ປະຊາຊົນໃນໝູ່ເກາະ ໂຊໂລມອນ ລໍຖ້າຜົນການນັບບັດລົງຄະແນນ ລຸນຫຼັງການເລືອກຕັ້ງ ທີ່ຖືກຕິດຕາມເບິ່ງໂດຍຈີນ ໄດ້ປິດລົງ

  • ວີໂອເອ

ບັນດາຜູ້ປ່ອນບັດລົງຄະແນນສຽງ ຢືນລຽນຄິວຢູ່ທີ່ສະຖານທີ່ປ່ອນບັດ ເພື່ອລົງຄະແນນສຽງ ລະຫວ່າງການເລືອກຕັ້ງແຫ່ງຊາດ ໃນນະຄອນຫຼວງໂຮເນຍຣາ, ໝູ່ເກາະໂຊໂລມອນ, ວັນທີ 17 ເມສາ 2024.

ໜ່ວຍເລືອກຕັ້ງ ໄດ້ປິດລົງແລ້ວ ຢູ່ໃນປະເທດໝູເກາະ ໂຊໂລມອນ ໃນວັນພຸດມື້ນີ້ ບ່ອນທີ່ການເລືອກຕັ້ງເອົາ ລັດຖະບານຊຸດໃໝ່ຂອງປະເທດ​ ກໍາລັງ​ຖືກ​ຕິດຕາມ​ເບິ່ງ​ຜົນ​ກະທົບ​ທີ່​ອາດ​ເກີດ​ຂຶ້ນຢູ່​ໃນ​ພາກ​ພື້ນ ​ເນື່ອງ​ຈາກ​ການ​ພົວພັນ​ຂອງປະເທດແຫ່ງນີ້ ​ກັບຈີນ.

ທ່ານແຈສເປີ ຮາຍວູດ ອະນີຊີ (Jasper Highwood Anisi), ປະທານຄະນະ​ກຳມະການ​ເລືອກ​ຕັ້ງໃນໝູ່ເກາະ ໂຊໂລມອນ ກ່າວ​ໃນລະຫວ່າງກອງປະຊຸມຖະແຫຼງ​ຂ່າວ​ວ່າ ການ​ປ່ອນ​ບັດລົງຄະແນນ ​ໄດ້​ດຳ​ເນີນ​ໄປ​ຕາມ​ແຜນການ​ໃນ​ທົ່ວ​ປະ​ເທດ, ​ແລະ​ສະຖານທີ່​ປ່ອນ​ບັດ​ຫຼາຍ​ໆແຫ່ງພົບວ່າ ມີຜູ້​ມາປ່ອນບັດລົງ​ຄະ​ແນນ​ສຽງ​ເປັນແຖວຍາວໃນ​ຕອນ​ເຊົ້າ​ຂອງ​ມື້​ນັ້ນ ​ເມື່ອ​ທຽບ​ໃສ່​ການ​ເລືອກ​ຕັ້ງ​ທີ່​ຜ່ານ​ມາ ເຊິ່ງຜູ້ທີ່ປ່ອນບັດລົງຄະແນນສຽງນັ້ນ ມາຊ້າກວ່ານີ້.

ການ​ນັບ​ບັດ​ລົງ​ຄະ​ແນນ​ສຽງ ​ແມ່ນ​ຈະ​ເລີ້ມ​ຕົ້ນຂຶ້ນ ​ໃນ​ວັນ​ພະ​ຫັດ​ມື້ອື່ນ, ໂດຍບໍ່ຄາດຄິດວ່າ ຜົນຂອງການນັບຄະແນນວສຽງ ຈະອອກມາພາຍໃນສອງສາມ​ອາ​ທິດ. ການ​ເລືອກ​ຕັ້ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ສະຖານທີ່​ປ່ອນ​ບັດ​ລົງຄະແນນສຽງຫຼາຍ​ກວ່າ 1,000 ແຫ່ງ ​ທີ່ຢາຍ​ໄປ​ທົ່ວ 900 ເກາະ​ຂອງ​ປະ​ເທດແຫ່ງນີ້.

ສະມາຊິກ​ສະພາ 50 ຄົນ​ ຈະ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ຜູ້​ສະໝັກລົງແຂ່ງຂັນ 334 ຄົນ, ​ໃນ​ນັ້ນ​ ມີ​ພຽງ 21 ຄົນ ​ທີ່ຍັງຄົງເປັນແມ່​ຍິງ. ເຈົ້າ​ໜ້າ​ທີ່​ທີ່​ຖືກ​ເລືອກ​ໃໝ່ 50 ຄົນນັ້ນ ຈະເປັນຜູ້​ກຳ​ນົດ​ເອົາ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ເທດ​ນັບຕັ້ງ​ແຕ່​ລັດຖະບານ​ ໄດ້​ປ່ຽນ​ສາຍ​ພົວພັນ​ທາງ​ການ​ທູດ​ຈາກ ​ໄຕ້​ຫວັນ ​ໄປຫາ ​ປັກ​ກິ່ງ.

ນອກຈາກການສ້າງສາຍສໍາພັນກັບ​ຈີນ​, ຝ່າຍ​ຄ້ານ​ກ່າວ​ວ່າ ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະແນເປົ້າໝາຍ​ໃສ່ການ​ແກ້​ໄຂ​ບັນຫາ​ສຸຂະພາບ, ການ​ສຶກສາ ​ແລະ ​ເສັ້ນທາງ​ຄົມມະນາຄົມ​ຂອງ​ປະ​ເທດ.

ຄາດ​ວ່າ ຈະມີການ​ເລືອກ​ຕັ້ງ​ຂຶ້ນ​ໃນ​ປີ​ແລ້ວ​ນີ້, ​ແຕ່​ໄດ້​ເລື່ອນອອກໄປໂດຍ​ນາຍົກລັດຖະມົນຕີ ທ່ານມານາສເຊ ໂຊໂກແວ (Manasseh Sogavare), ຜູ້​ທີ່​ໂຕ້​ແຍ້ງ​ວ່າ ​ປະ​ເທດ​ແຫ່ງນີ້​ ບໍ່​ສາມາດ​ຈັດການ​ເລືອກ​ຕັ້ງ ​ແລະບໍ່ສາມາດ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກຂອງ​ພາກ​ພື້ນ​ປາຊີ​ຟິກ ​ຢູ່ໃນ​ປີ​ດຽວ​ກັນໄດ້, ເຊິ່ງບັນດາຜູ້ທີ່ວິຈານ ທ່ານ ໂຊໂກແວ ໄດ້ຮ້ອງການຕັດສິນໃຈນີ້ວ່າ ‘ເປັນການຍຶດອໍານາດ,’ ເຊິ່ງທ່ານເອງເປັນຜູ້ມີຄະແນນນໍາໜ້າ ໃນການທີ່ຈະດໍາລົງຕໍາແໜ່ງສະໄໝທີ່ສອງ ທີ່ບໍ່ເຄີຍມີມາກ່ອນ.

ຈີນ​ ຍັງ​ມີ​ຄວາມ​ເປັນ​ຫ່ວງ​ໃນ​ການ​ເລືອກ​ຕັ້ງ​ດັ່ງກ່າວມານັ້ນ ເນື່ອງຈາກການມີໜ້າທາງດ້ານຄວາມໝັ້ນຄົງຂອງ​ຕົນ ​ທີ່ເພີ້ມ​ຂຶ້ນ​ຢູ່​ໃນ​ຂົງເຂດມະຫາສະໝຸດປາ​ຊີ​ຟິກ.

ອ່ານຂ່າວນີ້ເປັນພາສາອັງກິດ