ຜູ້ຖືກສະເໜີຊື່ໃນຄະນະ ລັດຖະມົນຕີຂອງທ່ານ ທຣຳ ຍັງບໍ່ທັນບັນລຸຂໍ້ກຳນົດ ດ້ານຈັນຍາບັນເທື່ອ

ຜູ້ທີ່ຖືກສະເໜີຊື່ເປັນລັດຖະມົນຕີຕ່າງປະເທດ ທ່ານ Rex Tillerson ນັ່ງໃນລະຫວ່າງການພົບປະກັບຜູ້ນຳສຽງ ສ່ວນຫຼາຍໃນສະພາສູງ ທ່ານ Mitch McConnell ຈາກລັດ Kentucky ຢູ່ລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ. 4 ມັງກອນ, 2017.

ພວກທີ່ຖືກເລືອກໃນຄະນະລັດຖະມົນຕີຫຼາຍຄົນ ຂອງປະທານາທິບໍດີ ສະຫະລັດ ທີ່ຖືກ ເລືອກໃໝ່ ທ່ານ Donald Trump ແມ່ນມີກຳນົດທີ່ຈະປາກົດຕົວສຳລັບການພິຈາລະນາ ຢືນຢັນຕໍ່ສະພາສູງ ໃນສັບປະດາທີ່ຈະມາເຖິງນີ້, ເຖິງແມ່ນວ່າບາງຄົນແມ່ນຍັງບໍ່ທັນສຳ ເລັດການທົບທວນດ້ານຈັນຍາບັນທີ່ເປັນຂໍ້ບັງຄັບນັ້ນເທື່ອ ເພື່ອຮັບປະກັນວ່າພວກເພິ່ນ ຈະບໍ່ປະເຊີນໜ້າກັບການຂັດຜົນປະໂຫຍດ ຫຼັງຈາກໄດ້ກາຍເປັນພາກສ່ວນຂອງລັດຖະ ບານແລ້ວ.

ທ່ານ Walter Shaub ຜູ້ອຳນວຍການຂອງຫ້ອງການແຫ່ງຈັນຍາບັນລັດຖະບານ ທີ່ບໍ່ຂຶ້ນ ກັບສະພາຝ່າຍໃດ, ໄດ້ຂຽນໜັງສືຫາບັນດາຜູ້ນຳຂອງສະພາສູງໂດຍຕຳນິວ່າ ຜູ້ຖືກສະເໜີ ຊື່ ທີ່ມີຄວາມຮັ່ງມີຈຳນວນຫຼາຍຄົນ ບໍ່ໄດ້ຮ່າງເອກະສານ, ລວມທັງບົດລາຍງາານເປີດ ເຜີຍດ້ານການເງິນ, ທີ່ເປັນຂໍ້ບັງຄັບສຳລັບທຸກຄົນທີ່ຖືກພິຈາລະນາສຳລັບຕຳແໜ່ງໃນຄະ ນະລັດຖະມົນຕີ.

ສະພາສູງຕ້ອງລົງຄະແນນສຽງ ເພື່ອຢືນຢັນການສະເໜີຊື່ສຳລັບວຽກງານລະດັບຄະນະ ລັດຖະບານ ຂອງປະທານາທິບໍດີ, ແລະ ວຽກງານທີ່ສຳຄັນເພື່ອລະບຸວ່າ ຈະມີການຂັດ ຜົນປະໂຫຍດເກີດຂຶ້ນຫຼືບໍ່ ຖ້າຜູ້ລົງແຂ່ງຂັນຕ້ອງເລືອກ ລະຫວ່າງ ຂໍ້ບັງຄັບຂອງການປະ ຕິບັດໜ້າທີ່ລັດຖະບານ ກັບ ກິດຈະກຳສ່ວນຕົວຕ່າງໆ ແລະ ທຸລະກິດ.

ທັດສະນະຂອງບັນດາເລຂາທິການຄະນະລັດຖະມົນຕີ ແມ່ນຄາດວ່າຈະອະທິບາຍວິທີ ທີ່ພວກເຂົາເຈົ້າຈະສາມາຫຼີກລ່ຽງຂໍ້ຂັດແຍ່ງດັ່ງກ່າວ, ເຊິ່ງຫຼາຍຄັ້ງຈະເປັນການຂາຍຊັບ ສິນສ່ວນຕົວ ຫຼື ລາອອກຈາກໜ້າທີ່ຜູ້ບໍລິຫານໃນທຸລະກິດດັ່ງກ່າວ.

ໃນການປະຕິບັດທົ່ວໄປ, ຄະນະກຳມະການສະພາສູງທີ່ທົບທວນຜູ້ຖືກສະເໜີຊື່ ໃນຄະນະ ລັດຖະມົນຕີຂອງປະທານາທິບໍດີຄົນຕໍ່ໄປນັ້ນ ອາດຈະເລື່ອນການລົງຄະແນນສຽງ ກ່ຽວ ກັບ ຄວາມເໝາະສົມສຳລັບຕຳ ແໜ່ງ ຈົນກວ່າເອກະສານຈັນຍາບັນ ແລະ ການທົບທວນ ຈະແລ້ວສຳ ເລັດເສຍກ່ອນ.

ທ່ານ Shaub ບໍ່ໄດ້ລະບຸວ່າຜູ້ຖືກສະເໜີຊື່ຄົນໃດ ຂອງທ່ານ Trump ທີ່ຍັງບໍ່ທັນໄດ້ເຮັດ ໜັງສືແລ້ວເທື່ອ, ແຕ່ໄດ້ກ່າວວ່າ ການລົ້ມແຫຼວທີ່ຈະເປີດເຜີຍ ກ່ຽວກັບ ບັນຫາດັ່ງກ່າວ ໄດ້ເຮັດໃຫ້ຜູ້ຖືກສະເໜີຊື່ບາງຄົນ “ມີບັນຫາ ກ່ຽວກັບ ຈັນຍາບັນທີ່ອາດຈະບໍ່ຮູ້ຈັກ ຫຼື ແກ້ໄຂບໍ່ໄດ້” ໃນບໍ່ເທົ່າໃດມື້ຈົນຮອດວັນພິຈາລະນາຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ