ທະຫານເຄນຢາ ໂຈມຕີ ທີ່ໝັ້ນ ພວກຫົວຮຸນແຮງ ໃນໂຊມາເລຍ

ທະຫານເຄນຢາ ທີ່ໃສ່ໝວກເຫຼັກ ທີ່ມີການຂຽນຄຳເວົ້າ ເປັນພາສາກິສວາຮີລີວ່າ "ໄປກິນນໍ້າຊາທີ່ເມືອງ Kismayo ຊຶ່ງໝາຍເຖິງເມືອງທ່າຍຸດທະສາດຂອງໂຊມາເລຍ

ກອງທັບເຄນຢາກ່າວວ່າ ກຳລັງຂອງຕົນໄດ້ບຸກເຂົ້າໄປໃນເມືອງ
ທ່າ Kismayo ຂອງໂຊມາເລຍ ໃນການໂຈມຕີ ທີ່ແນໃສ່ ເພື່ອ
ຈັບໂຕພວກຫົວຮຸນແຮງ ທີ່ເປັນເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍ
ອາລກາຍດາ.

ພັກເອກ Cyrus Oguna ໂຄສົກຂອງກອງທັບເຄນຢາກ່າວວ່າ
ການບຸກໂຈມຕີໃນຕອນເຊົ້າມືດຂອງວັນສຸກມື້ນີ້ແມ່ນມີການໃຊ້
ກຳລັງທັງທາງທະເລແລະທາງອາກາດໃນການປະສານງານກັບ ທະຫານສະຫະພາບອາຟຣິກາແລະທະຫານໂຊມາເລຍ.

ພັກເອກ Oguna ກ່າວວ່າ ເມືອງດັ່ງກ່າວໄດ້ແຕກ ໂດຍມີການ
ຕ້ານຢັນແຕ່ພຽງເລັກນ້ອຍເທົ່ານັ້ນ ແຕ່ແນວໃດກໍຕາມ ພວກທີ່
ເຫັນເຫດການ ແລະ ກຳລັງຂອງກຸ່ມຫົວຮຸນແຮງ al-Shabab ເວົ້າວ່າ ການສູ້ລົບກັນທັງຢູ່ໃນແລະອ້ອມແອ້ມເມືອງທ່າແຫ່ງນີ້ ຍັງດຳເນີນຢູ່ຕໍ່ມາ.

ຄລິກເພື່ອຂະຫຍາຍ ແຜນທີ່ເມືອງທ່າ Kismayo ໃນໂຊມາເລຍ


ໃນຕົ້ນອາທິດນີ້ ເຄນຢາກ່າວວ່າ ກຳລັງທະຫານຂອງຕົນໄດ້ທຳການໂຈມຕີທາງອາກາດຕໍ່ ທີ່ຕັ້ງສຳຄັນໆຂອງພວກຫົວຮຸນແຮງ ທີ່ເມືອງ Kismayo.

ກຸ່ມຫົວຮຸນແຮງ al-Shabab ໄດ້ໃຊ້ທ່າກຳປັ່ນຂອງເມືອງນີ້ ເພື່ອຂົນອາວຸດ ແລະປັດໄຈ ຕ່າງໆເຂົ້າໄປໃນໂຊມາເລຍເພື່ອສະໜັບສະໜຸນການສູ້ລົບຂອງພວກເຂົາກັບທະຫານລັດ ຖະບານ.

ພວກຫົວຮຸນແຮງກຸ່ມນີ້ ກຳລັງຊອກຫາຊ່ອງທາງເພື່ອບັງຄັບໃຫ້ມີການນຳໃຊ້ກົດໝາຍສາ ສະໜາອິສລາມທີ່ເຄັ່ງຄັດທີ່ສຸດຢູ່ໃນປະເທດໂຊມາເລຍ. ຄັ້ງນຶ່ງພວກຫົວຮຸນແຮງຈຸນີ້ເຄີຍ ຄວບຄຸມດິນແດນສ່ວນໃຫຍ່ໃນເຂດພາກໃຕ້ແລະພາກກາງຂອງໂຊມາເລຍແຕ່ໄດ້ສູນເສຍ ເຂດຄວບຄຸມຂອງຕົນໃຫ້ແກ່ກຳລັງທີ່ນິຍົມລັດຖະບານນັບແຕ່ໄດ້ມີການເລີ້ມບຸກໂຈມຕີຄັ້ງ ສຳຄັນຂອງລັດຖະບານໃນປີກາຍນີ້.