ກຸ່ມຫົວຮຸນແຮງ ໂຊມາເລຍ ສັງຫານ ຄົນອາເມຣິກັນ ທີ່ ອອກຈາກກຸ່ມ

ທ້າວ Omar Shafik Hammami, ສັນຊາດອາເມຣິກັນ ແລະເປັນປະຊາຊົນທີ່ເຄີຍອາໄສຢູ່ລັດ Alabama ຖືກສັງຫານໃນຕອນເຊົ້າໆ ຂອງວັນພະຫັດມື້ນີ້ ເມື່ອພວກຫົວຮຸນແຮງ ໂຈມຕີບ່ອນລີ້ຊ່ອນ.

ມີລາຍງານວ່າ ພົນລະເມືອງອາເມຣິກັນຄົນນຶ່ງ ທີ່ອອກຈາກ
ກຸ່ມຫົວຮຸນແຮງ al-Shabab ຂອງໂຊມາເລຍ ໄດ້ຖືກສັງ
ຫານໂດຍພວກນັກລົບຂອງກຸ່ມດັ່ງກ່າວ.

ແຫລ່ງຂ່າວຕ່າງໆ​ ​ແຈ້ງ​ໃຫ້ວີໂອເອ ພະແນກພາສາໂຊມາເລຍ
ຊາ​ບວ່າທ້າວ Omar Hammami ໄດ້ເສຍຊີວິດໃນຕອນເຊົ້າໆ
ຂອງວັນພະຫັດມື້ນີ້ ເມື່ອພວກຫົວຮຸນແຮງ ໂຈມຕີບ່ອນລີ້ຊ່ອນ
ຂອງລາວ ​ໃກ້ໆເມືອງ Bardher.

ພວກຫົວຮຸນແຮງຍັງໄດ້ສັງຫານອີກສອງຄົນ ໃນການໂຈມຕີດັ່ງ
ກ່າວ ລວມທັງທ້າວ Osama al-Britaini ຄົນສັນຊາດອັງກິດ ທີ່ມີເຊື້ອສາຍປາກິສຖານ.

ທ້າວ Hammami ອາຍຸ 29 ປີ ກ່າວຕໍ່ວີໂອເອໃນອາທິດແລ້ວນີ້ວ່າ ຕົນໄດ້ຕັດສາຍສໍາ ພັນກັບທ່ານ Moktar Abu Zubayr ໂດຍເວົ້າວ່າຜູ້ນໍາຂອງກຸ່ມ al-Shabab ດັ່ງກ່າວ ບໍ່ໄດ້ເຮັດຕາມຫລັກການຂອງສາສະໜາອິສລາມ ແລະໄດ້ຫັນເອົາກຸ່ມດັ່ງກ່າວ ໄປເປັນ ກຸ່ມທີ່ທໍາການກົດຂີ່ຊາວມຸສລິມ ໃນການແຂ່ງຂັນເພື່ອຄວບຄຸມໂຊມາເລຍ.

ທ້າວ Hammami ເວົ້າອີກວ່າ ກຸ່ມ al-Shabab ພະຍາຍາມທີ່ຈະສັງຫານລາວ ແລະ
ວ່າ ລາວຍັງຖືວ່າ ລາວເອງເປັນຜູ້ກໍ່ການຮ້າຍຢູ່.

ລາວໄດ້ເດີນທາງໄປຍັງໂຊມາເລຍ ໃນປີ 2006 ແລະໄດ້ເຂົ້າຮ່ວມຝ່າຍ​ທະຫານຂອງ​
ກຸ່ມ al-Shabab. ອົງການ FBI ເວົ້າວ່າ ໃນປີ 2007 ລຸນຫລັງທີ່ກໍາລັງທະຫານຂອງ
ອີທີໂອ ເປຍໄດ້ເຂົ້າບຸກ​ເຂົ້າ​ໄປ​ໃນໂຊມາເລຍທ້າວ Hammami ກໍໄດ້ເຂົ້າຮ່ວມຖັນ
ແຖວແນວໜ້າ ໃນນາມນັກຮົບຜູ້ນຶ່ງແລະໃນທີ່ສຸດກໍໄດ້ກາຍເປັນຜູ້ນໍາຂອງກຸ່ມ al-Shabab. ສະຫະລັດ ສະເໜີໃຫ້ລາງວັນເຖິງ 5 ລ້ານໂດລາ ຖ້າໃຜມີຂ່າວຄາວທີ່ພາ
ໃຫ້ຈັບກຸມຜູ້ກ່ຽວໄດ້.