ພວກຫົວຮຸນແຮງ ໄດ້ບີບຄະນວນລະເບີດທີ່ຫ້າງໄວ້ໃນລົດໃຫ້ແຕກຂຶ້ນ ແລະກໍບຸກ
ເຂົ້າໄປໃນໂຮງແຮມແຫ່ງນຶ່ງ ທີ່ນະຄອນຫຼວງໂຊມາເລຍ ໃນວັນພຸດມື້ນີ້ ຊຶ່ງເປັນ
ການໂຈມຕີ ທີ່ໄດ້ສັງຫານຢ່າງໜ້ອຍ 10 ຄົນ ແລະອີກຫຼາຍຄົນໄດ້ຮັບບາດເຈັບ.
ເຈົ້າໜ້າທີ່ ແລະພວກຄົນຂັບລົດໂຮງໝໍ ກ່າວວ່າ ເຂົາເຈົ້າຄາດວ່າໂຕເລກຜູ້ເສຍຊີວິດອາດຈະເພີ້ມຂຶ້ນຕື່ມ.
ຈຸດເກີດເຫດລະເບີດ ຢູ່ໃນໂຮງແຮມ Dayah ຂອງນະຄອນ Mogadishu ໃນປະເທດໂຊມາເລຍ, ວັນທີ 25 ມັງກອນ 2017, ຫລັງຈາກ ການໂຈມຕີ ໂດຍພວກຜູ້ຕ້ອງສົງໄສ ທີ່ມາຈາກກຸ່ມຫົວຮຸນແຮງ Al-Shabab.
ການໂຈມຕີມີຂຶ້ນທີ່ໂຮງແຮມ Dayah ໃນນະຄອນຫຼວງໂມກາດິສຊູ ທີ່ຕັ້ງຢູ່ໃກ້ກັບ
ສະພາແຫ່ງຊາດແລະບ່ອນປະຊຸມສະພາຂອງໂຊມາເລຍ.
ກຸ່ມ al-Shabab ຊຶ່ງໄດ້ທຳການໂຈມຕີທີ່ຄ້າຍຄືກັນນີ້ຕໍ່ໂຮງແຮມ ແລະສະຖານທີ່
ສຳຄັນຕ່າງໆ ໃນນະຄອນຫຼວງ ໄດ້ອ້າງເອົາຄວາມຮັບຜິດຊອບຜ່ານທາງເວັບໄຊ
ຂອງຕົນ.
ປະມານ 40 ນາທີຫຼັງຈາກການໂຈມຕີເລີ້ມຂຶ້ນ ດ້ວຍລະເບີດຂະໜາດແຮງທີ່ຫ້າງ
ໃສ່ລົດບັນທຸກແຕກຂຶ້ນ ຢູ່ທີ່ໂຮງແຮມ ລະເບີດລູກທີ່ສອງ ກໍໄດ້ຕິດຕາມມາ ຢູ່ຂ້າງ
ນອກ. ພວກທີ່ເຫັນເຫດການກ່າວຕໍ່ວີໂອເອວ່າ ລົດທີ່ໄດ້ນຳເອົາພວກຫົວຮຸນແຮງ
ມາທີ່ໂຮງແຮມ ກໍໄດ້ລະເບີດຂຶ້ນ ບາງທີອາດຈະຄວບຄຸມ ຈາກໄລຍະໄກ.
ມີພວກນັກຂ່າວຢ່າງນ້ອຍ 7 ຄົນ ຮວມຢູ່ໃນຈຳນວນຜູ້ບາດເຈັບ ຈາກເຫດລະເບີດ
ລູກທີສອງອີງຕາມທ່ານ Mohammed Ibrahim Moalimu ເລຂາທິການໃຫຍ່
ຂອງສະຫະພັນນັກຂ່າວແຫ່ງຊາດໂຊມາເລຍ.
Your browser doesn’t support HTML5
Somalia Attack