ຊາວໂຊມາເລຍຫຼາຍພັນຄົນ ໄດ້ໄປໂຮມຊຸມນຸມກັນໃນວັນສຸກວານນີ້ ເພື່ອສວດມົນພາ
ວະນາ ຢູ່ບ່ອນທີ່ມີການວາງລະເບີດຮ້າຍແຮງສຸດຂອງປະເທດ ໃນວັນເສົາແລ້ວເວລາ
ລະເບີດ ທີ່ຫ້າງໄວ້ໃນລົດບັນທຸກຄັນນຶ່ງ ໄດ້ແຕກຂຶ້ນ ຢູ່ໃນຖະໜົນ ທີ່ແອອັດໄປດ້ວຍຜູ້
ຄົນ ໃນນະຄອນຫຼວງໂມກາດິສຊູທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍເຖິງ 358 ຄົນ.
ໃນຂະນະທີ່ຊາວໂຊມາເລຍໃນນະຄອນຫຼວງພາກັນໄວ້ອາໄລຢູ່ນັ້ນ ນາຍົກລັດຖະມົນຕີ ໂຊມາເລຍກ່າວວ່າ ປະທານາທິບໍດີຈະປະກາດສົງຄາມກັບກຸ່ມຫົວຮຸນແຮງຈັດ al-Sha-
bab ທີ່ລັດຖະບານຖິ້ມໂທດໃສ່ວ່າເປັນຜູ້ຮັບຜິດຊອບໃນການວາງລະເບີດນັ້ນ.
Drone footage shows the damage left behind by a truck bomb attack in Mogadishu on October 14th, the worst bombing in Somalia%27s history pic.twitter.com/LxRWxEQGy0
— AFP news agency (@AFP) October 20, 2017
ເປັນທີ່ຄາດກັນວ່າ ປະທານາທິບໍດີ Mohamed Abdullahi Mohamed ຈະປະກາດ ກ່ຽວກັບການບຸກໂຈມຕີຄັ້ງໃໝ່ ໃນວັນເສົາມື້ນີ້ ອີງຕາມອົງການຂ່າວເອພີ.
ໂຄສົກກອງທັບ ຮ້ອຍເອກ Abdullahi Iman ໄດ້ກ່າວຕໍ່ອົງການຂ່າວເອພີວ່າ ການບຸກ
ໂຈມຕີດັ່ງກ່າວນີ້ ຈະໃຊ້ກຳລັງທະຫານ ຫຼາຍພັນຄົນ ຂັບໄລ່ພວກນັກລົບ ຂອງກຸ່ມ al-
Shabab ອອກຈາກທີ່ໝັ້ນ ຂອງພວກເຂົາ ໃນເຂດ Lower Shabelle ແລະ Middle Shabelle ບ່ອນທີ່ເຊື່ອກັນວ່າ ພວກເຂົາໄດ້ພາກັນວາງແຜນໂຈມຕີນະຄອນຫຼວງ ໂມ
ກາດິສຊູນັ້ນ.
BREAKING: Somali govt confirms that 358 people were killed in Somalia%27s deadliest attack, 56 still missing, 228 injured: Ministers
— Harun Maruf (@HarunMaruf) October 20, 2017
ມີການຈັບກຸມຜູ້ຕ້ອງສົງໄສຫຼາຍໆຄົນ ແລະເວລານີ້ກຳລັງສອບປາກຄຳຢູ່. ລັດຖະມົນ
ຕີປ້ອງກັນຄວາມສະຫງົບທ່ານ Mohamed Abukar Islow ກ່າວວ່າ ພະແນກຮັກສາ ຄວາມສະຫງົບຂອງພວກເຮົາ ມີຂໍ້ມູນລາຍລະອຽດ ກ່ຽວກັບເຫດລະເບີດ ໃນຂະນະທີ່ ພວກເຮົາໄດ້ຈັບກຸມຜູ້ຄົນຈຳນວນນຶ່ງ. ແຕ່ພວກເຮົາ ຈະແຈ້ງໃຫ້ພວກທ່ານຮູ້ເວລາໃດ
ທີ່ພວກເຮົາເສັດສິ້ນການສືບສວນແລ້ວ.”
ນອກນັ້ນ ໃນວັນສຸກວານນີ້ ກອງທັບສະຫະລັດ ກ່າວວ່າ ຕົນໄດ້ສົ່ງເຮືອບິນບໍ່ມີຄົນຂັບ
ໄປ ໂຈມຕີກຸ່ມ al-Shabab ຊຶ່ງເປັນການເລີ້ມທຳການໂຈມຕີຄືນອີກຕໍ່ກຸ່ມຫົວຮຸນແຮງ
ດັ່ງກ່າວ.
ກະຊວງຖະແຫຼງຂ່າວຂອງໂຊມາເລຍ ລາຍງານໃນຕອນແລງວັນສຸກວານນີ້ວ່າ ມີ 58
ຄົນ ຍັງຫາຍສາບສູນ ໃນເຫດລະເບີດຢູ່ນະຄອນຫຼວງໂມກາດິສຊູ ພ້ອມກັບ 228 ຄົນ
ໄດ້ຮັບບາດເຈັບ. ໃນຈຳນວນພວກທີ່ໄດ້ຮັບບາດເຈັບນັ້ນ 122 ຄົນ ຖືກສົ່ງໂດຍທາງ
ເຮືອບິນ ໄປຮັບການປິ່ນປົວຢູ່ເທີກີ ຊູດານ ແລະເຄັນຢາ.
ໃນມື້ວັນພຸດແລ້ວນີ້ ກໍມີປະຊາຊົນຫຼາຍສິບພັນຄົນລົງສູ່ຖະຖະໜົນຫົນທາງທີ່ນະຄອນ ຫຼວງໂມກາດິສຊູແລະຫົວເມືອງທີ່ສຳຄັນອື່ນໆຂອງໂຊມາເລຍ ເພື່ອປະນາມ ພວກທີ່ຢູ່ ເບື້ອງຫຼັງການວາງລະເບີດທີ່ຮ້າຍແຮງດັ່ງກ່າວ.
ການປະທ້ວງ ຢູ່ນະຄອນຫຼວງໂມກາດິສຊູ ມີຂຶ້ນເພື່ອເປັນການສະໜອງຕອບ ຕໍ່ການ
ຮຽກຮ້ອງຂອງເຈົ້າຄອງນະຄອນຫຼວງ ໃນການໂຮມຊຸມນຸມຄັ້ງໃຫຍ່ ເພື່ອສວດມົນພາ
ວະນາ ໃຫ້ແກ່ພວກທີ່ເສຍຊີວິດ ແລະບາດເຈັບ ໃນການໂຈມຕີ ດ້ວຍລະເບີດ ລົດບັນ
ທຸກ ຊຶ່ງລັດຖະບານໄດ້ຖິ້ມໂທດ ໃສ່ກຸ່ມຫົວຮຸນແຮງອິສລາມ al-Shabab.