ປະຊາຊົນ ໂຊມາເລຍ ເສຍຊີວິດ 110 ຄົນ ພາຍໃນ 48 ຊົ່ວໂມງຍ້ອນພະຍາດ

ແມ່ຂອງພວກເດັກນ້ອຍທີ່ຂາດສານອາຫານກຳລັງອູ້ມລູກຢູ່ ເຊິ່ງທັງສອງຄົນນັ້ນໄດ້ຫຼົບໜີຈາກໄພແຫ້ງແລ້ງໃນພາກໃຕ້ ຂອງປະເທດ ໂຊມາເລຍ ຢູ່ສູນປ້ອນນົມລູກໃນຄ້າຍແຫ່ງໜຶ່ງ ໃນນະຄອນຫຼວງ ໂມກາດິຊູ, ປະເທດ ໂຊມາເລຍ. 25 ກຸມພາ, 2017.

ບັນດາເຈົ້າໜ້າທີ່ລັດຖະບານ ໂຊມາເລຍ ກ່າວວ່າ ປະຊາຊົນຫຼາຍກວ່າ 110 ຄົນ, ສ່ວນ
ໃຫຍ່ແມ່ນແມ່ຍິງ ແລະ ເດັກນ້ອຍໄດ້ເສຍຊີວິດຈາກພະຍາດທີ່ເກີດໃນນ້ຳໃນ 48 ຊົ່ວໂມງ ເຊິ່ງເປັນຜົນມາຈາກໄພແຫ້ງແລ້ງທີ່ຍາວນານໃນປະເທດ.

ໃນການຈັດກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ໂມກາດິຊູ ໃນວັນເສົາວານນີ້, ນາ ຍົກລັດຖະມົນຕີຄົນໃໝ່ຂອງ ໂຊມາເລຍ ທ່ານ Hassan Ali Khaire ໄດ້ປະກາດວ່າ
ການຕາຍ, ໄດ້ໃຫ້ຕົວເລກຢ່າງເປັນທາງການ ຫຼັງຈາກໄດ້ເກີດໄພແຫ້ງແລ້ງທີ່ຮຸນແຮງ
ຫຼາຍເດືອນ.

ທ່ານ Khaire ກ່າວວ່າ “ຂ້າພະເຈົ້າໄດ້ຖືກແຈ້ງໃຫ້ຮູ້ມື້ນີ້ວ່າ ປະຊາຊົນຫຼາຍກວ່າ 110
ຄົນ ໃນຫຼາຍພາກສ່ວນຂອງ ໂຊມາເລຍ ໄດ້ເສຍຊີວິດ ຍ້ອນໄພແຫ້ງແລ້ງໃນປະຈຸບັນ ພຽງໄລຍະ 48 ຊົ່ວໂມງທີ່ຜ່ານມາເທົ່ານັ້ນ, ໂດຍສະເພາະໃນພາກພື້ນ Bay ແລະ
Bakoi.”
ທ່ານໄດ້ຮຽກຮ້ອງປະຊາຊົນ ໂຊມາເລຍ ແລະ ປະຊາຄົມນານາຊາດ ໃຫ້ລວມ
ຕົວກັນຮັບມືກັບເຫດສຸກເສີນກູ້ຊີວິດ.

ອົງການຈັດຕັ້ງສາກົນ ສຳລັບການຍົກຍ້າຍຖິ່ນຖານແມ່ນກຳລັງຮ້ອງຂໍເງິນ 24 ລ້ານ 6 ແສນໂດລາ ເພື່ອສະໜອງໃຫ້ແກ່ການຊ່ວຍເຫຼືອກູ້ຊີວິດ ສຳລັບຜູ້ເຄາະຮ້າຍທີ່ມີຄວາມ
ສ່ຽງທີ່ສຸດຫຼາຍຮ້ອຍພັນຄົນຈາກໄພແຫ້ງແລ້ງຂອງ ໂຊມາເລຍ.

ບັນດາອົງການມະນຸດສະທຳໄດ້ລາຍງານເຫດການຮ້າຍທີ່ຄ້າຍຄືກັນລະຫວ່າງ ສະຖານະ
ການທີ່ເກີດຂຶ້ນໃນປະຈຸບັນໃນປະເທດ ໂຊມາເລຍ ແລະ ຄວາມອຶດຢາກໃນປີ 2011, ທີ່
ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 250,000 ຄົນເສຍຊີວິດ.

ບັນດາອົງການຊ່ວຍເຫຼືອຂອງ ສະຫະປະຊາຊາດ ເມື່ອບໍ່ດົນມານີ້ໄດ້ເຕືອນວ່າ ມັນມີໄລ
ຍະເວລາພຽງສອງເດືອນທີ່ຈະຫຼີກລ່ຽງຫາຍານະໄພແຫ້ງໃນ ໂຊມາເລຍ.

ຜູ້ອາໄສຢູ່ໃນທ້ອງຖິ່ນລາຍງານວ່າ ມີການແຜ່ລະບາດຂອງພະຍາດຖອກທ້ອງໃນຫຼາຍ
ພາກສ່ວນຂອງພາກພື້ນ Bay ແລະ Bakoi ທີ່ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງປະເທດ. ມີລາຍງານວ່າ ໃນໝູ່ບ້ານແຫ່ງໜຶ່ງ, ປະຊາຊົນ 60 ຄົນໄດ້ເສຍຊີວິດຈາກພະຍາດດັ່ງ
ກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ