ຢ່າງໜ້ອຍ 7 ຄົນ ເສຍຊີວິດ ໃນການໂຈມຕີ ຮ້ານອາຫານ ຢູ່ ໂຊມາເລຍ

ຕຳຫຼວດໂຊມາເລຍ ແນມເບິ່ງຊາກລົດ ທີ່ໄດ້ຮັບຄວາມເສຍຫາຍ ຍ້ອນລະເບີດ ໃກ້ຮ້ານອາຫານ ທີ່ຫາດຊາຍ Banadir ໃນນະຄອນຫຼວງໂມກາດິສຊູ ປະເທດໂຊມາເລຍ. (25 ສິງຫາ 2016)

ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ໂຊ​ມາ​ເລຍໄດ້​ຍຸ​ຕິ​ການໂຈມ​ຕີຮ້ານ​ອາຫານທີ່​ຫາດ​ຊາຍ ແຄມ​ທ​ະ​ເລແຫ່ງ​ນຶ່ງ ​ໃນ​ນະຄອນຫຼວງຂອງ​ປະ​ເທດ​ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ຢ່າງ​ໜ້ອຍ 7 ຄົນ ພ້ອມ​ດ້ວຍ​ຄົນ​ຮ້າຍ 2 ຄົນ ອີງ​ຕາມ​ຄຳຖະ​ແຫຼງຂອງ​ຕຳຫຼວດ​ໃນ​ວັນ​ສຸກ​ມື້ນີ້.

ຜູ້​ບັນຊາ​ການ​ຕຳຫຼວດ​ໃນ​ນະຄອນ​ໂມ​ກາ​ດິສຊູ​ ພັນ​ເອກ Bishar ກ່າວ​ວ່າ ການ​ໂຈມ​ຕີ​ໄດ້​ສິ້ນສຸດ​ລົງ​ບໍ່​ດົນກ່ອນ​ຕາ​ເວັນ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ສຸກ​ມື້ນີ້.

ພັນ​ເອກ Bishar ກ່າວ​ຈາກ​ບ່ອນ​ທີ່ມີ​ການ​ໂຈມ​ຕີ​ໃນ​ນະຄອນຫຼວງ​ໂມ​ກາ​ດິສຊູ​ວ່າ “ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຍຸຕິ​ການ​ປະຕິບັດ​ງານ ທີ່​ພວກ​ເຂົາ​ເຈົ້າສາມາດ​ຊ່ອຍ​ເອົາ​ພົນລະ​ເຮືອນ​ທີ່​ຕົກ​ຄ້າງ​ຢູ່​ຂ້າງ​ໃນຮ້ານ​ອາຫານເກືອບ​ທັງ​ໝົດ​ອອກ​ມາ​ໄດ້ ​ແລະ​ໃນ​ເວລາ​ນີ້ ພວກ​ເຮົາ​ໄດ້​ເຂົ້າ​ຄວບ​ຄຸມ​ຮ້ານ​ອາຫານ​ດັ່ງກ່າວ​ທັງ​ໝົດ​ແລ້ວ.”

ຫາດ Banadir ໃນນະຄອນໂມກາດິສຊູ ປະເທດໂຊມາເລຍ

ການ​ໂຈມ​ຕີ​ເລີ້ມຂຶ້ນ​ໃນ​ຄ່ຳ​ຄືນ​ວັນ​ພະຫັດ ​ເວລາ​ລະ​ເບີດ​ລົດ​ລູກ​ນຶ່ງ​ໄດ້​ແຕກ​ຂຶ້ນ​ໃກ້ໆ​ຮ້ານ​ອາຫານ​ແຄມ​ຫາດ Benadir ​ແລະ​ກໍ​ຕິດຕາມ​ມາ​ດ້ວຍ​ການ​ຍິງ​ຕໍ່ສູ້​ກັນ.

ກຸ່ມ​ຫົວ​ຮຸນ​ແຮງ Al-Shabab ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ດັ່ງ ກ່າວ​ໂດຍ​ທັນທີ.

ພັນ​ເອກ Bishar ກ່າວ​ວ່າ ມີ 7 ຄົນ​ໄດ້ເສຍ​ຊີວິດ ຮວມທັງ​ພົນລະ​ເຮືອນ 5 ຄົນ ​ແລະ​ເຈົ້າ ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ 2 ຄົນ. ທ່ານ​ກ່າວ​ວ່າ ຄົນຮ້າຍ 2 ຄົນ ​ກໍ​ຖືກ​ຂ້າ​ຕາຍ. ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ກ່າວ​ວ່າ ນອກ​ນັ້ນ​ເຂົາ​ເຈົ້າຍັງຈັບຄົນ​ຮ້າຍ​ອີກ​ຜູ້​ນຶ່ງ​ໄດ້ທີ່​ພົວພັນ​ນຳ​ການ​ໂຈມ​ຕີ​ໃນ​ຄັ້ງ​ນີ້.

ພວກ​ທີ່​ເຫັ​ນ​ເຫດການ​ກ່າວ​ວ່າ ອາສາ​ສະໝັກ​ໄດ້​ຫາມ​ສົບ​ຄົນ​ຕາຍ ອອກ​ໄປ​ຈາກ​ບ່ອນ​ທີ່ ເກີດ​ເຫດ ​ໃນ​ຕອນ​ເຊົ້າວັນ​ສຸກ​ມື້ນີ້. ລົດ​ໂຮງໝໍ​ໃນນະຄອນ​ຫຼວງ​ໂມ​ກາ​ດິສຊູ​ກໍ​ໄດ້​ສົ່ງຄົນ​ເຈັບ 4 ຄົນ​ໄປ​ຍັງ​ໂຮງພະຍາບານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Somalia Violence