ນັກທຸລະກິດຜະລິດ ແລະ​ສົ່ງ​ອອກເຄື່ອງ ຫັດຖະກຳໄມ້ ຊ່ວຍອະນຸລັກ ແລະສົ່ງເສີມ ວັດທະນະທຳ ລາວ

ສິນ​ຄ້າ​ຫັດ​ຖະ​ກຳໄມ້ ຈຳ​ນວນ​ນຶ່ງທີ່​ເຮັດ​ດ້ວຍ​ສີ​ມື​ອັນ​ປາ​ນີດ​ຂອງ​ຄົນ​ລາວ ໃນ​ບໍ​ລິ​ສັດ ເອັ​ສ ເອັມ ພີ

ໃນ​ຂະ​ນະ​ທີ່​ຄົນ​ຫລາຍ​ຄົນ ສົນ​ໃຈ​ເຮັດ​ທຸ​ລະ​ກິດ ​ທີ່​ມຸ້ງ​ແຕ່​ສ້າງ​ກຳ​ໄລ​ເປັນ​ຫລັກ​ນັ້ນ ທ່ານ​ສຸ​ພົດ ມະ​ນີ​ຄົງ ພ້ອມ​ດ້ວຍ​ນ້ອງ​ໆຂອງ​ທ່ານ​ ໄດ້​ຕັ້ງ​ບໍ​ລິ​ສັດ SMP ຂຶ້ນ​ມາບໍ່​ພຽງ​ແຕ່​ສ້າງ​ຜົນ​ກໍ​ໄລເທົ່າ​ນັ້ນ ແຕ່​ກໍ​ຍັງ​ແນ​ໃສ່ຮັກ​ສາແລະ​ສົ່ງ​ເສີມ​ວັດ​ທະ​ນະ​ທຳລາວ ອີກ​ດ້ວຍ ໂດຍ​ການ​ຜະ​ລິດ ແລະ​ສົ່ງ​ອອກ ສິນ​ຄ້າ​ຫັດ​ຖະ​ກຳ ທັງ​ແບບ​ປະ​ຍຸກ ແລະ​ແບບ​ດັ້ງ​ເດີມ ແລະ​ໂດຍພະ​ຍາ​ຍາມ​ສ້າງ​ສູນຝຶກ​ອົບ​ຮົມ​ສີ​ມື​ແຮງ​ງານ​ໃຫ້​ຄົນ​ລາວ ໂດຍ​ສະ​ເພາະ​ແມ່ນ​ແມ່​ຍິງ ແລະການນຳ​ເອົາສີ​ມື​ຂອງ​ຄົນລາວໃນ​ດ້ານ​ຜະ​ລິດ​ສິນ​ຄ້າ​ສິນ​ລະ​ປະ​ກຳອອກສາ​ກົນ​ອີກ​ດ້ວຍ. ບົວ​ສະ​ຫ​ວັນ, ນັກ​ຂ່າວ​ຂອງວີ​ໂອ​ເອ ທີ່​ໄດ້​ໂອ້​ລົ​ມ​ກັບ​ທ່ານ​ສຸ​ພົດ ຈະ​ນຳ​ເອົາ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ:

Your browser doesn’t support HTML5

ເຊີນ​ຟັງ​ການສຳ​ພາດກັບ​ທ່ານ ສຸ​ພົດ ກ່ຽວ​ກັບ​ທຸ​ລະ​ກິດ​ສົ່ງ​ອອກ​ຫັດ​ຖະ​ກຳ​ໄມ້​ແບບ​ປະ​ຍຸກຂອງ​ບໍ​ລິ​ສັດ ເອັ​ສ ເອັມ ພີ

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ຂະ​ນະທ່ານສຸ​ພົດ ມະ​ນີ​ຄົງ, ປະ​ທານ​ບໍ​ລິ​ສັດ ເອ​ສ ເອັມ​ ພີ (SMP) ເດີນ​ທາງ​ມາ​ຕິດ​ຕໍ່​ທຸ​ລະ​ກິດແລະ​ຢ້ຽ​ມ​ຢາມ​ຄອບ​ຄົວຢູ່​ສະ​ຫະ​ລັດ​ນັ້ນ ທາງວີ​ໂອ​ເອ​ໄດ້​ຮັບກຽດ ​ສຳພາດ​ທ່ານ ກ່ຽວ​ກັບທຸ​ລະ​ກິດຜະ​ລິດ ແລະ​ສົ່ງ​ອອກສິນ​ຄ້າຫັດ​ຖະ​ກຳ​ໄມ້ ແລະຜະ​ລິດ​ຕະ​ພັນໄມ້​ເຄິ່ງ​ສຳ​ເລັດຮູບ ຂອງ​ບໍ​ລິ​ສັດ SMP ຊຶ່ງເປັນທຸລ​ະ​ກິດຂະ​ໜາດ​ກາງ ຕັ້ງ​ຂຶ້ນຮ່ວມ​ກັນລະ​ຫວ່າງ 4 ອ້າຍ​ນ້ອງ​ໃນຄອບ​ຄົວມະ​ນີ​ຄົງຂອງທ່ານ​ເອງ ຊຶ່ງລວມ​ມີນ້ອງ​ຊາຍ ​ຂອງ​ທ່ານ 3 ຄົນ ທີ່ ເປັນຄົນ​ລາວສັນ​ຊາດ​ອາ​ເມ​ຣິ​ກັນ. ຜູ້ທີ​ນຶ່ງກໍ​ຄືທ່ານສຸ​ພົມ, ຜູ້ຮ່ວມລິເລີ້ມສ້າງຕັ້ງບໍ​ລິ​ສັດໃນ​ປີ 1996 ແລະ ປັດ​ຈຸ​ບັນຢູ່​ໃນ​ເມືອງ​ທ່າ​ແຂກ. ສ່ວນ​ອີກ​ສອງ​ຄົນກໍຄື​ທ່ານ​ສຸ​ພົ​ງ ແລະ​ທ່ານສຸ​ລິ​ເດດ ທີ່ຮ່ວມ​ກັນ​ຕັ້ງບໍ​ລິ​ສັດຢູ່​ລັດ​ຄາ​ລິ​ຟໍ​ເນຍ ເພື່ອ​ປະ​ສານ​ງານ ແລະ​ຮັບ​ເອົາ​ສິນ​ຄ້າ​ໄປ​ຈຳ​ໜ່າຍ​ຕໍ່​ໃຫ້​ລູກ​ຄ້າຢູ່​ທາງສະ​ຫະ​ລັດ. ທ່ານ​ເລົ່າກ່ຽວ​ກັບຜະ​ລິດຕະ​ພັນ​ຂອງບໍ​ລິ​ສັດ​ທ່ານສູ່​ຟັງ​ວ່າ:

Your browser doesn’t support HTML5

ຄຳ​ເຫັນຂອງ​ທ່ານ ສຸ​ພົດ ມະ​ນີ​ຄົງ ເລື້ອງ​ສິນ​ຄ້າ​ຂອງ​ທ່ານ 1

ທ່ານ​ກ່າວ​ຕໍ່​ໄປ​ເຖິງ​ການ​ນຳ​ໃຊ້​ຜະ​ລິດ​ຕະ​ພັນ​ໄມ້ເຄິ່ງ​ສຳ​ເລັດ​ຮູບ​ທີ່​ສົ່ງມາ​ສະ​ຫະ​ລັດ​ນັ້ນ​ວ່າ:

Your browser doesn’t support HTML5

ຄໍ​າ​ເຫັນ​ຂອງ​ທ່ານ ສຸ​ພົດ ມະ​ນີ​ຄົງ ກ່ຽວ​ກັບ​ການ​ນຳ​ໃຊ້​ໄມ້ ທີ່​ສົ່ງ​ອອກ​ໄປ ສະ​ຫະ​ລັດ 2

​ທ່ານ​ສຸ​ພົດ ມະ​ນີ​ຄົງ, ນັກ​ທຸ​ລະ​ກິດ​ສົ່ງ​ອອກ​ຫັດ​ຖະ​ກຳ​ໄມ້​ຈາກລາວ ພ້ອມ​ກັບ​ແຂກ​ສຳ​ຄັນ ທີ່​ໄປ​ຢ້ຽ​ມ​ຊົມ​ຮ້ານ​ວາງ​ສະ​ແດງ​ຂອງ​ທ່ານ ຢູ່​ງານ​ສະ​ແດງ​ສິນ​ຄ້າ ແຫ່ງ​ນຶ່ງ ໃນ​ນະ​ຄອນ​ວຽງ​ຈັນ

ທ່ານບອກວ່າ​ບໍ​ລິ​ສັດ​ຂອງ​ທ່ານໄດ້​ເລີ້ມ​ສົ່ງ​ອອກ​ໄມ້ແປ​ຮູບ​ມາ​ຍັງ​ສະ​ຫະ​ລັດໃນ​ປີ 1998 ແລະ​ເຫັນ​ວ່າມີ​ໄມ້​ເສດ, ໄມ້​ເຫລືອຫລາຍ ຈຶ່ງ​ໄດ້​ເອົາມັນ​ມາ​ໝູນ​ໃຊ້​ເຮັດ​ເປັນ​ເຄື່ອ​ງຫັດ​ຖະ​ກຳ​ໄມ້ແບບ​ປະ​ຍຸກ ແລະ​ໄດ້​ຊ່ວຍ​ສົ່ງ​ເສີມວຽກ​ງານ​ຫັດ​ຖະ​ກຳ​ ດັ່ງ​ກ່າວໃນ​ລາວ ຊຶ່ງ​ທ່ານ​ເລົ່າ​ສູ່​ຟັງ​ດັ່ງ​ນີ້:

Your browser doesn’t support HTML5

​ຄຳ​ເຫັນ​ຂອງ​ທ່ານ ສຸ​ພົດ ກ່ຽວ​ກັບ ທຸ​ລະ​ກິດ​ຂອງ​ທ່ານ 3

ເມື່ອ​ຖາມ​ເຖິງ​ຊະ​ໜິດ​ໄມ້​ທີ່​ສົ່ງ​ອອກຂາຍ​ໄປ​ຕ່າງ​ປະ​ເທດ ໂດຍ​ສະ​ເພາະ ແມ່ນ​ຂາຍ​ໃນ​ສະ​ຫະ​ລັດ​ນັ້ນ​ທ່ານບອກວີ​ໂອ​ເອວ່າ:

Your browser doesn’t support HTML5

ຄໍ​າ​ເຫັນ​ຂອງ​ທ່ານ ສຸ​ພົດ ມະ​ນີ​ຄົງ ກ່ຽວ​ກັບປະ​ເພດ​ໄມ້ ທີ່​ນຳ​ມາ​ຜະ​ລິດ​ເຄື່ອງ​ຫັດ​ຖະ​ກຳ ແລະ​ສົ່ງ​ອອກ 4

ທ່ານ​ກ່າວ​ຕໍ່​ໄປກ່ຽວ​ກັບ​ປະ​ເພດ​ໄມ້​ດັ່ງ​ກ່າວນີ້​ວ່າ:

Your browser doesn’t support HTML5

​ຄຳ​ເຫັນ​ຂອງ​ທ່ານ ສຸ​ພົດ ກ່ຽວ​ກັບປະ​ເພດ​ໄມ້ ຕໍ່ 4

ສິນ​ຄ້າຫັດ​ຖະ​ກຳແບບ​ປະ​ຍຸກ ຜະ​ລິດ ແລະ​ຈຳ​ໜ່າຍ​ໂດຍ ບໍ​ລິ​ສັດ ເອັ​ສ ເອັມ ພີ

ເນື່ອງ​ຈາກວ່າໄມ້​ທີ່​ສົ່ງ​ຈາກ​ລາວ​ທີ່​ມີ​ລາຍ​ງາມໆ​ນັ້ນ ເປັນ​ສິນ​ຄ້າ​ທີ່​ມີ​ຄ່າທີ່​ສັ່ງ​ຂາຍ​ເປັນ​ກິ​ໂລ ທ່ານ​ຈຶ່ງ​ສົ່ງ​ມາ​ຍັງ​ສະ​ຫະ​ລັດ​ຜ່ານ​ບໍ​ລິ​ສັດຂົນ​ສົ່ງ​ເຄື່ອງ​ດ່ວນ ເຊັ່ນ DHL ຊຶ່ງ​ທ່ານ​ອະ​ທິ​ບາຍ​ດັ່ງ​ນີ້:

Your browser doesn’t support HTML5

ຄຳ​ເຫັນຂອງ​ທ່ານ ສຸ​ພົດ ມະ​ນີ​ຄົງ ເລື້ອງ​ສົ່ງ​ສິນ​ຄ້າໄປຂາຍຍັງ​ສະ​ຫະ​ລັດ 5

ທ່ານ​ກ່າວ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຕະ​ຫລາດ​ສົ່ງ​ອອກ​ໃນ​ສະ​ຫະ​ລັດ​ວ່າ:

Your browser doesn’t support HTML5

ຄຳ​ເຫັນຂອງ​ທ່ານ ສຸ​ພົດ ມະ​ນີ​ຄົງ ເລື້ອງຄວາມ​ສຳ​ຄັນ​ຂອງ​ຕະ​ຫລາດ ​ສະ​ຫະ​ລັດ 6

ເນື່ອງ​ຈາກ​ຫລິງ​ເຫັນ​ວ່າ ຫັດ​ຖະ​ກຳ​ໄມ້​ລາວ​ເປັນ​ມໍ​ລະ​ດົກ​ທາງວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່າ​ຂອງ​ລາວ, ທາງ​ບໍ​ລິ​ສັດ SMP ຈຶ່ງ​ໄດ້​ພະ​ຍາ​ຍາມສົ່ງ​ເສີມສິ​ລະ​ປະ​-ວັດ​ທະ​ນະ​ທຳ​ລາວ ໂດຍ​ການ​ສ້າງ​ໂຄງ​ການ “ສະ​ຖານ​ທີ່​ອະ​ນຸ​ລັກ ສິນລະ​ປະ-ຫັດ​ຖະ​ກຳ​ລາວ ແລະຝຶກ​ອົບ​ຮົມ​ສິ​ລະ​ປາຊີບ” ​ຂຶ້ນໃນ​ມູນຄ່າ 1 ລ້ານ​ໂດ​ລາ ໃນ ທ້າຍ​ປີ 2008 ຊຶ່ງ​ປັດ​ຈຸ​ບັນ​ສຳ​ເລັດ​ໄປ​ແລ້ວ 70 ເປີ​ເຊັນ. ໂຄງ​ການ​ດັ່ງ​ກ່າວ ເມື່ອ​ສ້າງ​ສຳ​ເລັດ​ຈະ​ກາຍເປັນ​ສູນຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ໃຫ້ແມ່​ຍິງ​ລາວ ແລະ​ຜູ້​ດ້ອຍ​ໂອ​ກາດ ທັງ​ເປັນ​ບ່ອນ​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ແຂກ, ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ. ​ເຖິງ​ແມ່ນ​ວ່າ ສູນ​ດັ່ງ​ກ່າວ​ຍັງ​ສ້າງບໍ່​ທັນ​ສຳ​ເລັດ​ກໍ​ຕາມ ແຕ່​ບໍ​ລິ​ສັດ​ຄອບ​ຄົວ​ຂອງ​ທ່ານ​ສຸ​ພົດ​ກໍ​ຍັງ​ຕັ້ງ​ໃຈ​ຈະ​ສືບ​ຕໍ່​ສ້າງ ແລະ​ມີ​ຄວາມ​ຫວັງ​ວ່າ ຈະ​ໄດ້​ເງິນ​ກູ້​ຢືມ​ຈາກ​ທະ​ນາ​ຄານ​ລັດຖະ​ບານມາ​ພັດ​ທະ​ນາ​ຕໍ່​ໄປ.

ທ້າຍ​ສຸດ​ທ່ານ​ສຸ​ພົດ​ກໍ​ໄດ້​ເລົ່າ​ເຖິງ​ຄວາມ​ພູ​ມໃຈຂອງ​ທ່ານ​ທີ່​ໄດ້​ຜະ​ລິດ​ສິນ​ຄ້າ​ທີ່​ມີ​ເອ​ກະ​ລັກ​ຂອງ​ລາວ​ວ່າ:

Your browser doesn’t support HTML5

​ຄຳ​ເຫັນ​ຂອງ​ທ່ານສຸ​ພົດ ກ່ຽວ​ກັບຄວາມ​ພູ​ໃຈ ທີ່​ໄດ້​ເຮັດ​ໃຫ້ສິນ​ຄ້າ​ຂອງ​ລາວ ກາຍ​ເປັນ​ທີ່​ຮູ້​ຈັກ​ຂອງ​ສາ​ກົນ 7

ປູ​ດ​ໄມ້​ທີ່​ນຳ​ເອົາ​ມາ​ຄວັດ​ລວດ​ລາຍ ​ເປັນ​ສິນ​ຄ້າ​ຫັດ​ຖະ​ກຳຂອງ​ບໍ​ລິ​ສັດ ເອັ​ສ ເອັມ ພີ ເພື່ອ​ຈຳ​ໜ່າຍ

ສະ​ຫລຸບ​ແລ້ວ ທ່ານ​ສຸ​ພົດ ພ້ອມ​ດ້ວຍ​ນ້ອງ​ໆຂອງ​ທ່ານ​ໄດ້​ຕັ້ງ​ບໍ​ລິ​ສັດ SMP ຂຶ້ນ​ມາ ບໍ່​ພຽງ​ແຕ່​ເປັນ​ການ​ເຮັດ​ທຸ​ລະ​ກິດ​ ເພື່ອ​ຜົນ​ກຳ​ໄລ​ເທົ່າ​ນັ້ນ ແຕ່​ກໍ​ຍັງ​ມີ​ຈຸດ​ປະ​ສົງ​ຈະຮັກ​ສາ ແລະ​ສົ່ງ​ເສີມ​ວັດ​ທະ​ນະ​ທຳລາວ​, ຝຶກ​ອົບ​ຮົມ​ສີ​ມື​ແຮງ​ງານ​ໃຫ້​ຄົນ​ລາວ ໂດຍ​ສະ​ເພາະ​ແມ່ນ​ແມ່​ຍິງແລະນຳ​ເອົາສີ​ມື​ຄົນຂອງ​ລາວໃນ​ດ້ານ​ຜະ​ລິດ​ສິນ​ຄ້າ​ສິນ​ລະ​ປະ​ກຳ ອອກ​ສູ່​ສາຍ​ຕາ​ຂອງຊາວ​ໂລກ​ອີກ​ດ້ວຍ.

ອ່ານ​ສະ​ຫລຸບ​ຫຍໍ້​ກ່ຽວ​ກັບ​ເລື້ອງນີ້​ເປັນ​ພາ​ສາ​ອັງ​ກິດຢູ່ຂ້າງ​ລຸ່ມນີ້

While the majority of businesses focus chiefly on making profits, Mr. Souphot Manikong and his brother’s business not only aims at making profits, but also at preserving and promoting Lao culture by producing and exporting Lao handicrafts in both traditional and modern forms. In addition, these four Manikong brothers are trying to build the center for training on artistic skills in making handicrafts to Lao workers, especially those who are women and to proudly show Lao handicrafts in international stage.