ຜູ້ແທນສະພາ ໂຊມາເລຍ ຖືກສັງຫານ ໃນການລອບວາງ ລະເບີດລົດ (ວີດີໂອ)

ຕຳຫລວດໂຊມາລີຄົນນຶ່ງ ກວດເບິ່ງລົດຂອງຜູ້ແທນ ທີ່ຖືກວາງລະເບີດ ໃນນະຄອນຫລວງ Mogadishu, ວັນຈັນ ທີ 21 ເມສາ 2014.

ສະມາຊິກ​ຄົນ​ນຶ່ງ​ຂອງ​ສະພາ​ແຫ່ງ​ຊາດ​ໂຊ​ມາ​ເລຍ ​ໄດ້​ຖືກ​ສັງ
ຫານ ​ໃນ​ການວາງ​ລະ​ເບີດ​ລົດ ຢູ່ນະຄອນຫລວງ Mogadishu.

ທ່ານ Isak Mohamed Ibrahim ເສຍຊີວິດ ​ເວລາ​ລະ​ເບີດ​
ທີ່​ເຊື່ອງ​ໄວ້ ​ຢູ່​ໃນ​ລົດ​ຂອງ​ທ່ານ ​ແຕກ​ຂຶ້ນ ​ໃນ​ຄຸ້ມ Hamar
Weyne ຂອງນະຄອນຫລວງ Mogadishu.

ຜູ້​ແທນສະພາ​ອີກ​ຄົນ​ນຶ່ງທ່ານ Mohamud Abdi ​ໄດ້​ຮັບບາດ
​ເຈັບ ​ໃນ​ການ​ໂຈມ​ຕີ ບັ້ນ​ດຽວ​ກັນ​ນີ້.

ກຸ່ມຫົວ​ຕໍ່ສູ້ al-Shabab ​ຂອງ​ໂຊ​ມາ​ເລຍ ໄດ້​ອອກ​ມາ​ອ້າງ​ເອົາຄວາມ​ຮັບຜິດຊອບ. ​

ໃນ​ໄລຍະ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ກຸ່ມ​ດັ່ງກ່າວ ຊຶ່ງ​ມີ​ການ​ກ່ຽວ​ພັນ​ກັບ​ກຸ່ມ​ກໍ່​ການ​ຮ້າຍ
al-Qaida ​ໄດ້​ສູນ​ເສຍພື້ນ​ທີ່ ຫລວງຫລາຍ​ສົມຄວນ ​ໃຫ້​ແກ່​ກອງ​ກຳລັງ​ໂຊ​ມາ​ເລຍ ​
ແລະ​ຂອງ​ສະຫະພາບ​ອາ​ຟຣິກາ ທີ່​ເຂົ້າ​ໄປ​ຊ່ວຍ​ໂຊ​ມາ​ເລຍ ປາບ​ພວກ​ເຂົາ. ​ແຕ່​ກຸ່ມ​
ດັ່ງກ່າວ​ກໍ​ຍັງ ສືບ​ຕໍ່​ທຳ​ການ​ໂຈມ​ຕີ​ຢູ່ ​ເປັນ​ໄລຍະໆ. ​

ເມື່ອເດືອນ​ກຸມພາ​ຜ່ານ​ມາ ມີ 17 ຄົນ​ເສຍ​ຊີວິດ ​ເວລາ​ກຸ່ມ al-Shabab ບຸກ​ເຂົ້າ​
ໂຈມ​ຕີ​ທຳນຽບປະທານາທິບໍດີ. ​ແຕ່ປະທານາທິບໍດີ Hassan Sheikh Mohamud
ບໍ່ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ໂຈມ​ຕີ​ຄັ້ງ​ນັ້ນ.

ເບິ່ງລາຍງານວີດີໂອ ກ່ຽວກັບ ກຸ່ມ al-Shabab:

Your browser doesn’t support HTML5

What's Behind the Resurgence of al-Shabab?