ເບິ່ງວີດີໂອພາສາລາວ:
ແມ່ທີ່ກໍາລັງຖືພາທຸກໆຄົນ ແມ່ນຕ້ອງການໃຫ້ລູກຂອງຕົນ ເກີດມາຢ່າງມີສຸຂະພາບສົມບູນ
ແລະຢູ່ລອດຈົນໃຫຍ່ໂຕ ແຕ່ສຸກສາລາຫຼາຍແຫ່ງໃນອາຟຣິກາ ໃຕ້ເຂດທະເລຊາຍຊາຮາຣາ
ລົງໄປນັ້ນ ຍັງຂາດເຂີນປັດໄຈຂັ້ນພື້ນຖານຫລາຍຢ່າງຢູ່ ຊຶ່ງເປັນປັດໄຈຂັ້ນພື້ນຖານ ທີ່ພວກ
ນາຍໝໍແລະນາງພະຍາບານຕ້ອງການ ເພື່ອຮັບປະກັນຄວາມປອດໄພ ໃຫ້ທັງແມ່ແລະເດັກ
ເກີດໃໝ່ ໃນລະຫວ່າງການຄອດລູກ ເປັນຕົ້ນກະແສໄຟຟ້າທີ່ກາງຕໍ່ໄດ້ທີ່ໃຫ້ແສງສະຫວ່າງ
ໃນເວລາເຂົາເຈົ້າເຮັດວຽກ ເອົາລູກອອກນັ້ນ.
ນາງ Zainab Yusuf ພະນັກງານສຸກສາລາ ທີ່ເມືອງຄາໂນ ປະເທດໄນຈີເຣຍ ອະທິບາຍ
ເຖິງສະພາບການປິ່ນປົວຮັກສາຄົນເຈັບໃນຄວາມມືດນັ້ນ ວ່າເປັນຄືແນວໃດ:
“ມັນບໍ່ງ່າຍ ທີ່ຈະທໍາການຄອດລູກ ເອົາລູກອອກ ໂດຍບໍ່ມີແສງສະຫວ່າງ. ພວກເຮົາຕ້ອງ
ຊອກຫາຕະກຽງ ຫຼືແນວໃດແນວນຶ່ງມາໃຊ້. ຄົນເຈັບອາດເລືອດອອກ ເລືອດຕົກໄດ້ ທຸກ
ສິ່ງແມ່ນສາມາດເກີດຂຶ້ນກັບລາວໄດ້ ແລະກໍບໍ່ມີທາງ ບໍ່ມີແສງສະຫວ່າງ ທີ່ຈະພາໃຫ້ມອງ
ເຫັນວ່າອັນໃດເປັນອັນໃດ ຫລືແມ່ນຫຍັງກໍາລັງເກີດຂຶ້ນກັບຄົນເຈັບ.”
ແພດເດັກ Laura Stachel ຕົກໃຈທີ່ໄດ້ເຫັນສະພາບການຂາດເຂີນແສງສະຫວ່າງ ເວລາ
ລາວໄປຢ້ຽມຢາມອາຟຣິກາ ເທື່ອທໍາອິດໃນປີ 2008. ລາວເວົ້າວ່າ:
“ໃນຍາມຄໍ່າຄືນ ໄຟຟ້າມັກມອດຢູ່ເລື້ອຍໆ. ພວກເຂົາເຈົ້າຕ້ອງໄດ້ໃຊ້ຕະກຽງນໍ້າມັນ
ກ໊າດ ເພື່ອພະຍາຍາມປິ່ນປົວພວກຄົນເຈັບທີ່ມີອາການສາຫັດ. ຕອນນັ້ນ ຂ້ອຍກໍາລັງ
ເບິ່ງການຜ່າທ້ອງເອົາລູກອອກ ກໍເກີດໄຟມອດພໍດີ ແລະພວກນາຍໝໍຕ້ອງໄດ້ຜ່າຕັດ
ໃຫ້ສໍາເລັດ ໂດຍໃຊ້ໄຟສາຍຂອງຂ້ອຍເອງ.”
Dr. Stachel ໄດ້ຫັນໄປປຶກສາກັບສາມີຂອງລາວ ເພື່ອໃຫ້ຊ່ວຍຫາວິທີແກ້ໄຂບັນຫານີ້.
ລາວກ່າວວ່າ:
“ສາມີຂອງຂ້ອຍເປັນຜູ້ສິດສອນກ່ຽວກັບເລື່ອງໂຊລາ ຫຼືແສງຕາເວັນ ແລະກໍເປັນນັກ
ປະຄິດຄິດສ້າງຄົນນຶ່ງ. ແລະລາວບອກຂ້ອຍວ່າ Laura ບາດເຈົ້າກັບບ້ານແລ້ວ ບາງ
ທີ ພວກເຮົາອາດຈະສາມາດຄິດຢ່າງໃດຢ່າງນຶ່ງໄດ້ ທີ່ຢ່າງໜ້ອຍກໍອາດຈະຊ່ວຍໃນ
ເລຶ່ອງກະແສໄຟຟ້າໃນໂຮງໝໍນັ້ນໄດ້. ດັ່ງນັ້ນແລ້ວ ເວລາຂ້ອຍກັບຄືນເມືອ ຈາກໄນຈີ
ເຣຍ ພວກເຮົາກໍພາກັນຄິດກ່ຽວກັບວ່າ ເຮົາຈະເຮັດຢ່າງໃດເພື່ອຈະຊ່ວຍໂຮງໝໍແຫ່ງ
ນີ້ໄດ້. ພວກເຮົາກໍເລີຍຄິດເຖິງການໃຊ້ໄຟຟ້າຈາກແສງຕາເວັນ ເພາະວ່າແສງຕາເວັນ
ເປັນຊັບພະຍາກອນ ທີ່ບໍ່ຕ້ອງໄດ້ຊື້.”
ສອງສາມີພັນລະຍາ Stachel ເລິ່ມຕົ້ນດ້ວຍການຕິດຕັ້ງແຜ່ນກອງແສງຕາເວັນ ຫລື solar
panel ແຜ່ນໃຫຍ່ໆຫຼາຍແຜ່ນເຂົ້າກັນ ຢູ່ຫຼັງບ້ານ. ປັດຈຸບັນນີ້ ທັງສອງໄດ້ປະດິດສ້າງຊຸດ
ອຸບປະກອນ ຫລືຄູ່ມື ຜະລິດໄຟຟ້າທີ່ມີຂະໜາດເທົ່າກັບຫີບເດີນທາງ ທີ່ສະໜອງກະແສໄຟ
ຟ້າ ໃຫ້ແກ່ສຸກສາລາ ເກືອບ 200 ແຫ່ງໃນທົ່ວໂລກ. Dr. Stachel ເລົ່າວ່າ:
“ຂ້ອຍໄດ້ຖາມສາມີຂອງຂ້ອຍວ່າ ລາວສາມາດອອກແບບຊຸດຄູ່ມື ໃຫ້ມີຂະໜາດພໍທີ່ຈະ
ຍັດໃສ່ໃນຫີບເດີນທາງໄດ້ບໍ່? ເພື່ອວ່າຂ້ອຍຈະສາມາດໃສ່ໃນຫີບ ເລັດລອດການກວດ
ກາຂອງພາສີໄປໄດ້ຢ່າງງ່າຍໆ ແລະນອກນີ້ຂ້ອຍກໍບໍ່ຮູ້ດີປານໃດ ກ່ຽວກັບລະບົບແສງ
ຕາເວັນ ຂ້ອຍກໍເລີຍຂໍໃຫ້ລາວປະດິດມັນຂຶ້ນມາໃນແບບທີ່ຂ້ອຍສາມາດໃຊ້ມັນໄດ້ງ່າຍໆ
ສະຫລູບແລ້ວ ກໍແມ່ນວ່າປະກອບທຸກຢ່າງທຸກຢ່າງເຂົ້າກັນ ແບບທີ່ຂ້ອຍພຽງແຕ່ເອົາ
ສາຍໄຟສອງເສັ້ນມາຕໍ່ເຂົ້າກັນເທົ່ານັ້ນ ແລະສະແດງໃຫ້ເຂົາເຈົ້າຮູ້ວິທີໃຊ້.”
ໃນການເດີນທາງໄປເຝິກແອບພວກພະນັກງານແພດບັ້ນນຶ່ງ ທີ່ປະເທດໄນຈີເຣຍ ເມື່ອບໍ່
ດົນມານີ້ ຫີບເດີນທາງທີ່ບັນຈຸໄຟຟ້າຂອງ Dr. Stachel ແມ່ນໄດ້ຖືກຮັບເອົາເປັນຢ່າງດີ.
ນາງ Zainab Yusuf ກ່າວວ່າ:
“ພວກເຮົາຈະດີອົກດີໃຈຫຼາຍ ແລະທຸກສິ່ງທຸກຢ່າງກໍຈະສະດວກດີ ແລະບັດນີ້ ພວກເຮົາ
ກໍຈະພະຍາຍາມຫຼາຍຂຶ້ນ.”
ເຖິງແມ່ນຈະປະສົບຜົນສໍາເລັດໃນສິ່ງນີ້ແລ້ວກໍຕາມ ແຕ່ Dr. Stachel ກ່າວວ່າ ການມີ
ແສງສະຫວ່າງພຽງພໍແລະກະແສໄຟຟ້າທີ່ກາງຕໍ່ໄດ້ນັ້ນ ແມ່ນເປັນພຽງແຕ່ຈຸດເລິ່ມຕົ້ນ
ຂອງເລຶ່ອງນີ້ເທົ່ານັ້ນ.
ດຣ. Stachel ກ່າວວ່າ ນອກເໜືອໄປກວ່ານັ້ນແລ້ວ ກໍແມ່ນຄວາມຈໍາເປັນທີ່ຈະຕ້ອງຮັບ
ປະກັນໃຫ້ ພວກພະນັກງານສາທາລະນະສຸກ ໄດ້ຮັບການສຶກສາທີ່ຖືກຕ້ອງ ມີເຄຶ່ອງມື
ແລະໄດ້ຮັບການສະໜັບສະໜຸນ ເພື່ອປະຕິບັດວຽກງານຂອງພວກເຂົາເຈົ້າໃຫ້ໄດ້ດີ.
ເບິ່ງວີດີໂອພາສາອັງກິດ: