ບັນດາຕາໜ່າງສື່ສັງຄົມທີ່ສຳຄັນໆຢູ່ໃນສະຫະລັດ ກ່າວວ່າ ເຂົາເຈົ້າກຳລັງປະຕິບັດງານຮ່ວມກັນ ເພື່ອລະບຸ ແລະນຳເອົາຮູບພາບແລະວີດີໂດທີ່ໃຊ້ໃນການເກັບເກນເອົາຜູ້ຄົນໄປເປັນພວກກໍ່ການຮ້າຍນັ້ນອອກຈາກລະບົບອິນເຕີແນັດຢ່າງວ່ອງໄວ.
Facebook, Twitter, Microsoft ແລະ You Tube ໄດ້ປະກາດໃນວັນຈັນວານນີ້ວ່າ ເຂົາເຈົ້າຈະສ້າງຕັ້ງການແບ່ງປັນຂໍ້ມູນຮ່ວມ ເພື່ີອລະບຸໃຫ້ຮູ້ ກ່ຽວກັບຮູບພາບຕ່າງໆ ແລະວິດີໂອ ໂດຍໃຊ້ການລະບຸພິເສດທີ່ເປັນ “ລາຍມື” ທີ່ບໍ່ຊໍ້າແບບ ເພື່ອເຮັດໃຫ້ເປັນການງ່າຍຂຶ້ນສຳລັບບັນດາບໍລິສັດຕ່າງໆ ທີ່ຈະທົບທວນ ແລະອາດກຳຈັດເນື້ອໄນຂອງຮູບພາບແລະວີດີໂອເຫຼົ່ານີ້.
ເຂົາເຈົ້າກ່າວວ່າ ແຕ່ລະບໍລິສັດຈະໄດ້ພິຈາລະນາວ່າ ສິ່ງເຫລົ່ານີ້ລະເມີດເງື່ອນ ໄຂໃນການບໍລິການທາງທຸລະກິດຂອງເຂົາເຈົ້າຫລືບໍ່.
ບັນດາບໍລິສັດກ່າວຢູ່ໃນຖະແຫລງການວ່າ “ພວກເຮົາຫວັງວ່າການຮ່ວມມືນີ້ຈະ ນຳພາໄປສູ່ການມີປະສິດທິຜົນເພີ້ມຂຶ້ນ ໃນຂະນະທີ່ພວກເຮົາສືບຕໍ່ປະຕິບັດນະໂຍບາຍຂອງພວກເຮົາ ເພື່ອຊ່ວຍຢັບຢັ້ງບັນຫາອັນຮີບດ່ວນຢູ່ໃນທົ່ວໂລກ ກ່ຽວກັບການໂຄສະນາຂອງພວກກໍ່ການຮ້າຍທາງອິນເຕີແນັດ.”
“ຈະບໍ່ມີບ່ອນສຳລັບເນື້ອໄນທີ່ຊຸກຍູ້ການກໍ່ການຮ້າຍ ທີ່ເຮົາເປັນເຈົ້າພາບບໍລິການແກ່ຜູ້ຊົມໃຊ້.
ພາບບັນທຶກ ພວກຫົວຮຸນແຮງລັດອິສລາມ ຖືປືນຢືນຢູ່ທາງຫລັງ ຊາວເອທິໂອເປຍ ທີ່ເປັນຊາວຄຣິສ.
ບັນດາບໍລິສັດອິນເຕີແນັດຍັກໃຫຍ່ ໄດ້ຮັບຄວາມກົດດັນເພີ້ມຂຶ້ນຈາກລັດຖະບານຂອງປະເທດຕ່າງໆຢູ່ໃນທົ່ວໂລກ ເພື່ອໃຫ້ດຳເນີນການເພີ້ມຂຶ້ນ ໃນການກຳຈັດການໂຄສະນາຂອງພວກຫົວຮຸນແຮງຈັດ.
ຢູ່ໃນສະຫະລັດ ບັນດາສະມາຊິກສະພາໄດ້ນຳສະເໜີຮ່າງກົດໝາຍ ທີ່ບັງຄັບໃຫ້ບັນດາບໍລິສັດສື່ສັງຄົມ ລາຍງານຕໍ່ຕຳຫລວດກ່ຽວກັບກິດຈະກຳຕ່າງໆຂອງພວກ ກໍ່ການຮ້າຍທາງອິນເຕີແນັດ ທີ່ເຂົ້າເຈົ້າຮູ້.