​ພິ​ເສດ.

ພວກ​ກະດູກ​ທີ່ຖືກ​ພົບ​ເຫັນ​ຢູ່​ໃນຖໍ້າ ທີ່​ເຕັມ​ໄປ​ດ້ວຍ​ຊາກກະດູກ​ເຫລົ່າ​ນີ້ ຊຶ່ງ​ຕັ້ງຢູ່ ທາງ​
ພາກ​ຕາ​ເວັນ​ອອກສຽງເໜືອ​ຂອງນະຄອນ Johannesburg ນີ້ ຕົ້ນຕໍ​ແລ້ວ​ແມ່ນຄິດ​ກັນວ່າມີອາຍຸຫລາຍກວ່າ 2 ລ້ານປີ ຊຶ່ງເຮັດໃຫ້​ເປັນ​ໄປ​ໄດ້ວ່າ​ເຂົາ​ເຈົ້າ ອາດເປັນບັນ
ພະບູຣຸດຂອງມະນຸດ​ເຮົາ ບາງທີແມ່ນກະທັ້ງ ທີ່ປະຊາຄົມວິທະຍາ ສາດຈຳນວນນຶ່ງ ພິຈາລະນາວ່າ ອາດ​ຈະ​ເປັນ “ການເຊື່ອມໂຍງທີ່ຂາດໄປ” ລະ ຫວ່າງ ລີງແລະມະນຸດ.

ເຖິງຢ່າງໃດກໍດີ ການທົດສອບທີ່​ເປັນ​ອິດສະຫຼະຂອງຊາກ​ກະດູກ​ກຸ່ມທຳອິດ​ແມ່ນ ມີ​ອາຍຸລະຫວ່າງ 236,000 ແລະ 335,000 ປີ ຊຶ່ງໝາຍຄວາມວ່າເຂົາເຈົ້າດຳ ລົງ​ຊີວິດໃນເວລາດຽວກັນ ກັບມະນຸດສະ​ໄໝໂບຮານ. ພວກນັກວິທະຍາກ່າວ​ວ່າ ເຂົາ
ເຈົ້າເຊື່ອວ່າ ສາຍ​ພັນ​ດັ່ງກ່າວນີ້ແມ່ນ​ມີ​ຕົ້ນຕໍ​ເກົ່າ​ແກ່​ກວ່າ​ໜ້ານັ້ນແລະຢູ່ລອດ ມາໄດ້
ກວ່າ 2 ລ້ານປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ