ຈໍານວນນຶ່ງໃນປະຊາຄົມລາວ ຢູ່ ສຫລ ກໍພົບຄວາມຫຍຸ້ງຍາກຫລາຍດ້ານ ໃນການໄປ ສັກວັກຊີນກັນໂຄວິດ ເຖິງຈະມີຢານີ້ ໄວ້ໃຫ້ສັກກໍຕາມ

ຢາວັກຊິນ Pfizer ກັນພພຍາດໂຄວິດ-19 ທີ່ຜະລິດຢູ່ສະຫະລັດ ແລະແຈກຢາຍສັກໃຫ້ຄົນໃນປະເທດ ແລະຢູ່ເກືອບທຸກແຫ່ງໃນທົ່ວໂລກ.

ຫລາຍໆທ່ານຄົງຮູ້ແລ້ວເນາະວ່າ ປະຊາຊົນແລະລັດຖະບານ ໃນຫຼາຍໆປະເທດ ໃນໂລກ ດີ້ນຮົນຢາກໄດ້ວັກຊີນໄປສັກກັນໄວຣັສໂຄໂຣນາຢູ່ໃນເວລານີ້ ສ່ວນຢູ່ໃນສະຫະລັດບ່ອນທີ່ຜະລິດຢາວັກຊີນກັນເຊື້ອໄວຣັສນີ້ 3 ຊະນິດ ແລະ ມີວັກຊີນພຽງພໍໄວ້ໃຫ້ຄົນໃນທົ່ວປະເທດສັກ ແລະເອົາໄປແຈກຢາຍໃຫ້ເກືອບຮອດ 100 ປະເທດນັ້ນ ກໍມີບາງຄົນໃນປະຊາຄົມລາວກໍບໍ່ໄດ້ສັກວັກຊີນທີ່ວ່ານີ້ ຍ້ອນ ຫລາຍສາເຫດ ດັ່ງທີ່ທ່ານ ຈອນ ສີສຸວັນ, ປະທານສະມາຄົມລາວ ໃນລັດອາຣີ- ໂຊນາ, ຜູ້ນໍາພາຄົນລຸ້ນໜຸ່ມ ໄປອາສາສະໝັກ ຊ່ວຍຄົນເຊື້ອສາຍລາວ ທີ່ຕ້ອງ ການການຊ່ວຍເຫລືອໃນການສັກຢາວັກຊີນກັນພະຍາດນີ້ເວົ້າສູ່ວີໂອເອ ຟັງວ່າ:

Your browser doesn’t support HTML5

ສຽງ 1 ທ. ຈອນ ສີສຸວັນ ເວົ້າເຖິງການຊ່ວຍເຫລືອຄົນລາວທີ່ພົບຄວາມຫຍຸ້ງຍາກໃນການໄປສັກຢາ

ເມື່ອຖາມເຖິງກຸ່ມຄົນລາວທີ່ມີຄວາມຕ້ອງການການຊ່ວຍເຫລືອໃນເລື້ອງນີ້ ຫາຍ ທີ່ສຸດ ທ່ານຈອນບອກວ່າ:

Your browser doesn’t support HTML5

ສຽງ 2 ທ. ຈອນ ສີສຸວັນ-ຄົນລາວທີ່ພົບຄວາມຫຍຸ້ງຍາກທີ່ຕ້ອງການການຊ່ວຍເຫລືອຫລາຍໃນການໄປສັກຢາ

ສະຫະລັດໄດ້ເລີ້ມສັກຢາວັກຊີນກັນໄວຣັສໂຄໂຣນາ ໃຫ້ແກ່ປະຊາຊົນຂອງຕົນ ນັບຕັ້ງແຕ່ເດືອນມັງກອນປີນີ້ ຊຶ່ງເລີ້ມຕົ້ນດ້ວຍ ການສັກໃຫ້ແກ່ພະນັກງານ ຢູ່ ແຖວໜ້າຮັບມືກັບການລະບາດ ຂອງພະຍາດໂຄວິດ-19 ແລະຄົນສູງອາຍຸແຕ່ 75 ຂຶ້ນໄປ. ມາຮອດເດືອນພຶດສະພາຜ່ານມາເມື່ອມີວັກຊີນພຽງພໍສໍາລັບປະຊາ ຊົນແລ້ວ ກໍເປີດໃຫ້ທຸກຄົນໃນສະຫະລັດທີ່ມີອາຍຸ 16 ປີຂຶ້ນໄປ ສັກວັກຊີນປະ ເພດນີ້ໄດ້. ແຕ່ວ່າການຫລັ່ງໄຫລ ຂອງຄົນໄປສັກວັກຊີນກັນໄວຣັສນີ້ກໍເລີ້ມຊ້າ ລົງ ແລະ ກໍບໍ່ສາມາດບັນລຸເປົ້າໝາຍຂອງປະທານາທິບໍດີໄບເດັນ ທີ່ຕັ້ງໄວ້ວ່າ ເມື່ອຮອດວັນເອກກະລາດ ຂອງສະຫະລັດ ກໍຄືວັນທີ 4 ກໍລະກົດຜ່ານມາ 70 ເປີເຊັນຂອງຜູ້ໃຫຍ່ໃນປະເທດຕ້ອງໄດ້ຮັບຢາວັກຊີນນີ້ . ທັງນີ້ ດັ່ງທີ່ກ່າວມາຂ້າງເທິງນັ້ນ ນອກຈາກວ່າຫລາຍຄົນຍັງລັ່ງເລໃຈບໍ່ຢາກສັກຢານີ້ແລ້ວກໍມີເຫດ ຜົນອື່ນ ເຊັ່ນການບໍ່ຮູ້ຈັກຈົດຊື່ລົງທະບຽນ, ບໍ່ມີພາຫະນະໄປ ຫລືບໍ່ຮູ້ບ່ອນໄປ ສັກຢາທີ່ເຮັດໃຫ້ຄົນຈໍານວນນຶ່ງປະສົບຄວາມຫຍຸ້ງຍາກໃນການໄປສັກວັກຊີນນີ້.