ປະທານສະພາແຫ່ງຊາດຂອງໂຊມາເລຍ ທ່ານ ໂມຮາເມັດ ໂອສມານ ຈາວາຣີ ໄດ້ລາ
ອອກຈາກຕຳແໜ່ງ ຫຼັງຈາກມີການແຍ່ງຊີງອຳນາດໄລຍະ ສາມສັບປະດາ ກັບນາຍົກ
ລັດຖະມົນຕີຂອງປະເທດ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ໂຊມາເລຍ.
ລັດຖະມົນຕີ ກະຊວງລັດຖະທຳມະນູນ ທ່ານ ອັບດີຣາມານ ໂຮດສ໌ ຈີບຣີລ ໄດ້ປະກາດ
ໃນທວີດເຕີ້ ວ່າ ປະທານສະພາ ຈາວາຣີ ໄດ້ຍື່ນຄຳຮ້ອງຂໍລາອອກຂອງທ່ານແລ້ວ.
Breaking News: It is official that Speaker Jawari has resigned and the Motion has been put off. Whuuuuuf!!!. Mundane Jawari oo is casumay iyo mooshinkii oo la laalay. #IsooMareey #WhatIsMyName!!
— Abdi Hosh (@HoshAbdi) April 9, 2018
ສະມາຊິກສະພາ ທ່ານ ຮູເຊນ ອາຣັບ ອິສເສ ກໍໄດ້ບອກ ວີໂອເອ ພະແນກພາສາ
ໂຊມາເລຍ ວ່າ ທ່ານປະທານ ໄດ້ລາອອກ ເຊັ່ນກັນ.
ທ່ານ ອິສເສ ໄດ້ກ່າວວ່າ “ຮອງປະທານ ທ່ານ ອັບກີວີລີ ມູເດ ອ່ານໜັງສືລາອອກ ຂອງ
ທ່ານປະທານ ຊ້ອງໜ້າພວກເຮົາ ໃນຕອນເຊົ້າມື້ນີ້.”
ຜູ້ຊ່ວຍຄົນນຶ່ງຂອງທ່ານປະທານ ຈາວາຣີ ໄດ້ບອກວີໂອເອ ວ່າ ທ່ານໄດ້ເລືອກເອົາການ
ທີ່ຈະລາອອກ.
ຜູ້ຊ່ວຍຄົນດັ່ງກ່າວ ທີ່ຂໍສະຫງວນຊື່ ກ່າວວ່າ “ມັນເປັນໄປແລ້ວ, ທ່ານໄດ້ລາອອກແລ້ວ.
ທ່ານຈະກ່າວ ອຳລາຕໍ່ສະພາ ໃນວັນພຸດຈະມາເຖິງນີ້.”
ບັນດາສະມາຊິກສະພາ ກໍສະໜັບສະໜູນ ນາຍົກລັດຖະມົນຕີ ຮາສຊານ ອາລີ ເຄຣ ໃນ
ການກ່າວຫາ ທ່ານຈາວາຣີ ວ່າ “ລະເມີດ” ກົດລະບຽບສະພາ ແລະ ການເຮັດໃຫ້ກິດຈະ
ການດ້ານການອອກກົດໝາຍຊັກຊ້າ. ແຕ່ທ່ານຈາວາຣີ ໄດ້ປະຕິເສດຕໍ່ຂໍ້ກ່າວຫາຕ່າງໆ
ໂດຍໂຕ້ແຍ່ງວ່າ ມັນແມ່ນຂະແໜງບໍລິຫານ ທີ່ເອື້ອມມືເຂົ້າມາ ຈາກສຳນັກງານ ນາຍົກ
ລັດຖະມົນຕີ ເຊິ່ງຢາກຈະເອົາທ່ານອອກ. ສ່ວນພັກຝ່າຍຂອງທ່ານຈາວາຣີ ໄດ້ກ່າວວ່າ
ຂະແໜງບໍລິຫານ ໄດ້ນຳສະເໜີ ການອະພິປາຍບໍ່ໄວ້ວາງໃຈ ຕໍ່ທ່ານຈາວາຣີ ເພື່ອຈະ
ສາມາດລວບລວມອຳນາດ.
ທັງທ່ານປະທານ ຫຼື ນາຍົກລັດຖະມົນຕີ ກໍບໍ່ໄດ້ອອກມາໃຫ້ຄຳເຫັນ ຕໍ່ມະຫາຊົນ ກ່ຽວກັບ
ເລື່ອງລາວດັ່ງກ່າວນັ້ນ.