ໃນລາຍການສຽງເພງຈາກແດນໄກຂອງວີໂອເອສຳລັບແລງວັນອາທິດມື້ນີ້ທາງທີມງານເຮົາໄດ້ຈັດກຽມເພງມ່ວນໆ ທີ່ກ່ຽວກັບວັນປີໃໝ່ສາກົນ ມາສະເໜີທ່ານ ແລະ ພ້ອມກັນນັ້ນ ກໍຂໍຖືເອົາໂອກາດນີ້ສົ່ງຄຳອວຍພອນມາໃຫ້ທຸກໆທ່ານ ເພາະວ່າ ຍັງອີກພຽງ 2 ມື້ ເທົ່ານັ້ນ ກໍຈະເຖິງວັນປີໃໝ່ເລ້ວ. ເອົ໋າຂໍເຊີນບັນດາທ່ານຮັບຟັງໄດ້ເລີຍ.
Your browser doesn’t support HTML5
ເຊີນຟັງເພງ ແລະຄຳອວຍພອນປີໃໝ່ຈາກທີມງານວີໂອເອ ໃນລາຍການສຽງເພງຈາກແດນໄກ
ສະບາຍດີປີໃໝ່ ທຸກໆທ່ານ, ບົວສະຫວັນສຸດແສນດີໃຈ ທີ່ໄດ້ມາຈັດເພງເພື່ອ ນຳຄວາມບັນເທີງ ແລະເບີກບານມ່ວນຊື່ນໃນໂອກາດສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ 2020 ທີ່ກຳລັງຈະມາເຖິງໃນອີກບໍ່ເທົ່າໃດມື້ນີ້. ກ່ອນອື່ນ ຂໍສົ່ງຄຳອວຍພອນ ແລະຄວາມຄິດຮອດ ຄິດເຖິງທ່ານຜູ້ຟັງມານຳສຽງເພງ ສະບາຍດີປີໃໝ່ ຈາກອາຈານຄຳຫລ້າ ໜໍ່ແກ້ວ, ເຈົ້າຂອງສຽງເພງອຳມະຕະຂອງລາວທ່ານນຶ່ງ.
Your browser doesn’t support HTML5
ເຊີນຟັງເພງສະບາຍດີປີໃໝ່ຈາກອາຈານຄຳຫລ້າໜໍ່ແກ້ວ
ສະບາຍດີປີໃໝ່ ເກົ່າກາຍໄປບໍ່ຫວນມາ
ສິ້ນໂພຍໄພໄຮ້ໂລຄາ ໂຊກຫລັ່ງມາປານສາຍທານ
ສະບາຍດີປີໃໝ່ ສຸກສົດໃສ ທົ່ວເຖິງກັນ..
………..
ອາຍຸວັນນັງສຸຂັງ ດ້ວຍພະລັງສູງສົ່ງ ກ້າເກັ່ງ
ກຽດຕິຍົດຊື່ກ້ອງລະເບັງ ພອນບັນເລງຕາມເພງນີ້
ຂໍປ່ຽນບັນຍາກາດໄປຟັງເພງສາກົນ ທີ່ມີຊື່ວ່າ Happy New Year ຂັບຮ້ອງໂດຍຍິງສອງຄົນໃນວົງ ABBA ຊຶ່ງເປັນວົງດົນຕີຂອງຊາວສະວີເດັນທີ່ໂດ່ງດັງວົງນຶ່ງ ຊຶ່ງເປັນເພງທີ່ຄົນມັກຮ້ອງໃນໂອກາດສະຫລອງປີໃໝ່ສາກົນ.
Your browser doesn’t support HTML5
ເຊີນຟັງເພງ Happy New Year ຈາກວົງດົນຕີ Abba ຂອງສະວີເດັນ
ວົງ Abba ສະແດງຢູ່ສຳນັກງານຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ໃນເດືອນມັງ, ປີ 1979 ໃນນະຄອນນິວຢອກ
ກ່ອນຈາກກັນໄປໃນຄ່ຳຄືນນີ້ ແລະເພື່ອເປັນການສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2020 ນີ້ ບົວສະຫວັນ ຂໍນຳເອົາກາບກອນອວຍພອນປີໃໝ່ ທີ່ທີມງານວີໂອເອໄດ້ຈັດຕຽມໄວ້ ມາອ່ານໃຫ້ທ່ານຜູ້ຟັງທຸກໆທ່ານໄດ້ຟັງນຳ. ເອົ໋າ ຂໍເຊີນທ່ານຮັບຟັງໄດ້ເລີຍ:
Your browser doesn’t support HTML5
ເຊີນຟັງຄໍາກອນອວຍພອນປີໃໝ່ 2020 ຈາກທີມງານວິທະຍຸ ວີໂອເອ
VOA-ພະແນກພາສາລາວ