​​​​ອະດີດ​ປະທານາທິບໍດີ​ອາ​ຟຣິກາ​ໃຕ້ ​ຖືກ​ຮຽກ ຕົວໄປ​​ສານ ​ໃນ​ຄະດີ​ສໍ້​ລາດ​ບັງ​ຫຼວງ

Barricadas, soldados y vehículos militares en una vacía capital estadounidense, el domingo 17 de enero de 2021. [Foto: Alejandra Arredondo]

ອະດີດ​ປະທານາທິບໍດີ​ອາ​ຟຣິກາ​ໃຕ້ ທ່ານ ​ເຈ​ກັບ ຊູ​ມາ (Jacob Zuma) ​ໄດ້​ຖືກ​ຮຽກຕົວ
​ໄປສານ ​ໃນ​ວັນ​ທີ 6 ​ເມສາ ​ເພື່ອ​ປະ​ເຊີນ​ກັບ​ຄະດີ​ສໍ້​ລາດ​ບັງ​ຫຼວງ.

ຕຳຫຼວດ ກ່າວ​ວ່າ ທ່ານ​ຊູ​ມາ ​ໄດ້​ຖືກ​ຮຽກຕົວ ໃນ​ວັນ​ຈັນ​ວານ​ນີ້ ແລະ​ຍັງ​ສືບ​ຕໍ່​ຫຼົ້ມຈົມ​ລົງ
ຕໍ່​ໄປ ຫຼັງຈາກ​ໄດ້ຖືກ​ບັງຄັບ​ໃຫ້​ລາ​ອອກ​ຕຳ​ແໜ່​ງ ​ໃນ​ເດືອນ​ແລ້ວ​ນີ້ ລຸນຫຼັງທີ່​ພັກຂອງທ່ານ
ຕ່າວ​ປີ້ນ ບໍ່​ເຂົ້າ​ຂ້າງ​ທ່ານ.

​ໄອ​ຍະ​ການ​ແຫ່ງ​ຊາດ​ຂອງອາ​ຟຣິກາ​ໃຕ້ ​ໄດ້​ກ່າວ​ໃນ​ຕົ້ນ​ເດືອນ​ນີ້​ວ່າ ​ຈະ​ຟ້ອງ​ທ່ານ​ຊູ​ມາ ​
ໃນ 16 ກະ​ໂທ​ງ ຊຶ່ງ​ຮວມທັງ ການ​ສໍ້​ໂກງ ການຍັກຍອກ ການສໍ້​ລາດ​ບັງ​ຫຼວງ ​ແລະ​ການ
​ຟອກ​ເງິນ.

ຄະດີທີ່​ພົວພັນ​ກັບ​ຂໍ້​ຕົກລົງ​ທາງອາ​ວຸດ ​ໃນ​ຊຸມ​ປີ 1990 ພຸ້ນ ​ແລະ​ໄດ້​ຖືກ​ຍົກ​ເລີກ​ໄປ​
ໃນ​ຕອນ​ຕົ້ນ​ໆນັ້ນ​ ເກືອບ​ວ່າ​ນຶ່ງ​ທົດ​ສະ​ວັດ ມາ​ແລ້ວ ກ່ອນທີ່​ທ່ານ​ຊູ​ມາ ຈະລົງ​ສະໝັກ
​ແລະ​ໄດ້​ຊະນະການ​ເປັນ​ປະທານາທິບໍດີ ​ໃນປີ 2009 ນັ້ນ.

ທ່ານ​ຊູ​ມາ ​ໄດ້​ເປັນຮອງ​ປະທານາທິບໍດີ ​ໃນ​ຂະນະ​ທີ່​ມີ​ການ​ຕົກລົງ​ເລື່ອງອາ​ວຸດນັ້ນ.
ອະດີດ​ທີ່​ປຶກສາ​ທາງ​ດ້ານ​ການ​ເງິນ​ຂອງ​ທ່ານ ທ່ານ​ຊາ​ເບີຍ ເຊກ​ຄ (Schabir Shaikh)

ໄດ້​ຖືກ​ພົບ​ເຫັນ​ວ່າ ​ມີ​ຄວາມ​ຜິດ ​ໃນ​ປີ 2005 ​ໃນ​ຄວາມ​ພະຍາຍາມ​ທີ່ຈະ​ໃຫ້​ເປັນ​ສະພານ
​ໃຫ້​ແກ່​ທ່ານ​ຊູ​ມາ​ແລະ​ບໍລິສັດ​ອາວຸດ​ຂອງຝຣັ່ງ. ທ່ານ​ຊູ​ມາ ໄດ້ປະຕິ​ເສດ​ມາ​ໂດຍ​ຕະຫຼອດ​ ​
ທີ່​ວ່າ ຕົນບໍ່​ໄດ້​ກະທຳ​ຜິດ​ແຕ່​ຢ່າງ​ໃດ.

ທະນາຍຄວາມ​ຂອງ​ທ່ານ​ຊູ​ມາ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ອຸທອນກ່ຽວ​ກັບ​ການ​ລົງ​ໂທດ​
ທີ່​ກ່າວ​ຫາ​ທ່ານນັ້ນ.

ການ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ຂອງທ່ານ​ຊູ​ມາ ​ແມ່ນ​ໄດ້​ຖືກ​ດ່າງ​ພ້ອຍ​ດ້ວຍ​ຄະດີ
​ຕ່າງໆ ​ແລະ​ການ​ຖືກ​ກ່າວ​ຫາ ບໍ່​ວ່າ​ຈະ​ເປັນ​ເລື່ອງ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະເລື່ອງ​ເສດຖະກິດຖອຍຫຼັງ ທີ່ນຳ​ໄປ​ສູ່​ການ​ບັງຄັບໃຫ້ລົງ​ຈາກ​ອຳນາດ​ໃນ​ວັນ​ທີ 14 ກຸມພາ
ຜ່ານ​ມາ​ນີ້ ນຳ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ