ເຮືອບິນທີ່ໃຊ້ ພະລັງແສງຕາເວັນ ເດີນທາງມາ ຮອດວໍຊິງຕັນແລ້ວ (ວີດີໂອ)

ເຮືອບິນທີ່ໃຊ້ພະລັງແສງຕາເວັນ ໄດ້ເດີນທາງມາເຖິງ ເດີ່ນບິນນາໆຊາດ Dulles ທີ່ນະຄອນຫລວງ ວໍຊິງຕັນ, ເຊົ້າວັນທີ 16 ມິຖຸນາ 2013.

ເຮືອບິນ​ທີ່​ໃຊ້​ພ​ະລັງ​ງານ​ຈາກ​ແສງຕາ​ເວັນລໍາ​ນຶ່ງ ​ທີ່ໃກ້​ຈະ​ສີ້​ນ
ສຸດ​ການ​ເດີນທາງ​ຂ້າມທະວີບ​ແລ້ວ ໄດ້​ລົງຈອດ​ທີ່​ເດີ່ນ​ເຮືອບິນ
ນາໆ​ຊາດ Dulles ​ນອກ​ນະຄອນ ຫລວງ ວໍ​ຊິງ​ຕັນ ​ໃນ​ຕອນ​
ເຊົ້າ​ມືດ​ວັນ​ອາທິດ​ວານ​ນີ້.

​ເຮືອບິນລໍາ​ດັ່ງກ່າວ ທີ່​ຊື່ວ່າ Solar Impulse ​ໄດ້​ເລີ້ມ​ອອກ
ເດີນທາງ​ໃນ​ວັນ​ທີ 3 ​ເດືອນພຶດສະພາ ຈາກ​ນະຄອນ San
Francisco ​ແລະ​ໄດ້ໄປ​ຢຸດ​ແວ​ະທີ່​ລັດ Arizona, Texas,
Missouri ​ແລະ Ohio ​ໂດຍ​ໄດ້​ຈອດພັກຜ່ອນ​ຢູ່​ຫລາຍ​ວັນ
ໃນໂຕ​ເມືອງຕ່າງໆ​ ຕາມເສ້ນ​ທາງ​ບິນ​ນັ້ນ.

​ເຮືອ​ບິນລໍາ​ນີ້ ນໍາ​ໃຊ້ແສງຕາ​ເວັນ​ທີ່​ເກັບ​ໄວ້​ໃນ ແຊ​ລ
photovoltaic ​ຈໍານວນ 12,000 ແຊ​ລ ທີ່​ປົກ​ຄຸມຢູ່​ຕາມປີກ
​ເຮືອບິນທັງ​ສອງ​ຂ້າງ ​ທີ່​ຍາວ​ເຖິງ 63 ​ແມດ ເພື່ອ​ປັ່ນ​ໝໍ້​ໄຟ​ໃນ
​ຕອນ​ກາງ​ເວັນ ​ສໍາລັບ​ໃຫ້​ເຮືອບິນສາມາດບິ​ນ​ໄດ້​ໃນ​ຕອນ​ກາງ
ຄື​ນ. ​ເຮືອບິນ​ທີ່​ມີ​ບ່ອນ​ນັ່ງ​ບ່ອນ​ດຽວ​ລໍາ​ນີ້ ​ສາມາດ​ບິນ​ໄດ້ປະມານ
65 ​ໄມ​ລ໌ຕໍ່​ຊົ່ວ​ໂມງ ​ແຕ່​ວ່າ ບໍ່​ສາມາດ​ບິນ​ຜ່ານ​ເມກ​ເຝື້ອ ​ຫລື ຝົນ.

​ຄາດ​ວ່າ​ ເຮືອບິນ​ທີ່​ໃຊ້ພະລັງ​ແສງ​ຕາ​ເວັນລໍາ​ນີ້ ຈະ​ບິນ​ຖ້ຽວ​ສຸດ​ທ້າຍ​ຈາກນະຄອນຫລວງ​
ວໍ​ຊິງ​ຕັນ ​ໄປ​ຫາເດີ່ນ​ບິນນາໆ​ຊາດ John F. Kennedy ທີ່ນະຄອນ​ນິວຢ​ອກໃນ​ຕົ້ນເດືອນ
​ກໍລະກົດ ຈະ​ມາ​ເຖິງ​ນີ້.

ນັກ​ບິນ​ຊາວ​ສະ​ວິສສອງ​ຄົນ ທ່ານ Betrand Piccard ​ແລະ ທ່ານ Andre Borschberg
​ໄດ້​ປ່ຽນຜຽນ​ກັນ​ຂັບ​ເຮືອບິນລໍາ​ນີ້ ​ແລະ​ກ່າວ​ວ່າ ​ເຂົາ​ເຈົ້າຈະພະຍາຍາມ​ບິນ​ອ້ອ​ມ​ໂລກໃນ
​ປີ 2015​.

Your browser doesn’t support HTML5

solar plane