ຄະນະຕຸລາການ ເມືອງ Ferguson ຍັງຈະບໍ່ອອກ ຄຳຕັດສິນເທື່ອ

ລົດຄັນນຶ່ງຈອດຢູ່ດ້ານໜ້າ ກອງບັນຊາການຕຳຫລວດ ໃນເມືອງ Ferguson ລັດ Missouri ທີ່ມີຄຳຂວັນ ຂອງຕົນເອງ ທີ່ສະເປລົງໃສ່ລົດຄັນດັ່ງກ່າວ ທີ່ສົ່ງຜ່ານທາງ tweet ຂອງນັກຂ່າວ, ວັນທີ 21 ພະຈິກ 2014.

ຄຳ​ຕັດສິນ ຂອງຄະນະ​ຕຸລາການ ຍັງບໍ່​ຄາດວ່າຈະ​ມີຂຶ້ນເທື່ອ
ຢ່າງນ້ອຍ ຈົນ​ຮອດ​ວັນ​ຈັນ​ມື້​ອືນ ​ໃນ​ຄະດີ​ ການສັງຫານ​ໜຸ່ມ
ນ້ອຍອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາທີ່​ບໍ່​ມີ​ອາວຸດ​ຕິດ​ໂຕ ​ໂດຍ
​ເຈົ້າໜ້າ​ທີ່​ຕຳຫລວດຜິວ​ຂາວຄົນ​ນຶ່ງໃນ​ເມືອງ​ Fergusonລັດ
Missouri ທາງພາກ​ກາງຂອງ​ສະ ຫະລັດ.

ສື່​ມວນຊົນ​ຫຼາຍໆອົງການ ​ລາຍ​ງານ​ວ່າ “​ແຫ​ລ່ງຂ່າວຕ່າງໆ”
ໄດ້​ແຈ້ງໃຫ້​ເຂົາ​ເຈົ້າຊາບວ່າ ຄະນະ​ຕຸລາການ ຈະ​ບໍ່​ກັບ​ຄືນ​ມາ​
ປະຊຸມ​ກັນ ຈົນ​ກວ່າ​ວັນ​ຈັນ​ມື້​ອື່ນ ຊຶ່ງ​ເຮັດ​ໃຫ້ການ​ປະກາດຄຳ​
ຕັດສິນ ເປັນ​ໄປ​ບໍ່​ໄດ້​ ກ່ອນ​ໜ້ານັ້ນ.

ຄະນະ​ຕຸລາການ ​ໄດ້​ເລີ້ມ​ປະຊຸມກັນ ນັບຕັ້ງ​ແຕ່​ທ້າຍ​ເດືອນ​ສິງຫາ ຜ່ານ​ມາ ​ເພື່ອ​ພິຈາລະນາ ວ່າ ຈະຟ້ອງຮ້ອງ ຫຼືຈະໃຫ້​ເຈົ້າໜ້າ​ທີ່ຕຳຫລວດ Darren Wilson ພົ້ນຈາກ​ຂໍ້​ກ່າວ​ຫາ​.

Your browser doesn’t support HTML5

Law Enforcement, Activists in Ferguson Agree to Keep Peace

ເປັນທີ່​ຄາດ​ກັນ​ຢ່າງ​ກວ້າງຂວາງວ່າ ຄຳ​ຕັດສິນ ​ແລະການປະ​ກາດດັ່ງ ກ່າວ ​ຈະ​ມີ​ຂຶ້ນໃນ​ວັນ​ອາທິດ​ມື້​ນີ້ ​ແຕ່​ຄະນະ​ຕຸລາການ ລາຍ​ງານ​ວ່າ ຍັງ​ລວ​ບລວມຂໍ້​ມູນ ກ່ຽວ​ກັບ​ເຫດ​ຮ້າຍ ທີ່ເກີດຂຶ້ນ​ເມື່ອຕົ້ນ​ເດືອນສິງຫາ​ຜ່ານ​ມານັ້ນຢູ່.

​ເຄື່ອງ​ກີດຂວາງ​ຕ່າງໆ ​ໄດ້​ຖືກ​ນຳ​ມາຕັ້ງໄວ້ ຢູ່​ອ້ອມ​ແອ​ມ ພະແນກຍຸດ ຕິ​ທຳ​ ແລະກອງ​ບັນຊາ​ການ​ຕຳຫລວດ ຂອງເມືອງດັ່ງກ່າວ ​ເພື່ອ​ກຽມ ພ້ອມຮັບມືກັບຄວາມ​ຮຸນ​ແຮງ​ທີ່​ອາດ​ເກີດ​ຂຶ້ນ ຫຼັງຈາກ​ມີ​ການ​ປະ​ກາດ​ຄຳ​ຕັດສິນນີ້ແລ້ວ.

​ເລື້ອງ​ລາວຕ່າງໆ ແມ່ນ​ແຕກ​ຕ່າງ​ກັນໄປ ກ່ຽວ​ກັບ​ເຫດການ​ທີ່ໄດ້​ເກີດ​ຂຶ້ນໃນ​ວັນ​ທີ 9 ​ເດືອນ​ ສິງຫາ ເວລາ​ເຈົ້າໜ້າ​ທີ່ຕຳ​ຫລວດ Wilson ຍິງ ທ້າວ Michael Brown. ທະນາຍຄວາມ ຂອງ​ຄອບຄົວ​ທ້າວ Brown ກ່າວ​ວ່າ ທ້າວ Brown ​ໄດ້​ພະຍາຍາມ​ທີ່​ຈະ​ມອບ​ໂຕ ​ເວລາເຈົ້າໜ້າ​ທີ່ຕຳ​ຫລວດ Wilson ຍິງ​ລາວ. ພວກ​ສະໜັບ​ໜຸນ ​ເຈົ້າໜ້າ​ທີ່ຕຳ​ຫລວດ Wilson ກ່າວ​ວ່າ ລາວ​ຍິງ​ທ້າວ Brown ເພື່ອປ້ອງ​ກັນໂຕ​.

Your browser doesn’t support HTML5

Excessive Police Force Cases Spark Racial Violence