ແຂວງສຸລາເວສີໃນພາກກາງຂອງອິນໂດເນເຊຍ ໄດ້ເລີ້ມເອົາບາດກ້າວທຳອິດ ໄປສູ່
ການຟື້ນໂຕຄືນ ເກືອບນຶ່ງອາທິດຫຼັງຈາກທີ່ບາງສ່ວນຂອງແຂວງດັ່ງກ່າວໄດ້ຖືກທຳ
ລາຍໂດຍແຜ່ນດິນໄຫວ ແລະຄື້ນຟອງສຸນາມິທີ່ຮ້າຍແຮງ ທີ່ເຮັດໃຫ້ຫລາຍກວ່າ
1,500 ຄົນເສຍຊີວິດ.
ໄຟຟ້າໄດ້ມີໃຊ້ແລ້ວ ໃນບາງເຂດຂອງເມືອງປາລູ ທີ່ມີປະຊາຊົນອາໄສຢູ່ຫຼາຍກວ່າ
730,000 ຄົນ ທີ່ເປັນຈຸດສູນກາງຂອງໄພພິບັດ. ບັນດາຮ້ານຄ້າໄດ້ເລີ້ມເປີດຄືນລະ
ບົບໂທລະສັບທີ່ສຳຄັນ ກໍເລີ້ມໃຊ້ງານໄດດ້ແລ້ວ ແລະສາຍການບິນນ້ອຍທ້ອງຖິ່ນ
ຈຳນວນນຶ່ງຄາດວ່າ ຈະເລີ້ມບິນເຂົ້າແລະອອກຈາກສະໜາມ ບິນທີ່ໄດ້ຮັບຄວາມ
ເສຍຫາຍຂອງເມືອງດັ່ງກ່າວຄືນອີກ.
ໃນຂະນະທີ່ການບັນເທົາທຸກສຸກເສີນໄດ້ໄປເຖິງເກາະສຸລາເວສີຢ່າງຊ້າໆ ພວກເຈົ້າ
ໜ້າທີ່ໄດ້ເພີ້ມການຮັກສາຄວາມປອດໄພເພື່ອຍຸຕິການລັກຂະໂມຍເອົາເຄື່ອງຂອງ
ຢູ່ໃນບາງບ່ອນ ໂດຍພວກຊາວບ້ານທີ່ຕ້ອງການອາຫານ ແລະນ້ຳສະອາດ.
ການເສຍຊີວິດທີ່ເປັນທາງການໄດ້ເພີ້ມຂຶ້ນເປັນ 1,558 ຄົນ ໃນຕອນແລງວັນພະຫັດ
ວານນີ້ ພ້ອມດ້ວຍ 70,000 ຄົນ ບໍ່ມີທີ່ຢູ່ອາໄສ.
Your browser doesn’t support HTML5
Flags Mark Sites of Trapped Bodies in Indonesia Quake
ແຜ່ນດິນໄຫວທີ່ມີຄວາມແຮງ 7.5 ໄດ້ສັ່ນສະເທືອນ ຊຶ່ງເຮັດໃຫ້ເກີດຄື້ນຟອງຍັກສຸນາ
ມິ ທຳລາຍບ້ານເຮືອນບ້ານຊ່ອງແລະຕຶກອາຄານຈຳນວນນຶ່ງໃນເມືອງປາລູ ກາຍເປັນ
ກອງຊາກຫັກພັງ. ຖະໜົນຫົນທາງ ແລະຂົວຕ່າງໆໄດ້ຖືກນ້ຳຊຸໄປ ຕັດຂາດຢ່າງໜ້ອຍ
ສາມເຂດໄກ້ກັບເມືອງປາລູ ທີ່ມີປະຊາກອນຮວມເຂົ້າກັນທັງໝົດກວ່າ 1 ລ້ານຄົນ.
President Widodo's Visit in Pictures
ປະເທດອິນໂດເນເຊຍ ແລະບັນດາ 18,000 ເກາະດອນທີ່ຕັ້ງຢູ່ໃນເຂດ "ວົງແຫວນ
ໄຟ" ຂອງມະຫາສະໝຸດປາຊິຟິກທີ່ ແລະມັກຈະເກີດມີແຜ່ນດິນໄຫວ ພູໄຟລະເບີດ
ແລະຄື້ນຟອງຍັກສຸນາມິ.
ໃນປີ 2004 ໄດ້ເກີດແດ່ນດິນໄຫວທີ່ມີຄວາມແຮງ 9.1 ຢູ່ນອກຝັ່ງເກາະສຸມາຕຣາ
ແລະຕິດຕາມມາດ້ວຍຟອງຍັກສຸນາມິຊຶ່ງເຮັດໃຫ້ມີຜູ້ເສຍຊີວິດປະມານ 230,000
ຄົນ ຢູ່ໃນ 14 ປະເທດ ເຂດປາຊິຟິກ. ປະມານເຄິງນຶ່ງ ຂອງຜູ້ເສຍຊີວິດເຫລົ່ານັ້ນ
ເກີດຂຶ້ນຢູ່ໃນປະເທດອິນໂດເນເຊຍ.