ໂຈນທະເລປ່ອຍເຮືອບັນທຸກ ນໍ້າມັນແລກກັບຄ່າໄຖ່ 9 ລ້ານກ່ວາໂດລາ

  • ບົວສະຫວັນ

ເຮືອບັນທຸກນໍ້າມັນ Samho Dream ທີ່ມີນໍ້າໜັກ300,000 ໂຕນ ຂອງເກົາຫລີໃຕ້ ທີ່ເດີນທາງອອກຈາກເກົາ ຫລີໃຕ້ ໃນວັນທີ 05 ເດືອນເມສາຜ່ານມາ ຖືກພວກໂຈນສະລັດຈີ້ ຢູ່ມະຫາສະມຸດອິນເດຍ. ໃນຂະນະທີ່ກໍາລັງ ບັນທຸກນໍ້າມັນດິບ ຈາກອີຣັກ ໄປຍັງສະຫະລັດ

ໂຈນ​ທະ​ເລໂຊ​ມາເລຍ ​ໄດ້​ປ່ອຍເຮືອບັນທຸກ​ນໍ້າມັນຂະໜາດ​ໃຫຍ່ລໍາ​ນຶ່ງ ​ເພື່ອ​ແລກປ່ຽນກັບ​ອັນ​ທີ່​ພວກ​ເຂົາຮ້ອງວ່າ ຄ່າໄຖ່ຈໍ​ານວນ​ຫລາຍ​ກວ່າ 9 ລ້ານ​ໂດ​ລາ ທີ່​ເຊື່ອ​ກັນ​ວ່າ​ເປັນເງິນ​ກ້ອນ​ໃຫຍ່​ທີ່​ສຸດ ທີ່​ພວກ​ໂຈນ​ທະ​ເລໂຊ​ມາເລຍ ​ເຄີຍ​ໄດ້ຮັບມາ.

ພວກ​ໂຈນ​ສະ​ລັດ ​ໄດ້​ພາກັນ​ຈີ້​ເຮືອບັນທຸກ​ນໍ້າມັນ Samho Dream ຂອງເກົາຫລີ​ໃຕ້​ໃນ​ເດືອນ​ເມສາຜ່ານ​ມາ ຢູ່ມະຫາ ​ສະມຸດ​ອິນ​ເດຍ. ​ກໍາ​ປັ່ນລໍາດັ່ງກ່າວ​ ກໍາລັງບັນທຸກ​ນໍ້າມັນ ​ດິບ​ ທີ່​ມີ​ມູນ​ຄ່າຫລາຍ​ກວ່າ 170 ລ້ານໂດ​ລາ ​ຈາກ​ອີຣັກ ໄປ​ຍັງ​ສະຫະລັດ ​ໂດຍ​ມີ​ລູກ​ເຮືອຢູ່ 24 ຄົນ ​ຊຶ່ງ​ເປັນ​ຄົນ​ ເກົາຫລີ​ໃຕ້ ​ແລະ ຟີ​ລິບ​ປິນ.

ບໍ່​ເປັນ​ທີ່​ແຈ້ງ​ຂາວວ່າ​ ແມ່ນ​ໃຜ​ເປັນ​ຄົນ​ຈ່າຍເງິນ​ເສຍ​ຄ່າ​ໄຖ່​ ​ທີ່​ຖືກ​ຖິ້ມລົງ​ໃຫ້​ພວກ​ໂຈນ​ສະລັດ ຈາກເຮືອບິນ​ເຮລີ​ຄອບ​ເຕີ​ລໍາ​ນຶ່ງນັ້ນ.

ໃນ​ວັນ​ເສົາ​ວານ​ນີ້​ເຊ່ນ​ກັນ ກະຊວງ​ຂົນ​ສົ່ງ​ຂອງຈີນ​ກໍ​ເວົ້າວ່າ ພວກໂຈນ​ທະ​ເລຍັງໄດ້​ປ່ອຍ​ເຮືອບັນທຸກ​ເຄມີ​ ທີ່​ຕິດ​ທຸງສິງກະ​ໂປ​ ທີ່ຊື່ວ່າ Golden Blessing ທີ່​ມີລູກ​ເຮືອ 19 ຄົນ ​ເປັນຄົນ​ຈີນ​ນັ້ນ.

ກໍາ​ປັ່ນ​ລໍາ​ດັ່ງກ່າວ ຖືກ​ຍຶດ​ໃນ​ເດືອນ​ມິຖຸນາ ​ໃນ​ຂະນະ​ທີ່ແລ່​ນຈາກຊາ​ອຸ​ດີ ອາ​ເຣ​ເບຍ ​ໄປ​ຫາ​ອິນ​ເດຍ. ກະຊວງ​ຂົນ​ສົ່ງຂອງຈີນ ກ່າວ​ວ່າ ກໍາ​ປັ່ນ​ລໍາ​ນັ້ນ ​ດຽວນີ້ກໍາ​ລັງ​ມຸ້ງໜ້າ​ໄປ​ສູ່​ເຂດ​ນ່ານນໍ້າ​ທີ່​ປອດ​ໄພ ​ໂດຍມີກໍ​າລັງກອງທັບ​ເຮືອຂອງ​ຈີນ ຕິດຕາມຄຸ້ມຄອງ​ຄວາມ​ປອດ​ໄພໃຫ້​.